ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າຮ່ວມລາຍການເສັງຄວາມຮູ້ທີ່ພາດຫົວເລື່ອງວ່າ: ໄຕ້ຫວັນ ເກາະປະເສີດຂອງຈີນ. ໃນລາຍການພາກນີ້, ຂ້າພະເຈົ້າຈະລາຍງານບົດທີໜຶ່ງ, ສະເໜີປະຫວັດສາດແລະສະພາບສັງເຂບຂອງໄຕ້ຫວັນແລະຄວາມເປັນມາຂອງບັນຫາໄຕ້ຫວັນສູ່ທ່ານຟັງ, ໃຫ້ທ່ານຮູ້ຈັກວ່າເປັນຫຍັງຈຶ່ງເວົ້າວ່າໄຕ້ຫວັນແມ່ນດິນແດນສ່ວນໜຶ່ງຂອງຈີນ.
ເກາະໄຕ້ຫວັນຕັ້ງຢູ່ພູມທະເລທາງພາກຕາເວັນອອກສຽງໃຕ້ຂອງແຜ່ນດິນໃຫຍ່ຈີນ, ແມ່ນເກາະທີ່ໃຫຍ່ທີໜຶ່ງຂອງຈີນ, ເນື້ອທີ່ກວ້າງ 3 ໝື່ນກວ່າຕາລາງກິໂລແມັດ, ຢູ່ລະຫວ່າງເກາະໄຕ້ຫວັນກັບແຜ່ນດິນໃຫຍ່ຈີນຂັ້ນດ້ວຍຊ່ອງແຄບທະເລ, ບ່ອນແຄບທີ່ສຸດຢູ່ລະຫວ່າງສອງຝັ່ງ 130 ກິໂລແມັດ. ໃນສະໄໝບູຮານນະການ, ເກາະໄຕ້ຫວັນກັບແຜ່ນດິນໃຫຍ່ຈີນແມ່ນຕິດຈອດກັນ, ພາຍຫຼັງມາ ຍ້ອນເປືອກໂລກເຄື່ອນໄຫວ, ຕອນກາງໄດ້ຈົມລົງທະເລ, ແລ້ວຈໍ່ຕົວເປັນຊ່ອງແຄບທະເລ, ກໍມີເກາະໄຕ້ຫວັນນີ້ແຫຼະ.
ປະຈຸບັນ, ຢູ່ໄຕ້ຫວັນມີປະຊາກອນ 23 ລ້ານຄົນ, ກວມປະຊາກອນທົ່ວປະເທດຈີນປະມານ 1,8%.
ການສຳຫຼວດບູຮານນະຄະດີໄດ້ປະກົດເຫັນວ່າ, ຄົນໄຕ້ຫວັນໃນໄລຍະບູຮານ ສ່ວນຫຼາຍແມ່ນຄົນແຜ່ນດິນໃຫຍ່ຈີນຍ້າຍໄປ, ວັດຖຸບູຮານຈຳນວນຫຼວງຫຼາຍໄດ້ບັນທຶກສະພາບການພັດທະນາໄຕ້ຫວັນຂອງຄົນຈີນໃນສະໄໝນັ້ນ. ກ່ຽວກັບຄວາມສຳພັນລະຫວ່າງເກາະໄຕ້ຫວັນກັບແຜ່ນດິນໃຫຍ່ຈີນໃນປະຫວັດສາດ, ທ່ານຊູປໍຕົງ ຫົວໜ້າສະຖາບັນຄົ້ນຄວ້າໄຕ້ຫວັນມະຫາວິທະຍາໄລຫຼຽນເຫີປັກກິ່ງແນະນຳວ່າ:
