ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-17 09:49:51    
ປະມວນ​ຂ່າວ​ກິລາ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ, ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ປະມວນ​ຂ່າວ​ກິລາ​ສູ່​ທ່ານ​ຟັງ.

ວັນ​ທີ 8 ສິງຫາ​ນີ້, ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະກາດ​ວ່າ, ​ເພື່ອ​ເຜີຍ​ແຜ່​ເນື້ອ​ໃນ​ແລະ​ທັດສະນະ​ຄະຕິ​ຂອງ​ຄຳ​ຂວັນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ຄື ​ໂລກ​ໜ່ວຍ​ດຽວ​ກັນ ຄວາມ​ຝັນ​ດຽວ​ກັນ ຫຼື One world, One dream​ ໄປ​ສູ່ທົ່ວ​ໂລກ, ​ເລີ່​ມ​ແຕ່​ທ້າຍ​ເດືອນ​ສິງຫາ​ເປັນຕົ້ນ​ໄປ, ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະຂໍ​ປະພັນ​ການ​ຂຽນ​ງາມ​ແລະ​ໂຄສະນາ​ຄຳ​ຂວັນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ວັນ​ທີ 8 ສິງຫານີ້, ງານ​​ແຂ່ງຂັນຂໍ​ແຜນການຮູບ​ແກ​ະສະຫຼັກງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເຊິ່ງ​ແມ່ນ​ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ຜູ່​ຈັດຕັ້ງນັ້ນ ​ໄດ້​ເລີ່​ມຕົ້ນຢ່າງ​ເປັນ​ທາງ​ການ, ງານ​ແຂ່ງຂັນ​ຈະ​ຂໍ​ແຜນການ​ນຳ​ວົງ​ການ​ແກະສະຫຼັກ​ແລະ​ວົງ​ການ​ອອກ​ແບບ​ທົ່ວ​ໂລກ, ​ໃນ​ທີ່​ສຸດຈະ​ປະ​ກວດ​ປະພັນ​ຮູບ​ສະຫຼັກ 29 ອັນ​ເພື່ອ​ມອບ​ລາງວັນ.

ວັນ​ທີ 7 ສິງຫາ​ນີ້ ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຊະນະ​ເລີດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ​ສອງ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ດາ​​ເກ​ແຫ່ງ​ສ.​ເກົາຫຼີ​ເປັນ​ເວລາ 9 ມື້ນັ້ນ ​ໄດ້​ສິ້ນ​ສຸດ​ລົງ. ​ໃນ​ການ​ແຂ່ງຂັນ​ບານ​ເຕະ​ເພດ​ຊາຍ​ຂອງ​ງານ​ແຂ່ງຂັນ​ເທື່ອ​ນີ້, ທີ​ມຈີນ​ໄດ້​​ເຕະ​ສະ​ເໝີ​ກັບ​ທີ​ມສ.​ເກົາ​ຫຼີ​ດ້ວຍ​ຄະ​ແນນ 1:1 ​ ​ສະ​ເໝີ​ກັບ​ທີ​ມຍີ່ປຸ່ນ​ດ້ວຍ​ຄະ​ແນນ 2:2 ​ແລະ​ເອົາຊະນະ​ທີ​ມສ.​ປ.ປ.​ເກົາ​ຫຼີດ້ວຍ​ຄະ​ແນນ 2:0, ​ແລ້ວ​ຊິງ​ໄດ້​ແຊມ​ປຽນ​ເພດ​ຊາຍ; ​ໃນ​ການ​ແຂ່ງຂັນ​ເພດ​ຍິງ, ລີລາ​ການສະ​ແດງ​ຂອງທີ​ມບານ​ເຕະ​ເພດ​ຍິງ​ຈີນບໍ່​ດີ​ປານ​ໃດ, ​ແຂ່ງຂັນ​ສາມ​ນັດ​ສະ​ເໝີ​ນັດ​ໜຶ່ງ ເສຍ​ສອງ​ນັດ, ​ເປັນ​ທີ 4, ທີ​ມສ.​ເກົາຫຼີຊິງ​ໄດ້​ແຊມ​ປຽນ​​ເພດ​ຍິງ.ທີ​ມ ບານ​ເຕະ​ຍິງ​ຊາຍ​ແຫ່ງ​ຊາດ​ຂອງ 4 ປະ​ເທດ​ຄື ຈີນ ສ.ປ.ປ.​ເກົາຫຼີ ສ.​ເກົາຫຼີ​ແລະ​ຍີ່ປຸ່ນ​ໄດ້​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເທື່ອ​ນີ້.

