ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 14:15:49    
ຍົນ​ອະວະກາດ​ດິສ​ໂຄ​ເວີຣີ​ໄດ້​​ສ້າງ​"ພັບ​ຕາ​ດຽວ​ທີ​ໜຶ່ງ"ຫຼາຍ​ເທື່ອ​ໃນ​ປະ​ຫວັດ​ການ​ບິນ​ອະ​ວະ​ກາດ

cri
ໃນ​ວັນ​ອັງຄານ​ອາທິດ​ແລ້ວນີ້,ຍົນ​ອະວະກາດ​ດິສ​ໂຄ​ເວີຣີ​ຂອງ​ອາ​ເມ​ລິ​ກາ​ໄດ້​ລົງ​ຈອດ​ຢູ່​​ຖານ​ທັບ​ອາກາດ​ເອັດ​ເວີສ໌​ອາ​ເມ​ລິ​ກາ​ຢ່າງ​ປອດ​ໄພ,ອັນ​ໄດ້​ສຳ​ເລັດ​ການ​ບິນ​ອະວະກາດ​ຄັ້ງ​ທຳ​ອິດ​ຂອງ​ຍົນ​ອະວະກາດ​ອາ​ເມິ​ລກາ​ແຕ່​ຍົນ​ອະວະກາດ"​ໂກ​ລົມ​ບີ"​ເກີດ​ອຸບັດ​ເຫດ​ມາ​ນີ້. ການບິນ​ອະວະກາດ​ຂອງ​ຍົນ​ອະວະກາດ​ດິສ​ໂຄ​ເວີ​ຣີ​ເທື່ອ​ນີ້​​ເຕັມ​ໄປ​ດ້ວຍ​ຄວາມ​ຄົດ​ລ້ຽວ​ແລະ​ຄວາມ​ຫວາດ​ສຽວ. ທຳ​ອິດ,ຍ້ອນ​ວ່າ​ເຄື່ອງ​ສົ່ງ​ສັນຍານ​ຕິດ​ຂັດ,ຍົນ​ອະວະກາດ​ດິສ​ໂຄ​ເວີ​ຣີ​ໄດ້​ເລື່ອນ​ເວລາ​ຍິງ​ຂຶ້ນສູ່​ອະວະກາດ,​ຫຼັງຈາກ​ນັ້ນ,​ໃນ​ເວລາ​​ຂຶ້ນສູ່​ອະວະກາດ,​ຟອງ​ກັນ​ຮ້ອນ​ກ້ອນ​ໃຫຍ່​ຫຼົ່ນລົງ,​ນັກ​ບິນ​ອະວະກາດ​ຈຳ​ເປັນ​ຕ້ອງ​ສ້ອມ​ແປງ​ໂດຍ​ດ່ວນຢູ່​​ເທິງ​ອະວະກາດ​,​ໃນ​ທີ່​ສຸດ,​ໄດ້​ເລື່ອນ​ເວລາ​ກັບ​ຄືນ​ໜ້າດິນ​ເທື່ອ​ແລ້ວ​ເທື່ອ​ອີກ,​ເຮັດ​ໃຫ້​ຄົນ​ເປັນ​ຫ່ວງ​ນຳ. ​ແຕ່​ວ່າ,​ໃນ​ການບິນ​ອະວະກາດ​ຄືນ​ໃໝ່​ເປັນ​ເວລາ 14 ມື້​ເທື່ອ​ນີ້,ຍົນ​ອະວະກາດ​ດິສ​ໂຄ​ເວີ​ຣີ​ໄດ້​ສ້າງ​ພັບ​ຕາ​ດຽວ​ທີ​ໜຶ່ງຫຼາຍ​ເທື່ອ​ໃນ​ປະຫວັດ​ການບິນ​ອະວະກາດ.