ກ່ຽວກັບປະຫວັດໄຕ້ຫວັນ ເລີ່ມແຕ່ຄ.ສ.ປີ 230 ກໍມີຕົວໜັງສືບັນທຶກໄວ້ແລ້ວ. ຊູນກ່ວນ ເຈົ້າຊີວິດລັດອູທີ່ປົກຄອງເຂດຕາເວັນອອກສຽງໃຕ້ຂອງຈີນໃນສະໄໝນັ້ນໄດ້ແຕ່ງນາຍແລະພົນທະຫານໜຶ່ງໝື່ນຄົນໄປໄຕ້ຫວັນ. ຫຼັງຈາກນັ້ນ, ເມື່ອສະຕະວັດທີ 6 ແລະທີ 7, ລາຊະວົງສຸຍຂອງຈີນໄດ້ແຕ່ງກອງທະຫານໄປເກາະໄຕ້ຫວັນສາມເທື່ອ, ໃນຂະນະດຽວກັນນັ້ນ, ຊາວເຜົ່າຮັ້ນ ເຊິ່ງແມ່ນຊົນເຜົ່າຕົ້ນຕໍຂອງແຜ່ນດິນໃຫຍ່ຈີນໄດ້ເລີ່ມຍ້ານໄປຢູ່ໝູ່ເກາະເຜິງຫູທີ່ມໍ່ເກາະໄຕ້ຫວັນ ແລະເລີ່ມຍ້າຍໄປຢູ່ເກາະໄຕ້ຫວັນ, ເຂົາເຈົ້າໄດ້ແຜ່ຂະຫຍາຍເຕັກນິກຜະລິດທີ່ກ້າວໜ້າ. ຕົ້ນສະຕະວັດທີ 17, ຊາວໂຮນລັງໄດ້ເຂົ້າຮຸກຮານໄຕ້ຫວັນໂດຍສວຍໂອກາດທີ່ລາຊະວົງໝິງຈີນອ່ອນແອລົງ, ໄຕ້ຫວັນຈຶ່ງຕົກເປັນເມືອງຂຶ້ນຂອງໂຮນລັງຊົ່ວໄລຍະໜຶ່ງ. ເມື່ອຊຸມປີ 60 ຂອງສະຕະວັດທີ 17, ເຈິ້ງເສິງກົງ ວິລະຊົນແຫ່ງປະຊາຊາດຈີນໄດ້ນຳພາກອງທະຫານຂັບໄລ່ພວກລ່າເມືອງຂຶ້ນໂຮນລັງອອກຈາກໄຕ້ຫວັນ, ໄຕ້ຫວັນໄດ້ກັບຄືນຮອດຊ່ວງເອິກຂອງຈີນ.
ແຕ່ເມື່ອທ້າຍສະຕະວັດທີ 19, ໄຕ້ຫວັນໄດ້ຕົກຢູ່ໃນກຳມືຂອງພວກຮຸກຮານອີກເທື່ອໜຶ່ງ. ເມື່ອປີ 1894, ຍີ່ປຸ່ນໄດ້ກໍ່ສົງຄາມຮຸກຮານຈີນ, ລາຊະວົງຊິງຜູ່ປົກຄອງຈີນໃນສະໄໝນັ້ນເສຍໄຊ, ປີລຸນມາ ຖືກບີບບັງຄັບເຊັນສົນທີສັນຍາຊີໂມໂນໂຊກີກັບຍີ່ປຸ່ນ, ເນື້ອໃນສຳຄັນອັນໜຶ່ງໃນສົນທິສັນຍາດັ່ງກ່າວແມ່ນຂີດແບ່ງໄຕ້ຫວັນໃຫ້ຍີ່ປຸ່ນໂດຍຕາມຄວາມຕ້ອງການຂອງຍີ່ປຸ່ນ. ເມື່ອປີ 1945, ຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີສອງ, ຈີນໄດ້ກູ້ເອົາໄຕ້ຫວັນທີ່ຖືກຍີ່ປຸ່ນປົກຄອງເປັນເວລາ 50 ປີຄືນມາ.
ທ່ານຊູປໍຕົງ ຫົວໜ້າສະຖາບັນຄົ້ນຄວ້າໄຕ້ຫວັນມະຫາວິທະຍາໄລຫຼຽນເຫີປັກກິ່ງໄດ້ແນະນຳປະຫວັດການກູ້ເອົາໄຕ້ຫວັນຄືນຂອງຈີນ.
