ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-17 18:32:00    
ແຂວງ​ຢຸນນານ​ຈະ​ສ້າງ​ທາງ​ຫລວງ​ລະຫວ່າງ​ຊາດ​ສາມສາຍ​​ໄປ​ອາຊຽນ

cri
ຕາມ​ຂ່າວ​ຈາກ​ແຂວງ​ຢຸນນານ: ວັນ​ທີ 17 ສິງຫາ,ທ່ານ​ຕ່າ​ນ​ເຈີ່​ງ ຮອງ​ເລຂາ​ພັກ​ແຂວງ​ຢຸນນານ​ເປີດ​ເຜີຍ​ຢູ່​ນະຄອນ​ຄຸນ​ມິ​ງວ່າ,​ແຂວງ​ຢຸນນານ​ຈະ​ສ້າງທາງ​​ລະຫວ່າງ​ຊາດ​ສາມ​ສາຍ,​ເຊື່​ອມຕໍ່​ກັບ​ອາຊີ​ໃຕ້​ແລະ​ອາຊີ​ອາຄະ​ເນ.

ຕາມ​ຮູ້​ວ່າ,​ທາງ​ສາມ​ສາຍ​ນີ້​ມີ​ທາງ​ຫລວງ​​ເສັ້ນຕາ​ເວັນ​ຕົກ​ທີ່​ຜ່ານທາງ​ຫລວງ ຢຸນນານ​ມຽນມາ ທາງ​ຫລວງ​ຈີນ​ອິນ​ເດຍ​ແລະ​ທາງ​ລົດ​ໄຟ​ກວາງ​ຕ້າ​ໄປ​ສູ່​ຕາ​ເວັນ​ຕົກ​​ແລ້ວ​ເຂົ້າສູ່​ມຽນມາ,​ໄປ​ຮອດ​ອິນ​ເດຍ​ແລະ​ບັງ​ກາ​ລາ​ເດັດ​ເປັນ​ຕົ້ນ​ໂດຍ​ກົງ;ທາງ​​ເສັ້ນກາງທີ່​ເນັ່ງ​ໄປ​ສູ່​ລາວ ມຽນມາ ​ໄທ​​ໄປ​ຮອດ​ມາ​ເລ​ເຊຍ​ແລະ​ສິງກະ​ໂປທີ່​ປະກອບ​ດ້ວຍ​ທາງ​ເຮືອ​ຈາກ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ທາງ​ຫລວງ​ຈາກ​ຄຸນ​ມິ​ງຫາຕາ​ລໍ້​ແລະ​ເດີ່ນ​ບິນ​ສິບ​ສອງ​ພັ່ນ​ນາ;ທາງ​ຫລວງ​ເສັ້ນຕາ​ເວັນ​ອອກ​ທີ່​ເນັ່ງ​ໄປ​ສູ່​ຫວຽດ​ນາມ​ທີ່​ຖື​ທາງ​ລົດ​ໄຟ​ຢຸນນານ-ຫວຽດນາມ ທາງ​ຫລວງ​ຄຸນ​ມິ​ງ-ຮ່າ​ໂນ້ຍ​ແລະ​ທາງ​ເຮືອ​ແມ່​ນ້ຳ​​ແດງ​ເປັນ​ພື້ນຖານ.

ນອກ​ນີ້,ສູນ​ຕູ້​ຄອນ​ເທ​ນ​ເນີ​ທາງ​ລົດ​ໄຟ​ຄຸນ​ມິ​ງ-ນານ​ນິງ​ເຊິ່ງ​ເປັນ​ສູນ​ຈໍລະ​ຈອນ​ສິນຄ້າ​ທາງ​ລົດ​ໄຟ​ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ​ໄດ້​ລົງມື​ກໍ່ສ້າງ​ແລ້ວ,​ເມື່ອ​ສ້າງ​ສຳ​ເລັດ​​ຈະ​ກາຍ​ເປັນ​ສູນຈໍລະ​ຈອນ​ສິນຄ້າ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ທີ່​ຫັນ​ໜ້າ​ສູ່​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້.