ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 16:22:05    
ຫຼາຍ​ອົງການ​ຈັດ​ຕັ້ງ​ໃນຮົງກົງ​​ແຫ່​ຂະ​ບວນລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບຮອບ60​ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ:​ເພື່ອ​ລະ​ລຶກສົງຄາມ​ຕໍ່​ຕ້ານ​ຍຍີ່​ປຸ່ນ​ໄດ້​ຮັບ​​ໄຊ​ຊະນະ​ຄົບຮອບ60​ປີ,ວັນ​ທີ15​ສິງຫາ,ອົງການ​ຈັດ​ຕັ້ງ​ຕ່າງໆ​ເຊັ່ນ​ສະຫະພັນກຳ​ມະ​ບານ​ຮົງ​ກົງ ສະຫະພັນ​ສ້າງສາ​ຮົງ​ກົງ​ປະ​ຊະ​ທິປະ​ໄຕ​ຂອງຮົງກົງ​ໄດ້​ລິ​ເລີ່​ມ​ໃຫ້​ແຫ່​ຂະ​ບວນ,​ແລະ​ໄປ​ມອບ​ຈົດໝາຍ​ປະ​ທ້ວງ​ໃຫ້​ກົງ​ສຸນ​ໃຫຍ່​ຍີ່​ປຸ່ນປະຈຳ​ຮົງ​ກົງ,ຮຽກຮ້ອງ​ໃຫ້​ລັດຖະບານ​ຍີ່​ປຸ່ນຖອດ​ຖອນບົດຮຽນ​ທາງ​ລົບ​ໃນ​ປະຫວັດສາດ,​ເຊົາ​ຫຼິ້ນກົນອຸບາຍ​ທຸກ​ຢ່າງ​ທີ່​ເວົ້າ​ຍ້ອມ​ສົງຄາມ​ຮຸກ​ຮານ.

ໂຄສົກ​ສະຫະພັນ​ກຳ​ມະ​ບານ​ກ່າວ​ວ່າ,ລະ​ລຶກ​ໄຊຊະນະ​ໃນ​ສົງຄາມ​ຕໍ່ຕ້ານ,​ແມ່ນ​ເພື່ອ​ຈື່​ຈຳ​ສັນຕິ​ພາບ​ແລະ​ຄວາມ​ຫວັງ​ທີ່​ວິ​ລະ​ຊົນ​ຕໍ່ຕ້ານ​ຍີ່​ປຸ່ນປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ເວລາ​ນັ້ນ​ນຳພາ​ໃຫ້​ພວກ​ເຮົາ,ບໍ່​ໃຫ້​ປະ​ຫວັດ​ສາດ​ຮຸກ​ຮານ​ຊ້ຳ​ຮອຍ​ຄືນ​ອີກຢ່າງ​ເດັດຂາດ.

ຜູ່​ຮັບ​ຜິດ​ຊອບ​ຂອງ​ສະຫະ​ພັນ​ສ້າງສາ​ຮົງ​ກົງ​ປະຊາ​ທິປະ​​ໄຕ​ຊີ້​ອອກ​ວ່າ,60ປີຜ່ານ​​ໄປ​ແລ້ວ,​ແຕ່​ມາ​ໃນ​ປະຈຸ​ບັນ,ປະຊາຊົນ​ອາຊີ​ກໍ​ຍັງ​ເຫັນ,ລັດຖະບານ​ຍີ່​ປຸ່ນຫາ​ວິທີ​ປົກ​ປິດ​ໂທດ​ກຳ​ທີ່​ເຂົາ​ກໍ່​ຂຶ້ນ​ໃນ​ສົງຄາມ​ໂລກ​ທີ2​ຊ້ຳ​​ແລ້ວ​ຊ້ຳ​ອີກ,ການ​ກະທຳ​ຕ່າງໆ​ຂອງ​ລັດຖະບານ​ຍີ່​ປຸ່ນ​ແລະ​ອິດ​ທິກຳລັງ​ຂວາ​ຈັດ​ເຮັດ​ໃຫ້​ຄົນ​ຮູ້​ສຶກຄຽດ​ແຄ້ນ.