ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 20:40:55    
ທ່ານຫູ​ຈິນທາວ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສົ່ງ​ໂທ​ລະ​ເລກ​ອວຍພອນ​ທ່ານ​ລຽນ​ຈ້ານ​ເປັນ​ປະທານ​ກິ​ຕິ​ມະສັກ​ພັກ​ກົກ​ມິນ​ຕັງ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ສິງຫາ ທ່ານ​ຫູ​ຈິນທາວ ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສົ່ງໂທ​ລະ​ເລກ​ອວຍພອນ​ທ່ານ​ລຽນ​ຈ້ານ​ໄດ້​ເປັນ​ປະທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​.

​ໃນ​ໂທລະ​ເລກ​ອວຍພອນ ທ່ານ​ຫູ​ຈິນທາວ​ໄດ້ຍ້ອງຍໍ​ທ່ານ​ລຽນ​ຈ້າ​ນ​​​ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ສອງ​ຝັ່ງ​ແຕ່​ທ່ານ​ ​ນຳ​ພາ​ພັກ​ກົກ​ມິນ​ຕັງ​ຈີນ​ເປັນຕົ້ນມາ.

ມື້​ດຽວ​ກັນ ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກໍ​ສົ່ງໂທລະ​ເລກ​ອວຍພອນ​ໄປ​ຍັງສູນ​ກາງ​ພັກ​ກົກ​ມິນ​ຕັງ​ຈີນ​ແລະ​ທ່ານ​ປະທານມາ​ຢິງຈຽວ,ອວຍພອນ​ກອງ​ປະຊຸມ​ຜູ້​ແທນສະມາຊິກ​ພັກ​ກົກ​ມິນ​ຕັງ​ຈີນ​ຄັ້ງທີ 17 ​ໄຂ​ຂຶ້ນ.​



ທ່ານລຽນຈ້ານແລະທ່ານມາຢິງຈຽວ

ໂທລະ​ເລກ​ອວຍພອນ​ຄອງ​ຄອຍດ້ວຍ​ຄວາມ​ບໍລິສຸດ​ໃຈ​ໃຫ້​ສອງ​ພັກ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ພ້ອມ​ກັນ​ພະຍາຍາມຕໍ່​ໄປ,ຍຶດໝັ້ນ"ຄວາມ​ຮັບ​ຮູ້​ຄື​ກັນ​ປີ 92",​ເດັດດ່ຽວ​ຄັດຄ້ານ"ການ​ແຍກ​ໄຕ້​ຫວັນ​​ເປັນ​ເອກະລາດ",ປົກ​ປັກ​ຮັກສາ​ສັນຕິພາບຢູ່​ຊ່​ອງ​ແຄບທະ​ເລ​ໄຕ້ຫວັນ​,​ເພີ່ມ​ຄວາມສຸກຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ,ພ້ອມ​ກັນ​ສ້າງ​ສະພາບ​ໃໝ່​ທີ່​ສອງ​ຝັ່ງ​ໄດ້ຜົນ​ປະ​ໂຫຍ​ດນຳ​ກັນ,ສ້າງ​ຄວາມສຸກ​ໃຫ້​​ແກ່ປະຊາ​ຊາດ​ຈີນ.