ເມື່ອປີ 1937, ຍີ່ປຸ່ນໄດ້ກໍ່ສົງຄາມຮຸກຮານຈີນຢ່າງຮອບດ້ານ, ຈີນກໍໄດ້ເລີ່ມດຳເນີນສົງຄາມຕໍ່ຕ້ານຍີ່ປຸ່ນທີ່ຍືດເຍືອເປັນເວລາຕັ້ງ 8 ປີ. ປີ 1941, ໃນແຈ້ງການຈີນປະກາດສູ້ກັບຍີ່ປຸ່ນ ລັດຖະບານຈີນໄດ້ປະກາດຕໍ່ບັນດາປະເທດວ່າ, ຈີນຍົກເລີກທຸກສົນທິສັນຍາ ສັນຍາ ຂໍ້ຜູກພັນທີ່ກ່ຽວຂ້ອງກັບການພົວພັນລະຫວ່າງຈີນກັບຍີ່ປຸ່ນ ເຊິ່ງລວມທັງ "ສົນທິສັນຍາຊີໂມໂນໂຊກີ", ແລະຈະກູ້ເອົາໄຕ້ຫວັນຄືນ. ປີ 1943, ລັດຖະບານສາມປະເທດຄື ຈີນ ອາເມລິກາແລະອັງກິດໄດ້ປະກາດ "ຄຳຖະແຫຼງການເລີແກ" ໂດຍລະບຸໄວ້ວ່າ, ຍີ່ປຸ່ນຄວນມອບດິນແດນທີ່ຍຶດເອົາຈາກຈີນ ເຊິ່ງລວມທັງພາກຕາເວັນອອກສຽງເໜືອ ໄຕ້ຫວັນແລະໝູ່ເກາະເຜິງຫູເປັນຕົ້ນຄືນໃຫ້ຈີນ. ປີ 1945, ຈີນ ອາເມລິກາ ອັງກິດໄດ້ຮ່ວມກັນລົງນາມໃນ "ຖະແຫຼງການປົດສ໌ດຳ" ພາຍຫຼັງມາຍັງມີສະຫະພາບໂຊວຽດເຂົ້າຮ່ວມ, "ຖະແຫຼງການປົດສ໌ດຳ" ໄດ້ລະບຸໄວ້ວ່າ, ເງື່ອນໄຂໃນ "ຄຳຖະແຫຼງການເລີແກ" ຕ້ອງໄດ້ຮັບການປະຕິບັດ. ເດືອນສິງຫາປີດຽວກັນ, ຍີ່ປຸ່ນໄດ້ປະກາດຍອມຈຳນົນ, ແລະໄດ້ໃຫ້ຄຳໝັ້ນສັນຍາໃນ "ມາດຕາຍອມຈຳນົນຂອງຍີ່ປຸ່ນ" ວ່າ ຈະປະຕິບັດຕາມບັນດາພັນທະທີ່ລະບຸໄວ້ໃນຖະແຫຼງການປົດສ໌ດຳຢ່າງຈິງໃຈ. ເດືອນຕຸລາ, ລັດຖະບານຈີນໄດ້ກູ້ເອົາໄຕ້ຫວັນທີ່ຖືກຍີ່ປຸ່ນຍຶດຄອງເປັນເວລາ 50 ປີນັ້ນຄືນມາ, ຟື້ນຟູການບໍລິຫານໄຕ້ຫວັນ.
ທ່ານສາສະດາຈານຊູປໍຕົງຊີ້ອອກວ່າ, "ຄຳຖະແຫຼງການເລີແກ" ໄດ້ຕົກລົງບັນຫາສັງກັດຂອງໄຕ້ຫວັນດ້ວຍຮູບການກົດໝາຍລະຫວ່າງຊາດແລ້ວ. ຫຼັງຈາກສົງຄາມໂລກຄັ້ງທີສອງ, ໄຕ້ຫວັນໄດ້ກັບຄືນປະເທດຈີນໃນດ້ານກົດໝາຍແລະໃນດ້ານຄວາມຈິງ.
ປີ 1946 ເຊິ່ງເປັນປີທີສອງຫຼັງຈາກສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ລະຫວ່າງພັກກົກມິນຕັງຈີນກັບພັກກອມມູນິດຈີນທີ່ເຄີຍພ້ອມກັນຕໍ່ຕ້ານຍີ່ປຸ່ນຜູ່ຮຸກຮານນັ້ນ ໄດ້ເກີດສົງຄາມກາງເມືອງ, ມູນເຫດທີ່ພາໃຫ້ເກີດສົງຄາມກາງເມືອງແມ່ນພັກກົກມິນຕັງຈີນປະຕິເສດບໍ່ຢາກກັບພັກກອມມູນິດຈີນສ້າງຕັ້ງລັດຖະບານປະສົມ, ກໍ່ສົງຄາມເຈດຕະນາດັບສູນພັກກອມມູນິດຈີນ, ສ້າງອຳນາດການປົກຄອງຜະເດັດການດ້ວຍພັກດຽວ. ສົງຄາມກາງເມືອງໄດ້ດຳເນີນເປັນເວລາສາມປີ, ພັກກອມມູນິດຈີນຢູ່ໃນທ່າອ່ອນດ້ານການທະຫານແຕ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ໄດ້ເອົາຊະນະພັກກົກມິນຕັງ. ປີ 1949, ພັກກອມມູນິດຈີນໄດ້ສະຖາປະນາສາທາລະນະລັດປະຊາຊົນຈີນ, ອິດທິກຳລັງພັກກົກມິນຕັງໄດ້ຖອຍອອກຈາກແຜ່ນດິນໃຫຍ່ຢ່າງຮອບດ້ານ, ໄປຢູ່ເກາະໄຕ້ຫວັນທີ່ກວມຜືນແຜ່ນດິນທົ່ວປະເທດຈີນພຽງ 1/300, ພາຍໃຕ້ການສະໜັບສະໜູນຂອງອາເມລິກາ, ຄ້ຳຢັນກັນກັບລັດຖະບານສູນກາງ, ບໍ່ຮັບຮອງຖານະເປັນຕົວແທນທີ່ຊອບກົດໝາຍຂອງສາທາລະນະລັດປະຊາຊົນຈີນໃນທົ່ວປະເທດຈີນ. ນັບມາຮອດປະຈຸບັນ, ເຖິງວ່າການໄປມາຫາສູ່ກັນດ້ານເສດຖະກິດການຄ້າແລະວັດທະນະທຳລະຫວ່າງສອງຝັ່ງນັບມື້ນັບຫຼາຍກໍ່ຕາມ, ແຕ່ສະພາວະເປັນປໍລະປັກກັນລະຫວ່າງສອງຝັ່ງບໍ່ໄດ້ສິ້ນສຸດລົງຢ່າງເປັນທາງການເທື່ອ.
