ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-17 16:43:05    
ເຈົ້າໜ້າ​ທີ່​ອິສ​ຣາ​ແອນ​ກ່າວ​ວ່າ​ຜູ້​ຕັ້ງ​ຖິ່ນ​ຖານ​ເກີນ​ເຄິ່ງ​ໜຶ່ງ​ຖອນ​ອອກ​ຈາກ​ແຖບ​ກາ​ຊາ,​ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ຢ່າງ​ສະ​ໜິດ​ແໜ້ນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 16 ສິງຫາ​ແມ່ນ​ມື້​ທີ​ສອງ​ທີ່​ອິສຣາ​ແອນ​ຖອນ​ອອກ​ຈາກ​ກາຊາ. ​ເຈົ້າໜ້າ​ທີ່​ອິສຣາ​ແອນ​ກ່າວ​ວ່າ,ມີ​ຄອບຄົວຜູ້ຕັ້ງຖິ່ນ​ຖານ​ເກີນ​ເຄິ່ງໜຶ່ງ​ໄດ້ຖອນ​ອອກ​ຈາກ​ກາຊາ​ແລ້ວ. ພ້ອມ​ກັນນັ້ນ ປະຊາ​ຄົມ​ໂລກ​ກໍ​ໄດ້​ເອົາ​ໃຈ​ໃສ່​ນຳ​ການ​ຂະຫຍາຍຕົວ​ຂອງ​ສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນຢ່າງ​ໃກ້ຊິດ.

ວັນ​ທີ 16 ສິງຫາ ທ່ານດານ​ຮາ​ແລນຜູ້​ບັນຊາ​ການສູງ​ສຸດ​ໃນ​ການ​ເຄື່ອນ​ໄຫວ​ຖອນ​ອອກ​ແຕ່​ຝ່າຍ​ດຽວ​ຂອງ​ທະຫານ​ອິສຣາ​ແອນ ຜູ້​ບັນຊາ​ການ​​ເຂດ​ທະຫານ​ພາກ​ໃຕ້​ເວົ້າວ່າ,​ໄດ້​ມີ​ຄອບຄົວ​ຜູ້ຕັ້ງ​ຖິ່ນ​ຖານ​ເກີນ 50% ​ຍ້າຍ​ໜີ​​ເອງ. ຕາມ​ຊາບ​ວ່າ,ຕອນ​ຮຸ່ງ​ເຊົ້າວັນ​ທີ 17 ສິງຫາ ທະຫານ​ອິສຣາ​ແອນ​ໄດ້​​ເລີ່ມ​ປະຕິບັດ​ການ​​ບັງຄັບ​ໃຫ້​ຖອນ​ໜີ​ຢ່າງ​ເປັນ​ທາງ​ການ​,ປາ​ເລັສ​ຕີນ​ແລະ​ອິສຣາ​ແອນ​ຍັງ​ຕ່າງ​ໄດ້​ຈັດ​ວາງ​ຕຳຫຼວດ​ແລະ​ທະຫານ​ຢູ່​ແຖບ​ກາຊາ.

​ໃນ​ຂະນະ​ທີ່​ທະຫານ​ອິສຣາ​ແອນ​​ຖອນ​ອອກ​ແຕ່​ຝ່າຍ​ດຽວນັ້ນ ວັນ​ທີ 16 ສິງຫາ ທ່ານ​ເດ​ວິດ ​ແວວ​ສ໌ ຜູ້​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໄປ​ຢ້ຽມຢາມ​ກາຊາ​ຢ່າງ​ກະທັນ​ຫັນ,​ເຕືອນ​ໃຫ້​ປາ​ເລັສຕີນ​ແລະ​ອິສຣາ​ແອນ​ປະສານ​ງານ​ກັນ​​ໃຫ້​ດີ​ກວ່າ​ເກົ່າ​ໃນ​ການ​ເຄື່ອນ​ໄຫວ​ຖອນ​ອອກຈາກ​ກາຊາ.

ວັນ​ທີ 16 ສິງຫາ ນາຍົກລັດຖະມົນຕີຊອກດານີ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ອິສຣາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາຊາ. ​ມື້​ດຽວກັນ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ກໍ​ໄດ້​ກ່າວ​ວ່າ,​ອິສຣາ​ແອນ​​ຖອນ​ອອກ​ແຕ່​ຝ່າຍ​ດຽວ​​ເປັນ​ການ​ຢ່ວງ​ບາດກ້າວ​ນ້ອຍ​​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ.