ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 15:36:34    
ຖ້າ​ວ່າ​ຝ່າຍ​ຍີ່​ປຸ່ນ​ບໍ່​ສາ​ມາດ​ຫັນ​ໜ້າ​ໃສ່​ບັນ​ຫາ​ຂອງ​ຕົນ​ແລ້ວ,​ກໍ່​ຍາກ​ທີ່​ຈະ​ກຳ​ຈັດ​ອຸ​ປະ​ສັກ​ໃນ​ການ​ພົວ​ພັນ​ກັບ​ປະ​ເທດ​ອ້ອມ​ຂ້າງ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ18​ສິງຫາ,​ໃນ​ເວລາ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ,ທ່ານ​ຂົງ ຊວນ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເວົ້າ​ວ່າ,​ຖ້າ​ວ່າ​ຝ່າຍ​ຍີ່​ປຸ່ນ​ບໍ່​ສາ​ມາດ​​ເບິ່ງ​ບັນ​ຫາ​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ​,ແລະ​ບໍ່​ແກ້​ໄຂ​ບັນ​ຫາ​ຂອງ​ຕົນ​ແລ້ວ,​ກໍ​ຍາກ​ທີ່​ຈະ​ກຳ​ຈັດ​ອຸ​ປະ ສັກ​ໃນ​ການ​ພົວ​ພັນ​ກັບ​ປະ​ເທດ​ອ້ອມ​ຂ້າງ.

​ໃນ​ເວລາ​ຕອບ​ບັນ​ຫາ​ຂອງ​ນັກ​ຂ່າວ​ທີ່​ຖາມ​ວ່າ ​ຝ່າຍ​ຈີນ​ວິຈານ​ແນວ​ໃດ​ຕໍ່​ຄຳ​ເວົ້າ​ໃນ​ຫວ່າງ​ມໍ່​ນີ້​ຂອງ​ທ່ານ​ມາ​ຊີ​ມູລາ ​​ໂນ​ບູ​ຕາ​ຄາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ທີ່​ກ່າວ​ຫວ່າງ​ແລ້ວ​ນີ້, ທ່ານ​ຂົງ​ຊວນ​ເວົ້າ​ວ່າ,​ໃນ​ບັນ​ຫາ​ປະ​ຫວັດ​ສາດ,​ຖ້າ​ຝ່າຍ​ຍີ່​ປຸ່ນ​ບໍ່​ສາມາດ​ຫັນ​ໜ້າ​ໃສ່​ແລະ​ແກ້​ໄຂ​ບັນ​ຫາ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ,​ແລະ​ສືບ​ຕໍ່​ໃຊ້​ທ່າ​ທີ​ຂັດ​ຂືນ​ຕໍ່​ຄວາມ​ສົນ​ໃຈ ທີ່​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ຜູ້​ຖືກ​ທຳ​ຮ້າຍ​ແລ້ວ,​ອຸ​ປະ​ສັກ​ທີ່​ກີດ​ຂວາງ​ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ປະ​ເທດ​ອ້ອມ​ຂ້າງ​,ກໍ​ຍາກ​ທີ່​ຈະ​ລົບ​ລ້າງ​ໄດ້,​ທັງ​ນີ້​​ແມ່ນ​ບໍ່​ມີ​ຜົນ​ດີ​ຕໍ່​ຍີ່ປຸ່ນ​ເອງ.