ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 21:00:44    
ຄວາມ​ຮູ້​ກ່ຽວ​ກັບ​ນ້ຳ​ມັນ​ກິນ

cri
ທຸກ​ຄົນ​ຄົງ​ຮູ້​ດີ​ວ່າ, ​ໃນ​ເວລາ​ເຮັດ​ກິນ​ນັ້ນ​ຈະ​ຕ້ອງ​ໃຊ້​ນ້ຳມັນ​ເປັນ​ປະຈຳ,​ເພາະວ່າ​ນ້ຳມັນ​ເຮັດ​ໃຫ້ອາຫານ​ຫອມ​ແລະ​​ແຊບ​ຕື່ມ,ທັງ​ເປັນ​ແຫຼ່ງພະລັງງານ​ສຳຄັນ​ຢ່າງ​ໜຶ່ງ​ສຳລັບ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຄົນ​ເຮົາ​ນີ້​ມີ​ເຫື່ອ​ມີ​ແຮງ​ເຄື່ອນ​ໄຫວ.ຖ້າ​ຄົນ​ເຮົາ​ຫາກ​ບໍ່​ກິນ​ນ້ຳມັນ​ດົນ​ຕາມ​ດົນ,ຜິວໜັງ​ກໍ​ຈະ​ແຫ້ງ,ຜົມ​ກໍ​ແຫ້ງ​ແລະ​ຜ່ອຍ​ທັງ​ມັກ​ລົ່ນ​ເລື່ອຍໆ​ເຫຼົ່າ​ນີ້​ເປັນ​ຕົ້ນ.ສະ​ນັ້ນ,ນ້ຳມັນ​ຈຶ່ງ​ເປັນວັດຖຸ​ແນວ​ໜຶ່ງ​ສຳລັບ​ບຳລຸງ​ຮ່າງກາຍ​ຂອງ​ຄົນ​ເຮົາ​ຢ່າງ​ຂາດ​ບໍ່​ໄດ້.

ນ້ຳມັນ​ທີ່​ຄົນ​ເຮົາ​ກິນ​ນັ້ນ​ມີ​ນ້ຳມັນ​ພືດ​ແລະ​ນ້ຳມັນ​ສັດ.

ໂດຍ​ທົ່ວ​ໄປ​ແລ້ວ,ຄົນ​ທັງຫຼາຍ​ເຫັນ​ວ່າ​ກິນ​ນ້ຳມັນ​ພືດ​ດີກ​ວ່າ​ກິນ​ນ້ຳມັນ​ສັດ.ບາງ​ຄົນ​ກໍ​ຮິ​ນ້ຳ​ມັນ​ສັດ​ປານ​ໜູນ​ຢ້ານ​ແມວ​ເອົາ​ໂລກ.ດົນ​ຕາມ​ດົນ​ເລີຍ​ກາຍ​ເປັນນິດ​ໄສ​ຈົນ​ນ້ຳ​ມັນ​ສັດ​ຢອດ​ດຽວ​ກໍ​ບໍ່​ກ້າ​ແຈະ.ທີ່​ຈິງ​ແລ້ວ ນ້ຳມັນ​ພືດ​ກັບ​ນ້ຳມັນ​ສັດ​ກໍ​ມີ​ຈຸ​ດດີ​ຈຸດ​ອ່ອນ​ຕ່າງ​ກັນ,​ຈະ​ຕັ້ງ​ຕໍ່​ກິນ​ແຕ່​ນ້ຳ​ມັນ​ແນວ​ນີ້​ຫຼື​ຮິ​ແນວ​ນັ້ນ​ກໍ​ລ້ວນ​ແຕ່​ບໍ່​​ເໝາະ​ສົມ.

