ຈີນຫວັງໃຫ້ພະນັກງານວິທະຍາສາດເຕັກນິກຊຸກຍູ້ການປະດິດສ້າງຢ່າງເປັນເຈົ້າຕົນເອງ
cri
Author: cai
ຂ່າວສານຊີນຮວາລາຍງານວ່າ:ວັນທີ 20 ສິງຫາ,ທ່ານນາງເສີນຈື້ລີ້ ທີ່ປຶກສາ ແຫ່ງລັດຂອງຈີນເວົ້າວ່າ,ຫວັງໃຫ້ພະນັກງານວິທະຍາສາດເຕັກນິກຂອງຈີນພະ ຍາຍາມຊຸກຍູ້ການປະຕິດສ້າງຢ່າງເປັນເຈົ້າຕົນເອງ,ສ້າງປະເທດຈີນໃຫ້ກາຍ ເປັນປະເທດແບບປະດິດສ້າງ.
ວັນທີ 20 ສິງຫາ,ກອງປະຊຸມວິຊາການປະຈຳປີປີ 2005 ຂອງສະມາຄົມວິທະ ຍາສາດເຕັກນິກຈີນໄດ້ຈັດຂຶ້ນຢູ່ເມືອງອູລູມູຊີ ພາກຕາເວັນຕົກສຽງເໜືອຂອງຈີນ. ໃນພິທີໄຂປະຊຸມ,ທ່ານນາງເສີນຈື້ລີ້ເວົ້າວ່າ,ການປະດິດສ້າງຢ່າງເປັນເຈົ້າຕົນເອງ ແມ່ນການເລືອກເອົາທີ່ຕ້ອງເປັນໄປໃນການແກ້ໄຂບັນຫາຍາກແບບຄໍຂວດແກ້ວ ທີ່ສຳຄັນໃນເສດຖະກິດແຫ່ງຊາດເຊັ່ນໂຄງປະກອບບໍ່ສົມເຫດສົມຜົນແລະຮູບການ ເຕີບໂຕຊະຊາຍເປັນຕົ້ນ,ແມ່ນການຈັດວາງອັນສຳຄັນທີ່ກຳເຕັກນິກຂໍກະແຈ,ຍົກກຳ ລັງແກ່ງແຍ່ງແຫ່ງຊາດໃຫ້ສູງຂຶ້ນ.
ຕາມຊາບວ່າ,ກອງປະຊຸມວິຊາການປະຈຳປີເທື່ອນີ້ມີຄຳຂວັນທີ່ວ່າ"ພັດທະນະທັດ ວິທະຍາສາດແລະການນຳໃຊ້ຊັບພະຍາກອນແບບຍືນຍົງ".
|
|