ວັນ​ທີ 6 ສິງຫາ​ນີ້, ງານ​ແຂ່ງຂັນ​ແລ່​ນ​ແລະ​ລານ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທີ 10 ​ໄດ້​ຈັດ​ຂຶ້ນຢູ່​ແຮນ​ຊິງ​ກີ ຕົວ​ເມືອງທີ່​ມີ​ຊື່ສຽງດົ່ງ​ດັງ​ຂອງ​ແຟງ​ລັງ. ງານ​ແຂ່ງຂັນ​ເທື່ອ​ນີ້​ໄດ້​ສ້າງ​ສະ​ຖິ​ຕິ​ເຊິ່ງມີ​ຄະນະ​ນັກກິລາ​ເຂົ້າຮ່ວມ​ການ​ແຂ່ງຂັນ​ປະ​ເພດ​ດ່ຽວລະດັບ​ໂລກຫຼາຍທີ່​ສຸດ​ໃນ​ປະ​ຫວັດ​ສາດ, ມີ 209 ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໄດ້​ສົ່ງ​ນັກ​ກິລາ​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ. ​ເທື່ອ​ນີ້ ຈີນ​ໄດ້​ສົ່ງ​ນັກ​ກິລາ 35 ຄົນ​​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ. ​ໃນ​ການ​ແຂ່ງຂັນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7, ນາງ​ອີ​ວານ​ໂນ​ວາ ນັກ​ກິລາຣັດ​ເຊຍ​ໄດ້​ສ້າງ​ສະຖິຕິ​ໂລກ​ໃນ​ການ​ແຂ່ງຂັນ​ຍ່າງ​ທົນ 20 ກິ​ໂລ​ແມັດ​ເພດ​ຍິງ​ດ້ວຍ​ຜົນງານ 1 ຊົ່ວ​ໂມງ 25 ນາທີ 41 ວິນາທີ; ທ້າວ​ເກັດ​ທ໌ລິນ ນັກ​ກິລາ​ອາ​ເມ​ລິ​ກາ​ໄດ້​ຮັບ​ໄຊຊະນະ​ໃນ​ກາ​ນ​ແຂ່ງຂັນ​ແລ່ນ​ໄວ 100 ​ແມັດ​ເພດ​ຊາຍ​ດ້ວຍ​ຜົນງານ 9 ນາທີ 88 ວິນາທີ.

​ໃນ​ການ​ແຂ່ງຂັນ 5 ລາຍການ​ຍຸກ​ປະຈຸ​ບັນ​ຊິງ​ຊະນະ​ເລີດ​ໂລກ​ປີ 2005 ທີ່​ຈັດ​ຂຶ້ນຢູ່​ນະ​ຄອນ​ວັກ​ໂຊ​ວີ​ແຫ່ງ​ໂປ​ໂລ​ຍ​ໃນ​ວັນ​ທີ 6 ສິງຫາ​ນີ້, ທ້າວ​ສຽນ​ເຈີ້ນ​ຮວາ ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ປະ​ເພດ​ດ່ຽວ​ເພດ​ຊາຍ. ນີ້​ແມ່ນ​ນັກ​ກິລາ​ອາຊີ​ຊິງ​ໄດ້ຫຼຽນຄຳ​ເປັນຄັ້ງທຳ​ອິດ​ໃນ​ການ​ແຂ່ງຂັນ 5 ລາຍການ​ຍຸກ​ປະ​ຈຸ​ບັນລະດັບ​ໂລກຈົນ​ຮອດ​ປະຈຸ​ບັນ.

​ໃນ​ການ​ແຂ່ງຂັນ​ຊິງຄຸນ​ວຸດ​ທິ​ເຂດ​ອາຊີ​ຂອງ​ງານ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ​ຊິງ​ຊະ​ນະ​ເລີດ​ໂລກ​ປີ 2006 ທີ່​ຈັດ​ຂຶ້ນຢູ່​​ເມືອງນິງ​ໂປ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໃນ​ວັນ​ທີ 7 ສິງຫາ​ນີ້, ທີ​ມບານ​ສົ່ງ​ເພດ​ຍິງ​ຈີນ​ໄດ້​ເອົາ​ຊະນະ​ທີ​ມ​ໄຕ​ເປ​ຈີນ​ດ້ວຍ​ຄະ​ແນນ 3:0, ​ໃນ​ງານ​​ແຂ່ງຂັນ​ເທື່ອ​ນີ້ ທີ​ມຈີນ​​ເຂົ້າຮ່ວມ​ການແຂ່ງຂັນ 4 ນັດ​ໄດ້​ຊະນະ 4 ນັດ, ​ແລ້ວ​ຊິງ​ໄດ້​ຄຸນ​ວຸດ​ທິ​ເຂົ້າຮ່ວມບັ້ນ​ຊິງ​ຊະນະ​ເລີດ​ຂອງງານ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ​ຊິງ​ຊະນະ​ເລີດ​ໂລກ​ປີ 2006.

