|
![](/images/spacer.gif) |
(GMT+08:00)
2005-08-22 09:34:36
|
![](/images/shim.gif) |
ອິສຣາແອນເລີ່ມມ້າງເຮືອນຢູ່ຂອງຈຸດຕັ້ງຖິ່ນຖານຢ່າງຂະໜາດໃຫຍ່
cri
ຕາມຂ່າວCRI,ວັນທີ21ສິງຫາ,ກອງທະຫານປ້ອງກັນປະເທດອິສຣາແອນໄດ້ທັບມ້າງເຮືອນຢູ່30ຫຼັງໃນຈຸດຕັ້ງຖິ່ນຖານສອງແຫ່ງທີ່ຢູ່ພາກເໜືອແຖບກາຊາ.
ໃນຂະນະດຽວກັນນັ້ນ,ລົດດຸດດິນ200ກວ່າຄັນຂອງກອງທະຫານອິສຣາແອນໄດ້ແລ່ນເຂົ້າຈຸດຕັ້ງຖິ່ນຖານກູສຄາຕິຟ ຈຸດຕັ້ງຖິ່ນຖານທີ່ຢູ່ແຖບກາຊາ,ເລີ່ມມ້າງເຮືອນຢູ່ໃນແຫ່ງນັ້ນ.
ໃນມື້ດຽວກັນ,ຄະນະລັດຖະບານອິສຣາແອນໄດ້ຜ່ານມະຕິ,ອະນຸມັດປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວໄລຍະທີສາມ.
ຕາມຂ່າວຈາກຝ່າຍທະຫານອິສຣາແອນ,ກອງທະຫານອິສຣາແອນຈະເຮັດສຳເລັດວຽກງານຖອນອອກຈາກຈຸດຕັ້ງຖິ່ນຖານຊາວຢິວ21ແຫ່ງທັງໝົດຢູ່ແຖບກາຊາໃນວັນທີ23ສິງຫາ,ວັນທີ24ຈະຍ້າຍໄປຝັ່ງຕາເວັນຕົກແມ່ນ້ຳຈໍແດນເພື່ອປະຕິບັດແຜນການຖອນທະຫານ.
ພ້ອມດຽວກັນນັ້ນ,ຢູ່ກາຊາ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນຮຽກຮ້ອງວ່າ,ຕ້ອງເຮັດໃຫ້ຄວາມຫວັງຂອງຊາວອິສຣາແອນແລະຊາວປາເລັສຕິນທີ່ສ້າງຕັ້ງສອງປະເທດນັ້ນບັນລຸຜົນເປັນຈິງໂດຍໄວເທົ່າທີ່ຈະໄວໄດ້.
|
|
|