ຈັບມື​ກັນເທື່ອ​ທຳ​ອິດ. ​ເວລາ 20 ​ໂມງ 54 ນາທີ​ຂອງ​ວັນ​ທີ 29 ກໍລະກົດ​ເວລາ​ປັກ​ກິ່ງ,ທ່ານ ຟິລິບສ໌ ນັກ​ບິນ​ອະວະກາດ​ຂອງ​ອາ​ເມ​ລິ​ກາ​ໃນ​ສະຖານີ​ອະວະ​ກາດ​ສາກົນ​ໄດ້​ເດ່​ມື​ໄປ​ສູ່​ທ່ານ​ ໂຄ​ລິມສ໌ ຜູ້​ບັນຊາ​ການ​ໃຫຍ່​ຂອງ​ຍົນ​ອະວະກາດ​ດິສ​ໂຄ​ເວີຣີ,​ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ. ນີ້​ແມ່ນ​​ນັກ​ບິນ​ອະວະກາດ​ໃນ​ສະຖານີ​ອະວະກາດ​ກັບ​ນັກ​ບິນ​ອະວະກາດ​ໃນ​ຍົນ​ອະວະກາດ​ຈັບ​ມື​ກັນ​ຢູ່​ເທິງ​ອະວະກາດ​ເທື່ອ​ທຳ​ອິດ​ແຕ່​ທ້າຍ​ປີ 2002 ມາ​ນີ້. ​ໃນ 9 ມື້​ຫຼັງຈາກ​ນັ້ນ,ນັກ​ບິນ​ອະວະກາດ​ໃນ​ຍົນ​ດິສ​ໂຄ​ເວີຣີ​ກັບ​ນັກ​ບິນ​ອະວະກາດ​​​ໃນ​ສະຖານີ​ອະວະກາດ​ໄດ້​ສ້າງ​ມິດຕະພາບ​ຢ່າງ​ເລິກ​ເຊິ່ງ,ນັກ​ບິນ​ອະວະກາດ 9 ຄົນ​ຍັງ​ໄດ້​ພ້ອມ​ກັນ​ໄວ້ອາ​ໄລ​ເຖິງດວງ​ວິນ​ຍານ​ຂອງ​ພະນັກງານ​ໜ່ວຍບິນ​ໃນ​ຍົນ​ອະວະກາດ​ໂກ​ລົມ​ບີ​ທີ່​ເກີດ​ອຸບັດ​ເຫດ​ພ້ອມ​ດ້ວຍ​ຄົນຮຸ່ນ​ກ່ອນ​ຂອງ​ພາລະກິດ​ການບິນ​ອະວະກາດ​ທີ່​ເສຍ​ສະຫຼະ​ຊີວິດ.



ຕີ​ລັງກາ​ໄປທາງຫຼັງເທື່ອ​ທຳ​ອິດ. ​ເວ​ລາ 20 ​ໂມງປາຍ​ຂອງ​ວັນ​ທີ 29 ກໍລະກົດ​ເວລາ​ປັກ​ກິ່ງ,​ຍົນ​ອະວະກາດ​ດິສ​ໂຄ​ເວີຣີ​ໄດ້​ບິນ​ຮອດ​ບ່ອນ​ໃຕ້​ສະຖານີ​ອະວະກາດ​ສາກົນ 183 ​ແມັດ,ທ່ານ ​ໂຄ​ລິມສ໌ ຜູ້​ບັນຊາ​ການ​ໃຫຍ່​ໄດ້​ຂັບຍົນ​ອະວະກາດ​ຕີ​ລັງກາ​ເທື່ອ​ໜຶ່ງ,​ເຮັດ​ໃຫ້​ທ້ອງ​ຍົນ​ຫັນ​ໄປ​ສູ່​ສະຖານີ​ອະວະກາດ. ນີ້​ແມ່ນ​ຍົນ​ອະວະກາດ​ຕີ​ລັງກາ​ໄປ​ທາງຫຼັງ​ຢູ່​ເທິງ​ອາກາດ​ເທື່ອ​ທຳ​ອິດ​ໃນ​ປະຫວັດ​ການບິນ​ອະວະກາດ. ການ​ກະທຳ​ທີ່​ບໍ່​ທຳ​ມະ​ດາ​ເທື່ອ​ນີ້​ແມ່ນ​ເພື່ອ​ໃຫ້​ນັກ​ບິນ​ອະວະກາດ​ໃນ​ສະຖານີ​ອະວະກາດ​ຖ່າຍຮູບ​ໃຫ້​ທ້ອງ​ຍົນ,​ເພື່ອ​ກວດກາ​ກະ​ເບື້ອງ​ກັນ​ຮ້ອນ​ຢູ່​ໜ້າ​ຍົນ​ອະວະກາດ​ໄດ້​ຖືກ​ທຳລາຍ​ຫຼືບໍ່.



