ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 15:13:04    
ຊາວ​ຢີວຜູ້​ຕັ້ງ​ຖິ່ນ​ຖານ​ຢູ່​ແຖບ​ກາ​ຊາ​ສ່ວນ​ຫຼາຍ​ໄດ້​ຖອນ​ໜີ​​ແລ້ວ

cri

ຕາມ​ຂ່າວ​CRI ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍດຽວ​ຂອງ​ອີສຣາ​ແອນ​ທີ່​ຖອນ​ໜີ​ອອກ​ຈາກ​ບ່ອນ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວຢູ່​ແຖບກາຊາ​ໄດ້ດຳ​​ເນີນ​ໄປ​ຢ່າງ​ສະດວກ,   ນັບມາ​ຮອດ​ຕອນບ່າຍ​ວັນທີ​18​ສິງຫາ,ໃນ​ບ່ອນ​ຕັ້ງ​ຖິ່ນຖານ​ຂອງ​ຊາວຢິວ​ທັງໝົດ​21​ບ່ອນນັ້ນ ,ມີ11​ບ່ອນຢູ່​ແຖບ​ກາຊາ​ໄດ້​ຖອນ​ໜີໝົດ​​ແລ້ວ ຈຳນວນ​ຜູ້​ຖອນ​ໜີ​ກວມ​ຜູ້​ຕັ້ງ​ຖິ່ນ​ຖານ​ຢູ່​ແຖບ​ກາຊາ​ປະມານ80%.




ມື້​ດຽວ​ກັນ, ລັດຖະບານ​ອາ​ເມ​ລິ​ກາ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ປາ​ເລັສຕິນ​ແລະ​ອີສຣາ​ແອນ​ຄວນຊຸກ​ຍູ້​ການ​ເຈລະຈາ​ສັນຕິພາບ​ຕື່ມ​ອີກ​ບົນ​ພື້ນຖານທີ່​ອີສຣາ​ແອນ​ສຳ​ເລັດ​ການ​ຖອນ​ໜີ. ນາງ​ໄຣສ໌ ລັດຖະ​ມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ກ່າວ​ວ່າ, ພາຍຫຼັງ​ຖອນ​ອອກ​ຈາກ​ກາ​ຊາໝົດ​ແລ້ວ ອີສຣາ​ແອນ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຕື່ມອີກ​.​ເອຢິບ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ປາ​ເລັສຕິນ​ແລະ​ອີສຣາ​ແອນ​ຮັກສາ​ຄວາມ​ອົດ​ກັ້ນ​,ເພື່ອ​ຫຼີກ​ເວັ້ນ​ເກີດການ​ປະ​ທະກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​​ໃນ​ໄລຍະ ອີສຣາ​ແອນ​ຖອນ​ໜີ​.

1  2  3  4  5  6