ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 18:30:31    
ວົງ​ການ​ຕ່າງໆ​ຂອງ​ນານ​ກິ່ງ​ລະ​ລຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຍີ່​ປຸ່ນ​ກໍ​ຄື​ສົງ​ຄາມ​ຕໍ່​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ​60​ປີ

cri Author: zhangshuo
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ຕອນຄ່ຳ​ວັນ​ທີ 15 ສິງຫາ, ຢູ່​ຫໍ​ລະ​ລຶກ​ພີ່ນ້ອງ​ຮ່ວມ​ຊາດ​ຜູ້​ຖືກ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ສັງ​ຫານ​ໂຫດ​ຢ່າງ​ຂະ​ໜາດ​​ໃຫຍ່​ຢູ່​ນານ​ກິ່ງ,​ບຸກ​ຄົນ​ຕ່າງໆ​3​ພັນ​ກວ່າ​ຄົນໄດ້​ຈັດ​ການ​ເຄື່ອນ​ໄຫວ​ລະ​ລຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຍີ່​ປຸ່ນກໍ​ຄື​ສົງ​ຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​​ໄດ້​ຮັບ​​ໄຊ​ຊະ​ນະ​ຄົບ​ຮອບ​60​ປີ​ຢ່າງ​ໃຫຍ່​ໂຕ.

​ໃນ​ກອງ​ປະຊຸມ,ທ່ານ​ລໍ​ຈື້ຈຸ່ນ ​ເລຂາ​ຄະ​ນະ​ພັກ​ນະຄອນ​ນານ​ກິ່ງ​ເວົ້າວ່າ,​ໃນ​ສົງຄາມ​ຕໍ່​ຕ້ານຍີ່​ປຸ່ນ, ນານ​ກິ່ງ​ທີ່​ຖືກ​ລັດ​ທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ​ຢຽບ​ຢ່ຳຮ້າຍ​ແຮງ​ກວ່າ​ໝູ່​ໄດ້​ມີ​ໄທ​ເມືອງ​ສາ​ມັນ​ແລະ​ທະ​ຫານ​ທີ່​ວາງ​ອາ​ວຸດ​ 3 ​ແສນ​ຄົນ​ຖືກ​ສັງຫານ​​ຢ່າງ​ທາລຸນ.ພວກ​​ເຮົາ​ຈື່​ຈຳ​ປະ​ຫວັດ​ສາດ​​ໄວ້​ບໍ່​ລືມ,​ກໍ​ແມ່ນ​ເພື່ອ​ຖະ​ໜອມ​ຫວງ​ແຫນ​ສັນ​ຕິ​ພາບ​ທີ່​​ໄດ້​ມາ​ບໍ່​ແມ່ນ​ງ່າຍ.

​ຢູ່​ໃຕ້​ແສງ​​ຕາ​ເ​ວັນ​ລົງ​ແລງ,ຜູ້​ແທນ​ວົງ​ການຕ່າງໆ​ຂອງ​ນະ​ຄອນ​ນານ​ກິ່ງ​ໄດ້​​ເຄາະ​ລະ​ຄັງ​ສັນ​ຕິ​ພາບ,​ມວນ​ຊົນ​ທີ່​ຮ່ວມ​ງານ​ຖື​ທຽນ​ໄຂ​ແດງ,ຍ່າງ​ວ້ຽນ​ຫໍ​ລະ​ລຶກ​ຮອບ​ໜຶ່ງ,​ຈັດ​ພິ​ທີ​ໄວ້​ອາ​ໄລ ດ້ວຍ​ແສງ​ທຽນ​ຢູ່​ໜ້າ​ກຳ​ແພງ​ລາຍ​ຊື່​ຜູ້​ປະ​ສົບ​ເຄາະ​ຮ້າຍ,​ໄວ້​ອາ​ໄລ​ດວງ​ວິນ​ຍານ​ຂອງ​ພີ່ ນ້ອງ​ຮ່ວມ​ຊາດ​ຜູ້​ປະ​ສົບ​ເຄາະ​ຮ້າຍ 3 ​ແສນ​ຄົນ.