ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-22 17:00:41    
ລາວ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ຕຳຫຼວດ-ສຳພາດ​ທ່ານ​ສະ​ແຫວງ ພົມ​ມະ​ລີ ຮອງ​ຫົວ​ໜ້າ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ວຽງ​ຈັນ​(ສຽງ)

cri Author: zhangshuo


ແຕ່​ວັນ​ທີ16​ຮອດ​ວັນ​ທີ18​ເດືອນ​ນີ້,ງານ​ສຳ​ມະ​ນາການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ ວຽກ​ງານ​ຕຳຫຼວດ​ຂອງ​ກົມ​ຕຳຫຼວດ​ນະຄອນຫຼວງ​13ປະ​ເທດຄື ອາ​ຊຽນ​ ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ໄຂຂຶ້ນ​ຢູ່​ທີ່​ປັກ​ກິ່ງ.ຜູ້ຕາງໜ້າ​ຕຳຫຼວດຊັ້ນສູງຂອງນະຄອນຫຼວງ 13 ປະ​ເທດ​ໄດ້​ເຕົ້າ​ໂຮມ​ກັນເປັນຄັ້ງທຳ​ອິດ,​ເຈາະ​ຈົງ​ຫາລື​ເລື່ອງ​ກ່ຽວກັບ​ຝ່າຍ​ຕຳ ຫຼວດປັກ​ກິ່ງ​ຈະ​ເຮັດ​ແນວ​ໃດຮ່ວມ​ມື​​ກັບ​ຝ່າຍ​ຕຳຫຼວດສາກົນ​ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມສະຫງົບຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008.ກ່ຽວ​ກັບ​ເລື່ອງ​ນີ້,ນັກ​ຂ່າວ​ວິທະ ຍຸ​ພວກ​ເຮົາ​ໄດ້​​ສຳພາດ​ທ່ານ​ສະ​ແຫວ​ງ ພົມ​ມະ​ລີ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ຫຼວງວຽງ​ຈັນທີ່​ມາ​ເຂົ້າຮ່ວມ​ງານ​ສຳ​ມະ​ນາຄັ້ງນີ້.

ກ່ອນ​ອື່ນ,ທ່ານ​ສະ​ແຫວ​ງ ພົມ​ມະ​ລີ​ໄດ້​ສະ​ເໜີ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ​ຝ່າຍ​ຕຳຫຼວດວຽງ​ຈັນ​ກັບ​ຝ່າຍ​ຕຳຫຼວດປັກ​ກິ່ງ​ໃນ​ຫຼາຍປີ​ມາ​ນີ້​ສູ່​ຟັງ.ທ່ານ​ເວົ້າວ່າ: (ປ່ອຍ​ອັດ​ສຽງ).

​ໃນ​ງານ​ສຳ​ມະ​ນາຄັ້ງນີ້, ຝ່າຍ​ຕຳ​ຫຼວດ​ນະ​ຄອນ​ຫຼວງ​ຂອງ​13​ປະ​ເທດຄື ​ອາ​ຊຽນ ຈີນ ຍີ່​ປຸ່ນ​ແລະ​ສ.​​ເກົາ​ຫຼີ​ໄດ້​ຮ່ວມ​ກັນ​ເຊັນ​ຄຳ​ຖະ​ແຫຼງ​ການ​ປັກ​ກິ່ງ​,​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານວຽກ​ງານ​ຕຳ​ຫຼວດ​ໃນ​ຫຼາຍ​ລະດັບແລະ​ຫຼາຍ​ຮູບ​​ແບບລະ​ຫວ່າງ​ບັນ​ດາ​ປະ​ເທດ​​ໃນ​ພາກ​ພື້ນ,​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳ ຂ້າມ​ຊາດ.​ສ້າງ​ສະພາບ​ແວດ​ລ້ອມ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສັງຄົມ​ອັນ​ດີງາມ ຂອງ​ພາກ​ພື້ນ​ແຫ່ງ​ນີ້.ເມື່ອ​ເວົ້າ​ເຖິງບົດບາດ​ການ​ຊຸກ​ຍູ້​ຂອງ​ຄຳ​ຖະ​ແຫຼງການ​ປັກ​ກິ່ງ​ທີ່​ມີ​ຕໍ່​ການ​ຮ່ວມ​ມື​ພາກ​ພື້ນ​ໃນພາຍ​ໜ້າ,ທ່ານ​ສະ​ແຫວ​ງ ພົມ​ມະ​ລີ​ເວົ້າວ່າ: (ປ່ອຍ​ອັດ​ສຽງ).