ກ່ຽວກັບໄຕ້ຫວັນແມ່ນສ່ວນໜຶ່ງຂອງຈີນນີ້, ປະຊາຄົມໂລກມີທ່າທີອັນແຈ່ມແຈ້ງ. ຕັ້ງແຕ່ສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນໃນ 50 ປີມານີ້, ມີ 160 ກວ່າປະເທດໄດ້ສ້າງສາຍສຳພັນທາງການທູດກັບສ.ປ.ຈີນແລ້ວ. ເງື່ອນໄຂເບື້ອງຕົ້ນທີ່ຈີນສ້າງສາຍສຳພັນທາງການທູດກັບປະເທດເຫຼົ່ານີ້ແມ່ນປະເທດເຫຼົ່ານີ້ຕ້ອງຮັບຮອງສາທາລະນະລັດປະຊາຊົນຈີນແມ່ນລັດຖະບານທີ່ຊອບກົດໝາຍພຽງໜຶ່ງດຽວທີ່ຕາງໜ້າທົ່ວປະເທດຈີນ, ໄຕ້ຫວັນແມ່ນສ່ວນໜຶ່ງຂອງຈີນ. ປະເທດທີ່ສ້າງສາຍສຳພັນທາງການທູດກັບຈີນເຫຼົ່ານີ້ລ້ວນແຕ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ຫຼັກການດັ່ງກ່າວໃນເວລາສ້າງສາຍສຳພັນທາງການທູດກັບຈີນ.
ທ່ານຜູ່ຟັງທີ່ໂຄລົບ, ລາຍການກ່ຽວກັບບັນຫາໄຕ້ຫວັນຂອງພວກເຮົາພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ສຳລັບລາຍການພາກນີ້, ພວກເຮົາໄດ້ຕັ້ງຄຳຖາມມີດັ່ງນີ້: ຄຳຖາມທີໜຶ່ງ, ເກາະໄຕ້ຫວັນຕັ້ງຢູ່ທິດໃດຂອງແຜ່ນດິນໃຫຍ່ຈີນ? ຢູ່ລະຫວ່າງເກາະໄຕ້ຫວັນກັບແຜ່ນດິນໃຫຍ່ມີຊ່ອງແຄບຂັ້ນຢູ່, ບ່ອນແຄບກວ່າໝູ່ນັ້ນຍາວເທົ່າໃດກິໂລແມັດ? ຄຳຖາມທີສອງ, ປີ 1943, ຈີນ ອາເມລິກາ ອັງກິດໄດ້ລົງນາມໃນຄຳຖະແຫຼງການສະບັບໜຶ່ງ, ໄດ້ຮັບຮອງໄຕ້ຫວັນແມ່ນດິນແດນສ່ວນໜຶ່ງຂອງຈີນຈາກດ້ານກົດໝາຍ. ຂໍຖາມວ່າຄຳຖະແຫຼງການນີ້ຊື່ຫຍັງ?
ທ່ານຜູ່ຟັງທີ່ໂຄລົບ, ໃນລາຍການພາກໜ້າ, ພວກເຮົາຈະແນະນຳທິດທາງພື້ນຖານຂອງລັດຖະບານຈີນໃນການແກ້ໄຂບັນຫາໄຕ້ຫວັນແລະຄວາມພະຍາຍາມຂອງລັດຖະບານຈີນສູ່ທ່ານຟັງ. ຊົມເຊີຍທ່ານຕິດຕາມ. ສະບາຍດີ.
|