ການ​ສ້ອມ​ແປງ​ຢູ່​ເທິງ​ອະວະກາດ​ເທື່ອ​ທຳ​ອິດ. ​ເວລາ​ປະມານ 20 ​ໂມງ 40 ນາທີ​ຂອງ​ວັນ​ທີ 3 ສິງຫາ​ເວລາ​ປັກ​ກິ່ງ,ທ່ານ​ ໂຣບິນ​ເຊີນ ນັກ​ບິນ​ອະວະກາດ​ຂອງ​ຍົນ​ດິສ​ໂຄ​ເວີຣີ​ໄດ້​ຖືກ​ແຂນ​ກົນ​ຈັກ​ຂອງ​ສະຖານີ​ອະວະກາດ​ຍົກຂຶ້ນ​ຮອດ​ທ້ອງ​ຍົນ,​ໃຊ້​ເວລາ​ພຽງບໍ່​ທໍ່​ໃດວິນາທີ​ກໍ​ໄດ້​ດຶງ​ອຸປະກອນ​ສອງ​ແຜ່ນ​ທີ່​ຍັດ​​ໃສ່​ຮູ​​ກະ​ເບື້ອງ​ກັນ​ຮ້ອນ​ນັ້ນ​ອອກ​ມາ. ນີ້​ແມ່ນ​ການ​ສ້ອມ​ແປງ​ຍົນ​ອະວະກາດ​ຢູ່​ເທິງ​ອະວະກາດ​ເປັນຄັ້ງ​ທຳ​ອິດ​ໃນ​ປະຫວັດ​ການບິນ 24 ປີ​ຂອງ​ຍົນ​ອະວະກາດ.​ ການ​ສ້ອມ​ແປງ​ເທື່ອ​ນີ້​ໄດ້​ກຳຈັດ​ຄວາມ​ອັນຕະລາຍ​​ໃຫ້​ແກ່​ຍົນ​ອະວະກາດ​ດິສ​ໂຄ​ເວີຣີ​ເຂົ້າສູ່​ຊັ້ນ​ອາກາດ​ໜ່ວຍ​ໂລກ.



ນອກ​ນີ້ ຍົນ​ອະວະກາດ​ດິສ​ໂຄ​ເວີຣີຍັງ​ໄດ້ນຳ​ເອົາລະ​ບົບລີ​ໂມດ​ສະ​ແກນ​ທີ່​ຍາວ​ປະມານ 15 ​ແມັດ​ນັ້ນ​ຂຶ້ນສູ່​ອະວະກາດ​ເປັນ​ຄັ້ງທຳ​ອິດ. ​ມັນ​ສາມາດ​​ເຊື່ອມ​ຕໍ່​ກັບ​ແຂນ​ກົນ​ຈັກ​ຂອງ​ຍົນ​ອະວະກາດ,​ເຮັດ​ໃຫ້​ມັນ​ສາມາດ​ຍື່ນ​ໄປ​ຮອດ​ທ້ອງ​​ຍົນ​ອະວະກາດ,​ໃຫ້ກ້ອງ​ຖ່າຍຮູບ​ທີ່ຕິດຢູ່​ສົ້ນ​ປາຍ​ຖ່າຍຮູບ​ໃຫ້​ຍົນ​ອະວະກາດ.



