ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-21 17:08:34    
ທ່ານ​ອັບ​ບາສ​ປະ​ກາດ​ໃຫ້​ລັດ​ຖະ​ບານ​ປະ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ຄຸ້ມ​ຄອງ​ທີ່​ດິນ​ທີ່​ຝ່າຍ​ອິສ​ຣາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາ​ຊາ​ແລ້ວ

cri
ຕາມ​ຂ່າວCRI,ວັນ​ທີ20​ສິງຫາ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ເຊັນ​ດຳລັດ,ປະກາດ​ວ່າ​ທີ່​ດິນ​ແລະ​ຊັບ​ສິນ​ທັງ​ໝົດ​ທີ່​ອິສ​ຣາ​ແອນ​ຈົ່ງ​ໄວ້​ຫຼັງ​​ຖອນ​ອອກ​ຈາກ​​ແຖບ​ກາຊານັ້ນ,​ໃຫ້​ລັດ​ຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​​ເປັນ​ຜູ້​ຄຸ້ມ​ຄອງ.​ກ່ອນ​ລັດ​ຖະ​ບານ​ຊຳ​ລະ​ກຳມະສິດ​ຂອງ​ທີ່​ດິນ​ແລະ​ຊັບ​ສິນ​ເຫຼົ່າ​ນີ້​ຢ່າງ​ເຖິງ​ຖອງ,​ບໍ່​ວ່າ​ຜູ້​ໃດ​ບໍ່​ຄວນ​ຍຶດ​ເປັນ​ຂອງ​ສ່ວນ​ຕົວ​.

ວັນ​ທີ20​ສິງຫາ,ທ່ານ​ດາ​ຮາ​ລານ ລັດຖະມົນຕີ​ວຽກ​ງານ​ຄວາມ​ແພ່ງ​ຂອງ​ລັດຖະບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ທີ່​ຮັບຜິດຊອບ​ວຽກ​ງານ​ປະສານ​ງານ​ອິສຣາ​ແອນ​ຖອນ​ຕົວ​ກ່າວ​ວ່າ,​ພາຍ​ຫຼັງ​ຝ່າຍ​ອິສ​ຣາ​ແອນ​ຖອນ​​ອອກ​ໄປ​ແລ້ວ,ປາ​ເລັສຕິນ​ແລະ​ອິສ​ຣ​າ​ແອນ​ຈະ​ສືບ​ຕໍ່​ຈັດ​ການ​ພົບ​ປະ​ແລະ​ປຶກ​ສາ​ຫາລື​ບັນຫາ​ການ​ຂຶ້ນ​ກັບ​ແລະ​ການ​ຄຸ້ມ​ຄອງ​​ເດີ່ນ​ຍົນ,​ທ່າ​ກ່ຳ​ປັ່ນ​ຂອງ​ແຖບ​ກາຊາ​ແລະ​ດ່ານ​ລາ​ຟາ.ພ້ອມ​ກັນ​ນັ້ນ,ທ່ານ​ດາ​ຮາ​ລານ​ຍັງ​ຮຽກຮ້ອງ​ອາ​ເມ​ລິ​ກາ​ຈົ່ງ​ເພີ່ມ​ຄວາມ​ແຮງ​ໃນ​ການ​ໄກ່​​ເກ່ຍ,ທວງ​ໃຫ້​ອິສຣາ​ແອນ​ຖອນ​ທະຫານ​ອອກ​ຈາກ​ເຂດ​ປາ​ເລັສ​ຕິນ​ທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໂດຍ​ໄວ,​ແລະ​ເລີ່​ມຕົ້ນ​ກາ​ນ​ເຈ​ລະ​ຈາ​ລະ​ຫວ່າງ​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ກ່ຽວ​ກັບ​ຖາ​ນະ​ສຸດ​ທ້າ​ຍຂອງ​​ເສັ້ນ​ຊາຍ​ແດນ​ແລະ​ແຜ່ນ​ດິນ.