ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-18 11:02:38    
ຈີນ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວຽກ​ງານ​ຕຳ​ຫຼວດ​ກັບ​ຝ່າຍ​ຕຳ​ຫຼວດ​ຂອງ​ອາ​ຊຽນ ຍີ່​ປຸ່ນ​ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 17 ສິງຫາ,ນັກ​ຂ່າວ​​ໄດ້​ຊາບວ່າ,ກົມ​ຕຳຫຼວດ​ນະ​ຄອນ​ຫຼວງຂອງ 13 ປະ​ເທດ​ອາ​ຊຽນ ຈີນ​ ຍີ່ປຸ່ນ​ແລະ​ສາທາລະນະ​ລັດ​ເກົາຫຼີຈະດຳ​ເນີນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ,ຮັບ​ປະ​ກັນ​ໃຫ້​ການ​ແລກປ່ຽນ​ວຽກ​ງານ​ຕຳຫຼວດ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ການ​ເຄື່ອນ​ໄຫວ​ຂະໜາດ​ໃຫຍ່ຕ່າງໆ​ ເຊັ່ນ ງານ​ກິລາ​ໂອລິ​ມປິກ​ເປັນຕົ້ນສະດວກ​ແລະ​ມີ​ຜົນ​ສັກສິດ.

ນັກ​ຂ່າວ​ແມ່ນ​​ໄດ້ຊາບ​ຈາກ​ງານ​ສຳ​ມະ​ນາ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ວຽກ​ງານ​ຕຳ​ຫຼວດ​ຂອງ​ກົມ​ຕຳ​ຫຼວດ​13​ປະ​ເທດ​ອາ​ຊຽນ ຈີນ ຍີ່ປຸ່ນ​ແລະ​ສາທາລະນະ​ລັດ​ເກົາຫຼີທີ່​ພວມ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ.

ທ່ານ​ມາ​ເຈີ້ນ​ຊວນ ຫົວໜ້າພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ຝ່າຍ​ຕຳ​ຫຼວດ​ຂອງ​ປັກ​ກິ່ງ​ຈະ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ຢ່າງ​​ໃກ້ຊິດ​ໃນ​ດ້ານ​ວຽກ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ,​ເປີດ​ກວ້າງ​ຊ່ອງ​ທາງ ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ຊາດ,ສ້າງສາ​ກົນ​ໄກ​ດຳ​ເນີນ​ງານ​ທີ່​ມີ​ຜົນ​ສັກສິດ,​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​​ຕ້ານລັດທິກໍ່​ການ​ຮ້າຍ​ສາກົນ​ແລະ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ2008​ຢ່າງ​ສະດວກ.

​ມີເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ຝ່າຍ​ຕຳຫຼວດອາ​ຊຽນ ຈີນ ຍີ່​ປຸ່ນ​ແລະ​ສາທາລະນະ​ລັດ​ເກົາ​ຫຼີ​ປະ​ມານ80​ຄົນ​ໄດ້​ເຂົ້າຮ່ວມ​ງານ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ3ມື້​ຄັ້ງນີ້.