ຍົນ​ດິສ​ໂຄ​ເວີຣີຍັງ​ແມ່ນ​ຍົນ​ອະວະກາດ​ທີ່​ປະ​ກົດ​ຕົວຢູ່​ໜ້າ​ກ້ອງ​ຫຼາຍ​ກວ່າ​ໝູ່​​ໃນ​ປະຫວັດ​ການບິນ​ອະວະກາດ​ທີ່​ນັບ​ມາ​ຮອດ​ປັດຈຸບັນ. ​ໃນ​ເວລາ​ຍິງ​ສົ່ງ​ຍົນ​ອະວະກາດ​ດິສ​ໂຄ​ເວີຣີ,​ຢູ່​​ແທ່ນ​ຍິງ​ສົ່ງ​​ແລະ​ອ້ອມ​ຂ້າງ​ກໍມີ​ກ້ອງ​ຖ່າຍ​ວິ​ດີ​ໂອ​ແລະ​ກ້ອງ​ຖ່າຍ​ຮູບ 107 ​ເຄື່ອງ,ຢູ່​ຖັງ​ວັດ​ຖຸ​ເຊື້ອ​ໄຟ,​ເຄື່ອງ​ຊຸກ​ລູກ​ສອນ​ໄຟ​ຍານ​ສົ່ງ​ວັດຖຸ​ເຊື້ອ​ໄຟທາດ​ແຂງ​ແລະ​ເຄື່ອງ​ໂຄຈອນ​ກໍ​ໄດ້​ຕິດ​ຕັ້ງ​ກ້ອງ​ຖ່າຍ​ວິ​ດີ​ໂອ,ຢູ່​ໝົດ​ຕົວ​ຍົນ​ດິສ​​ໂຄ​ເວີຣີຍັງ​ໄດ້​ຕິດຕັ້ງ​ກ້ອງ​ຖ່າຍ​ວິ​ດິ​ໂອ​ດີ​ຈີຕອນ 110 ​ເຄື່ອງ,​ນັກ​ບິນ​ອະວະກາດ​ໃນ​ສະຖານີ​ອະວະກາດ​ກໍ​ໄດ້​ຖ່າຍ​ເອົາຮູບ​ມັນ​ເພື່ອ​ກວດກາ,​ຜູ້​ຄວບ​ຄຸມ​ຢູ່ໜ້າ​ດິນ​ໄດ້​ວິ​ໄຈຮູບ​ຖ່າຍ​ທີ່​ສົ່ງ​ຄືນ​ເພື່ອ​ກວດກາ​ໜ້າ​ຍົນ​​ໄດ້ຖືກ​ທຳລາຍ​ຫຼືບໍ່​. ຍົນ​ອະວະກາດ​ດິສ​ໂຄ​ເວີຣີປະກົດ​ຕົວ​ຢູ່​ໜ້າ​ກ້ອງ​ທົ່ວ​ທຸກ​ທິດ​ເທື່ອ​ນີ້​ໄດ້​ສ້າງ​ແບບຢ່າງ​ໃຫ້​ແກ່ການ​ບິນ​​ຂອງ​ຍົນ​ອະວະກາດ​ໃນ​ພາຍ​ໜ້າ,​ການຖ່າຍ​ວິ​ດີ​ໂອ​​ເພື່ອ​ຕິດຕາມ​ກວດກາ​ແລະ​ການ​ວິ​ໄຈ​ຮູບ​ຖ່າຍ​ແມ່ນ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ທີ່​ສຳຄັນ​ທີ່​ຮັບປະກັນ​ໃຫ້​ຍົນ​ອະວະກາດ​ບິນ​ຢ່າງ​ປອດ​ໄພ.