ກ່ອນ​ອື່ນ,ຂໍ​ອະທິບາຍ​ກ່ຽວ​ກັບ​ນ້ຳມັນ​ພືດ,​ໃນ​ນ້ຳມັນ​ພືດ​ທຸກ​ຊະນິດ​ນັ້ນ​ລ້ວນ​ແຕ່​ມີ​ກົດ​ໄຂມັນ​ທີ່​ບໍ່​ເຕັມ​ຂີດ​ຫຼາຍ​ຢ່າງ.​ໃນ​ນັ້ນ​ມີ​ບາງ​ຢ່າງ​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ແມ່ນ​ບໍ່​ສາມາດ​ປະ​ສົມ​ເອົາ​ເອງ​ໄດ້.​ມີ​ແຕ່​ຕ້ອງ​ຮັບ​ເອົາ​ຈາກ​ນ້ຳມັນ​ກິນ​ຫຼື​ໃນ​ຂອງ​ກິນ​ທີ່​ມີ​ນ້ຳມັນ​ທໍ່​ນັ້ນ.​ຖ້າ​ຄົນ​ເຮົາ​ຫາກ​ກິນ​ນ້ຳ​ມັນ​ພືດ​ໜ້ອຍ​​ໂພດ,ກໍ​ຈະ​ພາ​ໃຫ້​ຮ່າງ​ກາຍ​ຂາດ​ກົດ​ໄຂ​ມັນ​ທີ່​ບໍ່​ເຕັມ​ຂີດ.​ຜູ້​ກ່ຽວ​ກໍ​ຈະ​ຈ່ອຍ​ຜອມ,​ຜິວ​ໜັງ​ກໍ​ຈະ​ແຫ່ວ​ແຫ້ງ​ບໍ່​ນຸ້ມ​ນວນ.​ແຕ່​ວ່າ​ໃນ​ນ້ຳ​ມັນ​ພືດ​ນັ້ນ​ເຖິງ​ຈະ​ມີ​ທາດ​ບຳ​ລຸງ​ທີ່​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ຂາດ​ມັນ​ບໍ່​ໄດ້​ກໍ​ຕາມ,​ແຕ່​ຖ້າ​ກິນ​ຫຼາຍ​ໂພດ​ກໍ​ບໍ່​ດີ​ຄື​ກັນ,​ເພາະ​ວ່າ​ກົດ​ໄຂມັນ​ທີ່​ບໍ່​ເຕັມ​ຂີດ​ທີ່​ປົນ​ຢູ່​ໃນ​ນ້ຳ​ມັນ​ພືດ​ນັ້ນ​ອາດ​ຈະ​ມີ​ວັດ​ຖຸ​ທີ່​ຈະ​ພາ​ໃຫ້​ເກີດ​ພະ​ຍາດ​ມະ​ເຮັງ​ກໍ​ເປັນ​ໄດ້.​ສ່ວນ​ນ້ຳ​ມັນ​ສັດ​ສ່ວນ​ໃຫຍ່​ແມ່ນ​ນ້ຳ​ມັນ​ໝູ​ເຊິ່ງ​ລ້ວນ​ແຕ່​ມີ​ກົດ​ໄຂ​ມັນ​ເຕັມ​ຂີດ​ເກືອບ​ທັງ​ນັ້ນ,​ຖ້າ​ກິນ​ນ້ຳ​ມັນ​ສັດ​ຫຼາຍ​ໂພດ​ກໍ​ຈະ​ເຮັດ​ໃຫ້​ໄຂ​ມັນ​ໃນ​ເລືອດ​ຫຼາຍ​ຂຶ້ນ,​ແລ້ວ​ເຮັດ​ໃຫ້​ສາຍ​ເລືອດ​ແດງ​ແຂງ,​ເລືອດ​ດັນ​ສູງ​ແລະ​ເປັນ​ໂລກ​ຫົວ​ໃຈ.​ແຕ່​ກໍ​ບໍ່​ແມ່ນ​ວ່າ​ນ້ຳ​ມັນ​ສັດ​ຈະ​ບໍ່​ມີ​ແນວ​ດີ​ຫຍັງ​ຈັກ​ຢ່າງ.​ຜູ້​ໜຸ່ມ​ຜູ້​ນ້ອຍ​ທີ່​ມັກ​ເຕັ້ນ​ມັກ​ດີດ​ຫຼື​ກຳ​ມະ​ກອນ​ຊາວ​ນາ​ທີ່​ເຮັດ​ວຽກ​ໜັກ​ແລະ​ໃນ​ຍາມ​ໜາວ​ນັ້ນ,​ກໍ​ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງ​ກິນ​ນ້ຳ​ມັນ​ສັດ​ໃຫ້​ພໍ​ດີ​ພໍ​ຄວນ.

ເຖິງ​​​ແມ່ນ​ວ່າ​ຖ້າ​ກິນ​ນ້ຳມັນ​ສັດ​ຫຼາຍ​ມັນ​ມັກ​ຈະ​ເຮັດ​ໃຫ້​ສາຍ​ເລືອດ​ແດງ​ແຂງ​ກໍ​ຕາມ,​ແຕ່​ຜູ້​ທີ່​ກິນ​ນ້ຳ​ມັນ​ພືດ​ຫຼາຍ​ມັນ​ພັດ​ອາດ​ຈະ​ເປັນ​ມະ​ເຣັງ​ລຳ​ໄສ້​ແລະ​ມະ​ເຮັງ​ຕ່ອມ​ນົມ​ງ່າຍ​ກວ່າ​ຜູ້​ທີ່​ກິນ​ນ້ຳມັນ​ສັດ,ສະ​ນັ້ນ,​ຖ້າ​ຢາກ​ໃຫ້​ຮ່າງ​ກາຍ​ສົມ​ບູນ,​ນ້ຳ​ມັນ​ຫຍັງ​ກໍ​ຕ້ອງ​ກິນ​ຈັກ​ເລັກ​ຈັກ​ໜ້ອຍ​ຈະ​ດີກ​ວ່າ.

