ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-18 16:37:22    
ຝ່າຍ​ຕຳ​ຫຼວດ​ນະ​ຄອນ​ຫຼວງ​ຂອງ​13​ປະ​ເທດ​ອາ​ຊຽນ ຈີນ ຍີ່​ປຸ່ນ​​ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ​ເຊັນ​ຄຳ​ຖະ​ແຫຼງ​ການ​ປັກ​ກິ່ງ​ຢູ່​ທີ່​ປັກ​ກິ່ງ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ 18 ສິງຫາ,ຢູ່​ທີ່​ປັກ​ກິ່ງ,ຝ່າຍ​ຕຳ​ຫຼວດ​ນະ​ຄອນ​ຫຼວງ​ຂອງ​13​ປະ​ເທດ​ອາ​ຊຽນ ຈີນ ຍີ່​ປຸ່ນ​ແລະ​ສາ​ທາ​ລະ​ນະ​ລັດ​​ເກົາ​ຫຼີ​ໄດ້​ຮ່ວມ​ກັນ​ເຊັນ​ຄຳ​ຖະ​ແຫຼງ​ການ​ປັກ​ກິ່ງ​,​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານວຽກ​ງານ​ຕຳ​ຫຼວດ​ໃນ​ຫຼາຍ​ຊັ້ນ​ແລະ​ຫຼາຍ​ຮູບ​ການ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​​ໃນ​ພາກ​ພື້ນ,​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳ ຂ້າມ​ຊາດ.

ຄຳ​ຖະ​ແຫຼງການ​ປັກ​ກິ່ງ​ຊີ້​ອອກ​ວ່າ,ປະ​ຈຸ​ບັນ​ນີ້,ຈຸດ​ໜັກ​ແຫ່ງ​ການ​​ຮ່ວມ​ມື​ວຽກ​ງານ​ຕຳ​ຫຼວດ​ໃນ​ພາກ​ພື້ນ​ແລະ​ສາ​ກົນ​ແມ່ນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ວຽກ​ງານ​ແລະ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ໃນ​ຂົງ​ເຂດ​ຈຸດ​ໜັກ​ຈຳ​ນວນ​ໜຶ່ງ,​ຂົງ​ເຂດ​ເຫຼົ່າ​ນີ້​ລວມ​ທັງ​ການ​ໂຈມ​ຕີ​ລັດ​ທິ​ກໍ່ ການ​ຮ້າຍ ການ​ຟອກ​ເງິນ ການ​ກໍ່​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ມີ​ການ​ຈັດ​ຕັ້ງ,​ພ້ອມ​ດ້ວຍ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິ​ລາ​ສາກົນ​ຂະ​ໜາດ​ໃຫຍ່,​ການ​ຊຳ​ລະ​ເຫດ ການ​ກະ​ທັນ​ຫັນ​​ແລະ​​ເປັນ​ໝູ່​ຄະ​ນະ,​ສ້າງ​ຕັ້ງ​ລະ​ບົບ​ປະ​ຕິ​ບັດ​ກົດ​ໝາຍ​ດ້ານ​ຄົມ​ມະ​ນາ​ຄົມ​ຂອງ​ຕົວ​ເມືອງ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ,​ແລະ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ຄົນ​ຕ່າງ​ປະ​ເທດ​ໃນ​ນະ​ຄອນ​ຫຼວງ​ເປັນ​ຕົ້ນ.