ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-20 17:33:33    
ທ່ານ​ອັບ​ບາສ​ເວົ້າ​ວ່າ ອິດ​ສະ​ລະ​ແອນ​ຖອນ​ອອກ​ຈາກ​ກາ​ຊາ​ແມ່ນ​ປະ​ຊາ​ຊົນ​ປາ​ເລັສ​ຕີນ​ເສຍ​ສະ​ຫຼະ​ຢ່າງ​ມະ​ຫາ​ສານ​ຈຶ່ງ​ແລກ​ເອົາ​ມາ​ໄດ້

cri Author: cai
ຂ່າວສານຊີນຮວາລາຍງານວ່າ:ວັນທີ 19 ສິງຫາ,ຢູ່ທີ່ກາຊາ,ທ່ານອັບບາສປະ
ທານອົງການອຳນາດແຫ່ງຊາດປາເລັສຕີນເວົ້າວ່າ,ອິດສະລະແອນຖອນອອກ
ຈາກກາຊາແມ່ນປະຊາຊົນປາເລັສຕີນເສຍສະຫຼະຢ່າງມະຫາສານຈຶ່ງແລກເອົາ
ມາໄດ້.

ວັນທີ 19 ສິງຫາ,ທ່ານອັບບາສໄດ້ນຳພາເຈົ້າໜ້າທີ່ລັດຖະບານແລະປະຊາຊົນ
ປາເລັສຕີນຈັດພິທີ,ສະເຫຼີມສະຫຼອງອິດສະລະແອນຖອນອອກຈາກກາຊາ.ໃນ
ເວລາທ່ານອັບບາສກ່າວຄຳປາໄສ,ທ່ານຍັງເວົ້າວ່າ,ການຖອນອອກຈາກກາຊາ
ພຽງແຕ່ແມ່ນບາດກ້າວທີໜຶ່ງເທົ່ານັ້ນ,ຕໍ່ຈາກນັ້ນຈະແມ່ນຝັ່ງຕະເວັນຕົກແມ່ນ້ຳຈໍ
ແດນແລະເຢລຸຊາເລັມ.ທ່ານກ່າວເນັ້ນວ່າ,ເມື່ອອິດສະລະແອນໄດ້ຖອນອອກໄປ
ແລ້ວ,ພາລະກຳອັນສຳຄັນທີ່ຝ່າຍປາເລັສຕີນປະເຊີນນັ້ນແມ່ນປ້ອງກັນຜືນແຜ່ນ
ດິນແລະສ້າງບ້ານແປງເມືອງຄືນໃໝ່.

ນັບມາຮອດປະຈຸບັນ,ໃນຈຸດຕັ້ງຖິ່ນຖານ 21 ແຫ່ງຂອງແຖບກາຊານັ້ນ,ມີ18ແຫ່ງ
ໄດ້ຖອນອອກໄປໝົດແລ້ວ,ອີກ 3 ແຫ່ງແລະຈຸດຕັ້ງຖິ່ນຖານ 4 ແຫ່ງຢູ່ຝັ່ງຕາເວັນ
ຕົກແມ່ນ້ຳຈໍ ແດນຈະຖອນອອກໄປໃນອາທິດໜ້າ.ແຕ່ຍ້ອນວ່າ,ປາເລັສຕີນກັບອິດ
ສະລະແອນຍັງມີຄວາມເຫັນຂັດກັນຂ້ອນຂ້າງຫຼາຍໃນບັນຫາຂໍ້ກະແຈສ່ວນໜຶ່ງ,
ຝ່າຍອິດສະລະແອນປະຕິເສດບໍ່ມອບສິດຄວບຄຸມທັງໝົດໃຫ້ຝ່າຍປາເລັສຕີນ.