ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-22 14:34:51    
ແຂວງ​ຢຸນນານຂອງ​ຈີນ​ອອກ​ແຮງ​ກອບ​ກູ້​ເອົາ​ວັດ​ທະນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

cri Author: min
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມິນ​ເຢີ້ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ: ​ໃນຫຼາຍປີມາ​ນີ້ ​ແຂວງ​ຢຸນນານ ທີ່ພາກຕາ​ເວັດ​ຕົກສ​ຽງ​​ໃຕ້​ຂອງ​ຈີນ​ໄດ້​ອອກ​ແຮງ​ກອບ​ກູ້​ເອົາ​ວັດ​ທະນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້​ກອບ​ກູ້​ເອົາ​ໜັງສື​ບູຮານ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 3 ໝື່ນ​ກວ່າ​​ເຫຼັ້ມ

ແຂວງ​ຢຸນນານ​ມີ 26 ​ຊົນ​ເຜົ່າ ​ໃນນັ້ນ ມີ 7 ຊົນ​ເຜົ່າ​ສ່ວນ​ໜ້ອຍມີ​ປະຊາກອນບໍ່​ຮອດ 1 ​ແສນຄົນ ຢູ່​ຢຸນນານ ວັດ​ທະນະ​ທຳ​ຕົງ​ບ໌າ ວັດ​ທະນະ​ທຳ​ເຊື້ອ​ສາຍມານ​ດາ​ເຜົ່າໂມ​ໂຊ​ແລະ​ວັດ​ທະນະ​ທຳ​ອື່ນໆຊົງ​ຕົວຢູ່​ນຳ​ກັນ

ປີ 2000 ​ແຂວງ​ຢຸນນານ​ໄດ້​ນຳອອກ​ກົດ​ຂໍ້​ກຳນົດ​ອະນຸ​ລັກ​ວັດທະນະ​ທຳ​ດັ້ງ​ເດີມພື້ນ​ເມືອງ​ຂອງ​ຊົນ​​ເຜົ່າທີ່​ມີ​ລັກ​ສະນະພາ​ກ​ພື້ນກ່ອນ​ໝູ່ ຕໍ່​ມາ ​​ໄດ້​ສຳຫຼວດຕັ້ງ​ຊື່​ໃຫ້​ສິລະ​ປິນພື້ນ​ເມືອງ​ຂອງ​ຊົນ​ເຜົ່າສ່ວນ​ໜ້ອຍ​ຕ່າງໆກ່ອນ​ໜູ່ ນັບ​ມາຮອດ​ປັດຈຸ​ບັນ ​ແຂວງ​ຢຸນນານ​ໄດ້​ແປ ​ລຽບລ​ຽງ ພິມຈຳໜ່າຍ​ໜັງ​ສື​ບູຮານ​ປະມານ 600 ກວ່າ​​​ເຫຼັ້ມ ​ຍັງ​ໄດ້​ສ້າງ​ສາງ​ຂໍ້ມູນ​ຂ່າວສານ​ຮັກສາ​ໜັງ​ສຶບູຮານ​​ຊົນ​ເຜົ່າ​ສ່ວນ​ໜ້ອຍນັບ​ເປັນ 5000 ກວ່າ​​ເຫຼັ້ມ ລວມທັງ​ໜັງສື​ບູຮານ​ຊົນ​ເຜົ່າ​​​ໄທ​ລື້ ຕິ​ເບ​ດ​ ເຜົ່າ​ອີ ​ເຜົ່ານ້າ​ຊີ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ ປະ​ເພດແລະ​​ຈຳນວນ​ລ້ວນ​ແຕ່​ເປັນ​ລະດັບ​ທີ່​ໜຶ່ງ​ໃນ​ທົ່ວ​ປະ​ເທດ​ຈີນ