ທ່ານ​ສະ​ແຫວ​ງ ພົມ​ມະ​ລີ​ໄດ້​ຕີ​ລາຄາ​ໝາກຜົນ​ຂອງງານ​ສຳ​ມະ​ນາ​ຄັ້ງນີ້ວ່າ: (ປ່ອຍ​ອັດ​ສຽງ).

ໃນ​ໄລຍະ​ງານ​ສຳ​ມະ​ນາ,ຜູ້​ຮັບຜິດຊອບ​ກົມ​ຕຳຫຼວດນະຄອນຫຼວງ13​ປະ​ເທດ​ໄດ້​ປະກອບຄຳ​ຄິດ​ຄຳ​ເຫັນ​ຢ່າງ​ເປັນ​ລຳດັບ,​ໄດ້​​ແນະນຳ​ສະພາບ​ການ​ພື້ນຖານ​ຂອງ​ວຽກ​ງານ​ຕຳຫຼວດໃຜລາວ,​ແລະ​ໄດ້​ຄົ້ນຄວ້າ​ຫາລື​ກັນຢ່າງ​ເລິກ​ເຊິ່ງຕໍ່​ວຽກ​ງານ​ຕຳ ຫຼວດ​ໃນ​ຫຼາຍຂົງ​ເຂດທີ່​ສົນ​ໃຈ​ນຳ​ກັນ​ເຊັ່ນ ລັດທິ​ກໍ່​ການ​ຮ້າຍ ​ ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳຂ້າມ​ຊາດ ການ​ປ້ອງ​ກັນ​ຄວາມສະຫງົບ​ຂອງການ​ເຄື່ອນ​ໄຫວ​ຂະ ໜາດ​ໃຫຍ່​​ແລະການ​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ​ເປັນຕົ້ນ. ​ໃນ​ຫຼາຍປີ​ມາ​ນີ້,ການ​ໂຈມ​ຕີ​ການ​ຕ້ອງ​ໂທດຄ້າ​ຢາ​ເສບ​ຕິດ​ຢູ່​ຊາຍ​ແດນ​ຈີນ​ລາວ​ໄດ້​ຮັບ​ໝາກຜົນ​ຢ່າງ​ເດັ່ນ​ຊັດ,​ເມື່ອ​​ເວົ້າ​ເຖິງ​ບັນຫາ​ດັ່ງກ່າວ,ທ່ານ​ຫົວໜ້າ​ສະ​ແຫວ​ງ ພົມມະລີ​ເວົ້າວ່າ:(ປ່ອຍ​ອັດ​ສຽງ).

ຕາມ​ຊາບ​ວ່າ,ປະຈຸ​ບັນ​ນີ້,ຝ່າຍ​ຕຳຫຼວດປັກ​ກິ່ງ​ໄດ້​ສ້າງການ​ພົວພັນ​ຮ່ວມ​ມື​ດ້ານ​ວຽກ​ງານ​ຕຳຫຼວດກັບ​ຝ່າຍຕຳຫຼວດນະ​ຄອນ​ຫຼວງຂອງຫຼາຍປະ​ເທດ​ຢ່າງ​ແໜ້ນ​ແຟ້ນ​ແລະບັງ​ເກີດ​ຜົນ,​ແລະ​ໄດ້​ເລັງ​ສາຍຕາ​ໃສ່​ງານ​ກິລາ​ໂອ​ລິ​ມປິກ​ປີ2008,​ເລີ່​ມສ້າງ ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​​ສອງ​ຕໍ່​ສອງ​ແລະ​ແບບ​ຫຼາຍຝ່າຍ​ທີ່​ໝັ້ນຄົງ​ຍາວ​ນານ.