ວັນ​ທີ 7 ສິງຫາ​ນີ້, ງານ​ແຂ່ງຂັນ​ເທັນ​ນິສອາ​ຄູຣາຄຼາຊິກ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮອບ​ຮອງ​ຊະ​ນະ​ເລີດ, ນາງ​ເຜິ​ງຊວ້າຍ ນັກ​ກິລາ​ຈີນ​ທີ່​ອາຍຸ 19 ປີ​ໄດ້​ເສຍ​ໃຫ້​ນາງ​ເປຍ​ສ໌ ນັກ​ກິລາ​ທີ່​ມີ​ຊື່ສຽງດົ່ງ​ດັງ​ຂອງຝຣັ່ງດ້ວຍ​ຄະ​ແນນ 0:2, ​ແລ້ວຕົກຮອບຊິງ​ຊະນະ​ເລີດ, ​ແຕ່​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້, ນາງ​ເຜິ​ງຊວ້າຍທີ່​ຍັງ​ໜຸ່ມ​ໄດ້​ເອົາ​ຊະນະ​ນັກ​ກິລາ​ລະດັບ​ຍອດ​ຢ້ຽມ​ໃນ​ໂລກ​ສອງ​ຄົນ​ຄື ນາງ​ແດ​ແມນ​ຕີ​ເອວາ​ແລະ​ນາງຄຼິສ໌ເຕີ​ສ໌, ​ໄດ້​ສະ​ແດງ​ເຖິງ​ກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງຂອງ​ນາງ.

ວັນ​ທີ 5 ສິງຫາ​ນີ້, ທ່ານ​ລິນ​ມິ​ງ​ເວິ​ຍ ຄູ​​ໄວໜຸ່ມນະຄອນ​ເຊິ​ນ​ເຈິ້ນ​ຈີນ​ໄດ້​ອອກ​ເດີນທາງ​ຈາກ​ເມືອງ​​ໂປ​ສ໌ທີ່​ຢູ່​​ແຄມທະ​ເລຕາ​ເວັນ​ຕົກ​ຂອງ​ອົສຕຼາລີ, ​ເລີ່​ມ​ເດີນ​ຜ່ານ​ອົສຕຼາລີ​ທີ່​​ຈະໃຊ້​ເວລາ 20 ມື້​. ຖ້າ​ແຜນການ​ຂອງ​ທ່ານ​ໄດ້​ຮັບ​ຜົນສຳ​ເລັດ, ທ່ານ​ຈະ​ແມ່ນ​ຄົນ​ຈີນ​ຜູ່​ທຳ​ອິດເດີນ​ຜ່ານ​​ແຜ່ນ​ດິນ​ໃຫຍ່ອົສຕຼາລີ.

​ເມື່ອ​ໄດ້​​ແຂ່ງຂັນ​ກັນ​ຢ່າງ​ດຸ​ເດືອດ​ເປັນ​ເວລາ 4 ມື້, ວັນ​ທີ 7 ສິງຫາ​ນີ້, ງານ​ແຂ່ງ​ຂັນ​ຊວງ​ເຮືອ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທີ 7 ທີ່​ຈັດ​ຂຶ້ນຢູ່​ນະຄອນ​ແບກ​ແລງ​ແຫ່ງ​ເຢຍລະ​ມັນ​ໄດ້​ສິ້ນ​ສຸດ​ລົງ. ​ໃນ​ການ​ແຂ່ງຂັນ​ປະ​ເພດ​ດ່ຽວ 8 ລາຍການທັງ​ໝົດຂອງ​ຜູ່​ໃຫຍ່, ທີ​ມ ຈີນ​ຊິງໄດ້ຜົນງານ​ດີ​ເດັ່ນ ຄື​ຊິງ​ໄດ້ຫຼຽນຄຳ 7 ຫຼຽນ ຫຼຽນ​ເງິນ​ໜຶ່ງຫຼຽນ, ​​ແລະ​ຊິງ​ໄດ້​ແຊມ​ປຽນ​ຜົນງານ​ລວມ​ໃນ​ຈຸ​ດັ່ງກ່າວ.

 ງານ​ແຂ່ງຂັນ​ເຄື່ອງຈຳລອງ​ເດີນ​ທະ​ເລ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທີ 14 ທີ່​ຈັດ​ຂຶ້ນຢູ່​ເມືອງ​ບູ​ເດ​ໂຈ​ວິກ​ ທາງ​ພາກ​ໃຕ້​ເຊັກ​ເປັນ​ເວລາ 6 ມື້​ນັ້ນໄດ້​ສິ້ນ​ສຸດ​ລົງ, ນັກ​ກິລາ 300 ກວ່າ​ຄົນ​ທີ່​ມາ​ຈາກ 14 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ​ເທື່ອ​ນີ້. ​ໃນ​ການ​ແຂ່ງຂັນ​ເທື່ອ​ນີ້, ທີ​ມຈີນ​ຊິງ​ໄດ້ຫຼຽນຄຳ 2 ຫຼຽນ ຫຼຽນ​ເງິນ 1 ຫຼຽນ ຫຼຽນທອງ 2 ຫຼຽນ.