|
 |
(GMT+08:00)
2005-08-16 21:21:49
|
ກອງທະຫານອິສຣາແອນຈະສຳເລັດການເຄື່ອນໄຫວຖອນອອກຈາກກາຊາພາຍໃນ 10 ມື້
cri
ຕາມຂ່າວcri: ວັນທີ 16 ສິງຫາ,ນາຍທະຫານຊັ້ນສູງຜູ້ໜຶ່ງຂອງອິສຣາແອນເວົ້າວ່າ,ກອງທະຫານອິສຣາແອນຈະຖອນອອກຈາກຈຸດຕັ້ງຖິ່ນຖານຊາວຢິວທັງໝົດ 21 ແຫ່ງຢູ່ແຖບກາຊາພາຍໃນ 10 ມື້.
ວັນທີ 16 ສິງຫາ,ກອງທະຫານອິສຣາແອນໄດ້ມ້າງປະຕູໃຫຍ່ຂອງເນວີ ເດຄາລິມ ຈຸດຕັ້ງຖິ່ນຖານທີ່ໃຫຍ່ກວ່າໝູ່ຢູ່ແຖບກາຊາ,ເພື່ອຫລີກເວັ້ນບໍ່ໃຫ້ຜູ້ຄັດຄ້ານຂັດຂວາງການເຄື່ອນໄຫວຖອນທະຫານແລະຕຳຫລວດອອກ.ວັນທີ 17 ສິງຫາແມ່ນວັນເລີ່ມປະຕິບັດການບັງຄັບຖອນອອກທີ່ລັດຖະບານອິສຣາແອນກຳນົດໄວ້.
|
|
|