ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-18 13:23:45    
ລາວ​ເອົາ​ໃຈ​ໃສ່​ພັດ​ທະນາ​ການ​ທ່ອງ​ທ່ຽວ(ສຽງ)

cri Author: da


ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ໃນ​ແຜນ​ທີ່​ຂອງ​ໂລກ,​ເນື້ອ​ທີ່​ຂອງລາວບໍ່​ໃຫຍ່​,​ແຕ່ຄຽງ​ຄູ່​ກັບ​ລາວ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ຕິດ​ຕໍ່ສຳ​ຜັດ​ແລະ​ໄປ​ມາ​ຫາ​ສູ່​ກັນ​ກັບ​​ໂລກ​ພາຍ​ນອກ​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຄົນ​ຕ່າງປະ​ເທດກໍ​ເລີ່​ມ​​ເຂົ້າມາ​ລາວ​,ຊອກ​ຮູ້ດິນ​ແດນທີ່​ເລິກ​ລັບອັດ​ສະຈັນ​ຜືນ​ນີ້.ຫວ່າງ​ມໍ່​ໆ​ນີ້ ນັກ​ຂ່າວ​ວິທະຍຸ CRI ພວກ​ເຮົາ​ໄດ້​ສຳ​ພາດ​ທ່ານ​ຫວ່າງ ລັດຕະ​ນະວົງ ຮອງ​ປະ​ທານ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ສປປ​ລາວ.​ໃນ​ລາຍ​ການ​ເຂົ້າສູ່​ອາ​ຊຽນພາກ​ນີ້,​ເຊີນ​ຟັງ​ບົດ​ສຳ​ພາດ​ພິ​ເສດ​ທີ່​ພາດ​ຫົວ​ເລື່ອງ​ວ່າ:​ລາວ​ເອົາ​ໃຈ​ໃສ່​ພັດ​ທະນາ​ການ​ທ່ອງ​ທ່ຽວ.

​ໃນ​ສາຍຕາ​ຄົນ​ຕ່າງປະ​ເທດ,ລາວ​ແມ່ນ​ປະ​ເທດ​ທີ່​ເລິກລັບ​ອັດສະ​ຈັນ.ມີບູ​ຮານ​ນະສະ​ຖານ​​ທີ່​ມີ​ເອກະ​ລັກ​ພິ​ເສດ, ​ບຸນທາດ​ຫຼວງ ບຸນ​ສົງການ ບຸນ​ລອຍ​ກະ​​ໂທ​ງທີ່​ມີ​ວັດ​ທະນະ​ທຳ​ຊົນ​​ຊາດອັນ​ເຂັ້ມ​ຂຸ້ນ,ປ່າ​ໄມ້​ດຶກ​ດຳ​ບັນທີ່​ກວ້າງ​ສຸດ​ສາຍຕາ​ຢູ່​ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ລາວ​ລ້ວນ​ແຕ່​ເຮັດ​ໃຫ້​ຄົນປາ​ຖະໜາ​ຢາກ​ໄປທ່ອງ​ທ່ຽວ.

​ໃນ​ເວລາ​ຕ້ອນຮັບ​ການ​ສຳພາດ​ຂອງ​ນັກ​ຂ່າວCRI​ພວກ​ເຮົາ ທ່ານ​ຫວ່າງ ລັດຕະ​ນະວົງ ຮອງ​ປະທານ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ສປປ​ລາວ​ເວົ້າວ່າ,ລາວ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ພັດ​ທະນາ​​ການ​ທ່ອງ​ທ່ຽວ,​ໃນ​ຫຼາຍ​ປີ​ມາ​ນີ້ ປີໃດ ລັດຖະ​ບານ​ລາວກໍ​ໄດ້​​ເປີດ​ເງິນ​ຫຼາຍ​ສິບ​ຕື້​ກີບ​ສ້ອມ​​ແປງ ປົກ​ປັກ​ຮັກສາ​ແລະ​ດັດ​ແປງບູ​ຮານສະ​ຖານ​ແລະ​ຮ່ອງ​ຮອຍ​ວັດທະ​ນະທຳ​ປະຫວັດ​ສາດ.​ທ່ານ​ເຫັນ​ວ່າ,ລາວ​ມີ​ຊັບ​ພະຍາ​ກອນ​ທ່ອງ​ທ່ຽວທີ່​ອຸດົມ​ສົມ​ບູນ,ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​​ໃຫຍ່​ຫຼວງ.(1)

​ແຕ່​ລາວ​ປະຕິ​ບັດ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ,ຊັບ​ພະຍາ​ກອນ​ການ​ທ່ອງ​ທ່ຽວ​ຂອງ​ລາວ​ໄດ້​ຄ່ອຍໆ​ກ້າວ​ເຂົ້າສູ່​ສາຍ​ຕາ​ຂອງ​ຄົນ​ໃນ​ໂລກ.​ໃນ​ຫຼາຍ​ປີ​ມາ​ນີ້,ຈຳ​ນວນ​ແຂກ​ທ່ອງ​ທ່ຽວທີ່​ມາ​ຈາກ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ 27%ຕໍ່​ປີ,​ເພີ່ມ​ຂຶ້ນໄວ​ສົມ​ຄວນ.

ທ່ານ​ຫວ່າງ ລັດ​ຕະນະ​ວົງ​ເວົ້າ​ວ່າ,​ລາວ​ພວມ​ໃຊ້​ມາດ​ຕະການ​ຕື່ມ​ອີກ,​ເພື່ອ​ດູດ​ດຶງ​ຄົນ​ຕ່າງປະ​ເທດ​ມາ​ທ່ຽວ​ເມືອງ​ລາວ​ຫຼາຍ​ກວ່າ​ເກົ່າ.​ທ່ານ​ເວົ້າວ່າ: (2)

ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ,ທີ່​ຟັງ​ມານັ້ນ​ແມ່ນ​ບົດ​ສຳພາດ​ທ່ານ​ຫວ່າງ ລັດຕະ​ນະວົງ ຮອງ​ປະທານ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ລາວ,​ລາຍ​ການ​ເຂົ້າສູ່​ອາ​ຊຽນ​ພາກ​ນີ້​ກໍ​ຈົບ​ລົງ​ພຽງ​ທໍ່​ນີ້,​ໃນ​ລາຍ​ການ​ອາທິດ​ໜ້າ,​ພວກ​ເຮົາ​ຈະ​ສືບ​ຕໍ່​ແນະນຳ​ສະພາບ​ລາວ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​ສູ່​​ຟັງ,​ເຊີນ​ທ່ານ​ຈົ່ງ​ຕິດ​ຕາມ.