ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-21 16:58:50    
ນະ​ຄອນ​ທຽນ​ສິນ​ຈີນ​ຈະ​ສ້າງ​ຕັ້ງ​ສູນ​ເກັບ​ຄືນ​ແລະ​ຊຳ​ລະ​ຂອງ​ເສດ​ທີ່​ເປັນ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ21​ສິງຫາ,ນັກ​ຂ່າວ​ໄດ້​ຊາ​ບຈາກ​ນະຄອນ​ທຽນ​ສິນ ​ພາກ​ເໜືອ​ຂອງ​ຈີນ​ວ່າ,ນະຄອນ​ທຽນ​ສິນ​ຈະ​ລົງມື​ກໍ່ສ້າງ​ສູນ​ຊຳລະ​ແລະ​ເກັບ​ຄືນ​ຂອງ​ເສດ​ທີ່​ເປັນ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ແຫ່ງ​ໜຶ່ງ​​ໃນ​ເດືອນ​ກັນຍາ,​ແລະ​ຈະ​ໃຊ້​ການ​ຢ່າງ​ເປັນ​ທາງ​ການ​ໃນ​ປີ​ໜ້າ.

ຕາມ​ໄດ້​ຊາບ,ສູນ​ດັ່ງກ່າວ​ຈະ​ກາຍ​ເປັນ​ແຫຼ່ງຊຳລະ​ແລະ​​ເກັບ​ຄືນ​ຂອງ​ເສດ​ທີ່​ເປັນ​ເຄື່ອງ​ເອ​ລັກ​ໂຕຼນິກຢູ່​ເຂດ​ພາກ​ເໜືອ​ຈີນ,​ແຕ່ລະ​ປີ​ຈະ​ນຳ​ໃຊ້​ຂອງ​ເສດ​ທີ່​ເປັນ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ໃນ​ດ້ານ​ສັງ​ລວມ3ໝື່ນ​ໂຕນ.ພາຍຫຼັງ​ໂຄງການ​ດັ່ງກ່າວ​ສ້າງ​ສຳ​ເລັດ​ແລ້ວ,ຈະ​ຫຼໍ່​ຫຼອມ​ເອົາ​ໂລຫະ​ທີ່​ລ້ຳ​ຄາ​ຕ່າງໆ​ເຊັ່ນ​ຄຳ,​ເງິນ​ເປັນ​ຕົ້ນ,ທັງ​ສາມາດຫຼໍ່​ຫຼອມເອົາ​ໂລຫະ​ຊະນິດ​ຕ່າງໆ​ເຊັ່ນ​ສັງກະສີ,​ເຫຼັກ,ທອງ​ແລະ​ອື່ນໆ,​ແລະ​ທັບ​​ແປ້ນ​ວົງ​ຈອນ​ໄຟຟ້າ​ໃຫ້​ມຸ່ນ​ແລ້ວ​ນຳ​ໃຊ້​ຄືນ​ອີກ.

ຜູ້​ຊ່ຽວຊານ​ສະ​ເໜີ​ໃຫ້​ຮູ້​ວ່າ,​ໃນຂອງ​ເສດ​ທີ່​ເປັນ​ເຄື່ອງ​ເອ​ເລັກ​ໂຕຼນິກມີ​75%ຂຶ້ນ​ໄປ​ແມ່ນ​ວັດ​ຖຸ​ທີ່​ມີ​ຄຸນ​ປະ​ໂຫຍ​ດ,ບໍ່​ພຽງ​ແຕ່​ຈະ​ນຳ​ໃຊ້​ຂອງ​ເສດ​ເທົ່າ​ນັ້ນ,ຫາກ​ຍັງ​ສາມາດ​ຫຼຸດ​ການ​ເຊື່ອມ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ອີກ​ດ້ວຍ.