ສອງ​ບັນຫາ​ທີ່​ຄວນ​ລະວັງ​ໃນ​ເວລາ​ກິນ​ນ້ຳມັນ​ພືດ​ຫຼື​ນ້ຳມັນ​ສັດ.ຄື​ໜຶ່ງ ຢ່າ​ປະ​ໃຫ້​ນ້ຳມັນ​ປ່ຽນ​ທາດ,ສອງ​ແມ່ນ​ຢ່າ​ກິນ​ມັນ​ໂພດ.

ນ້ຳມັນ​ກິນ​ຖ້າ​ຮັກສາ​ບໍ່​ດີ​ກໍ​ມັກ​ຈະ​ປ່ຽນ​ທາດ​ເຊື່ອມ​ພິດ​ຫຼື​ບູດ​ເໜົ່າ,ຄັນ​ກິນ​ນ້ຳມັນ​ແນວ​ນີ້​ກໍ​ຈະ​ເປັນ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່​ສຸກຂະພາບ​ຂອງ​ຜູ້ກ່ຽວ.ວິທີ​ຮັກສາ​ນ້ຳມັນ​ໄວ້​ຢ່າງ​ງາຍໆ​ມີ​ດັ່ງ​ນີ້: ​ແມ່ນ​ໃຫ້​ເອົາ​ນ້ຳມັນ​ໃສ່​ໄວ້​ໃນພາດ​ຊະນະທີ່​ເຮັດ​ດ້ວຍ​ດິນ​ເຜົາ​ເຄືອບ​ຫຼື​ເຫຼັກ​ເຄືອບ​ຫຼື​ເຮັດ​ດ້ວຍ​ແກ້ວ.ດີ​ທີ່​ສຸດ​ແມ່ນ​ຢ່າ​ໃສ່​ໄວ້​ໃນ​ເຄື່ອງປຼັດສະຕິ​ກ.ສອງ​ແມ່ນ​ໃນ​ນ້ຳມັນ​ກິ​ໂລ​ໜຶ່ງ​ໃຫ້​ຢອດ​ວິດ​ຕາ​ມິນ​ແອ​ໃສ່​ຈັກ3,4ຢອດ.ຫຼື​ຖິ້ມ​ໃສ່​ທັງ​ເມັດ​ກໍ​ໄດ້,​ແຕ່​ວ່າ​ກ່ອນ​ຈະ​ໃສ່​ນັ້ນ,​ໃຫ້​ເອົາ​ເຂັມ​ແທງ​ເປືອກ​ຢາງ​ວິດ​ຕາ​ມິນ​ໃຫ້​ມັນ​ຊອດ​ກ່ອນ,​ເພື່ອ​ໃຫ້​ວິດ​ຕາ​ມິນ​ຊຶມ​ເຂົ້າ​ໄປ​ໃນ​ນ້ຳມັນ.ສາມ​ແມ່ນ​ເອົາ​ໝາກ​ແຄນ​ລົງ​ຈືນ​ໃນ​ນ້ຳມັນ​ຈົນ​ອອກ​ກິ່ນ​ຫອມ,​ເມື່ອ​ນ້ຳມັນ​ເຢັນ​ແລ້ວ​ຈິ່ງ​ຄ່ອຍ​ຫ່າ​ຍ​ໃສ່​ໄວ້​ໃນ​ພາດ​ຊະ​ນະ​ນັ້ນ.​ການ​ກິນ​ນ້ຳມັນ​ກໍ​ມີ​ຫຼັກ​ວິ​ທະ​ຍາ​ສາດ​ຂອງ​ມັນ,ຖ້າ​ຝືນ​ກົດ​ເກນ,ມັນ​ກໍ​ບໍ່​ພຽງ​ແຕ່​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ຄົນ​ເຮົາ​ທໍ່​ນັ້ນ,ຫາກ​ຍັງ​ຈະ​ເປັນ​ຜົນ​ຮ້າຍ​ຕໍ່​ສຸກ​ຂະ​ພາບ​ຂອງ​ຄົນ​ເຮົາ​ອີກ​ຊ້ຳ.​ຢູ່​ໃນ​ນັ້ນ,ມີ​ສອງ​ຂໍ້​ທີ່​ຄວນ​ລະ​ວັງ​ຄື,​ໜຶ່ງ,​ຢ່າງ​ກິນ​ມັນ​ຫຼາຍ,​ເວລາ​ຂົ້ວ​ຜັກ​ຢ່າ​ໃສ່​ນ້ຳ​ມັນ​ຫຼາຍ​ໂພດ.​ສອງ​ແມ່ນ​ຢ່າ​ຂ້ຽວ​ນ້ຳ​ມັນ​ດ້ວຍ​ໄຟ​ແຮງ​ຫຼາຍ​ຫຼົບ​ຫຼາຍ​ຕ່າວ,​ດີ​ທີ່​ສຸດ​ກໍ​ຢ່າ​ໃຊ້​ນ້ຳ​ມັນ​ທີ່​ຈືນ​ຂອງ​ຫຼາຍ​ເທື່ອ​ແລ້ວ​ນັ້ນ​ຄືນ​ອີກ.