ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-22 20:48:41    
ທ່ານ​ຫຼີ​ຈ້າວ​ຊິງ​ຊີ້​ອອກ​ວ່າ,​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ຊຸກ​ຍູ້​ການ​ພ້ອມ​ກັນ​ພັດ​ທະ​ນາ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ22​ສິງຫາ,ຂ່າວສານ​ຊິນ​ຮວາ ຂ່າວ​ສານ​ແຫ່ງ​ຊາດ​ຈີນ​ໄດ້​ພິມ​ບົດ​ຄວາມ​ຂອງ​ທ່ານ​ຫຼີ​ຈ້າວ​ຊິງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ທີ່​ພາດ​ຫົວ​ເລື່ອງ​ວ່າ ​ສັນ​ຕິ​ພາບ ການ​ພັດ​ທະ​ນາ ການ​ຮ່ວມ​ມື​.ບົດ​ຄວາມ​ຊີ້​ອອກ​ວ່າ,​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​​ຊຸກຍູ້​​ໃຫ້​ພ້ອມ​ກັນ​ພັດ​ທະ​ນາ.

ບົດ​ຄວາມ​ຂຽນ​ວ່າ,​ເມື່ອ​ເຂົ້າສູ່​ສັດຕະວັດ​ໃໝ່,ຈີນ​ໄດ້​ຍຶດໝັ້ນວັດ​ຖຸປະສົງ​ການ​ຕ່າງປະ​ເທດ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ຊຸກ​ຍູ້​​ໃຫ້​ພ້ອມ​ກັນ​ພັດ​ທະ​ນາ,​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ;​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ໃຕ້ໆ​ແລະ​ການ​ສົນ​ທະ​ນາ​ເໜືອ​ໃຕ້;​ຈີນ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ໝູ່​ຄູ່​ກັບ ປະ​ເທດ​ໃຫຍ່​ທີ່​ສຳ​ຄັນ​ດ້ວຍ​ຮູບ​ການ​ຕ່າງກັນ.

ບົດ​ຄວາມ​ຊີ້​ອອກ​ວ່າ,ການ​ພັດທະນາ​ຂອງ​ຈີນຈະ​ຫ່າງ​ເຫີ​ນອອກ​ຈາກ​ໂລກ​ບໍ່​ໄດ້,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ກໍ​ຕ້ອງ​ການ​ຈີນ.ຈີນ​ທີ່​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ຍ່ອມ​ຈະ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.