ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-17 16:37:49    
ປະຊາຊົນ​ຈີນ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​ໄດ້​ປະ​ກອບ​ສ່ວນ​ຄັ້ງ​ປະ​ຫວັດ​ສາດ​ເພື່ອ​ສັນ​ຕິ​ພາບ​ຂອງ​ໂລກ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ຜູ້​ຊ່ຽວຊານ​ແລະ​ນັກປາດ​​ເກືອບ​ຮ້ອຍ​ຄົນ​ໃນ​ວົງ​ການ​ປະຫວັດສາດ​ຈີນ​ໄດ້​ຈັດ​ງານ​ສຳ​ມະ​ນາ​ຫົວ​ຂໍ້​ຈຳ​ເພາະ​ກ່ຽວ​ກັບ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ. ຜູ້​ຮ່ວມ​ງານ​ກ່າວ​ວ່າ,ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​ໄດ້​ປະກອບ​ສ່ວນ​ຄັ້ງ​ປະຫວັດສາດ​ທີ່ສຳຄັນ​ເພື່ອ​ພາລະກິດ​ຍາດ​ແຍ່ງ​ສັນຕິພາບ​ຂອງ​ໂລກແລະຄວາມ​ກ້າວໜ້າ​ດ້ານ​ອາລະຍະ​ທຳ​ໃຫ້​ແກ່​ມວນ​ມະນຸດ.

ບັນດາ​ນັກປາດ​ທີ່​ຮ່ວມ​ງານ​ເຫັນ​ວ່າ,ພັກ​ກອມ​ມູນິດ​ຈີນ​ແມ່ນ​ຜືນ​ທຸງ​ທີ່​ຊັກ​ນຳ​ທົ່ວ​ປະຊາ​ຊາດ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​ແລະ​ເດີນ​ໄປ​ສູ່​ໄຊຊະນະ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​​ເສົາ​ຄ້ຳອັນ​ໝັ້ນ​ແກ່ນໃນ​ສົງຄາມ​​ຕໍ່​ຕ້ານ​​ຍີ່​ປຸ່ນ. ພວກ​​ເຂົາ​ເຈົ້າຊີ້​ອອກ​ວ່າ,​ສົງຄາມ​ດັ່ງກ່າວ​ໄດ້​ຮັບ​ໄຊຊະນະ​ແມ່ນ​ບາດ​ລ້ຽວທີ່​ປະຊາ​ຊາດ​ຈີນ​ຈາກ​ຄວາມ​ອ່ອນ​ແອ​​ເດີນ​ໄປ​ສູ່​ຄວາມ​ຈະ​ເລີ​ນ,​ໄດ້​ສ້າງ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ພັກ​ກອມ​ມູນິດ​ຈີນ​ສາມັກຄີ​ກັນ​ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ບັນລຸ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ,ປົດ​ປ່ອຍປະ​ຊາ​ຊົນ​ແລະ​ສ້າງ​ຕັ້ງປະ​ເທດ​ຈີນ​ໃໝ່.