|
 |
(GMT+08:00)
2005-08-23 10:02:36
|
ທ່ານອັບບາສປຶກສາກັບທ່ານຊາລອນທາງໂທລະສັບເພື່ອຊຸກຍູ້ສັນຕິພາບລະຫວ່າງປາເລັສຕິນກັບອີສຣາແອນ
cri
ຕາມຂ່າວcri; ວັນທີ22 ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນ ໄດ້ລົມກັບທ່ານຊາລອນ ນາຍົກລັດຖະມົນຕີອີສຣາແອນທາງໂທລະສັບ ສອງຝ່າຍລ້ວນແຕ່ກ່າວວ່າຄວນຊຸກຍູ້ສັນຕິພາບລະຫວ່າງປາເລັສຕິນກັບອີສຣາແອນໂດຍສວຍໂອກາດທີ່ອີສຣາແອນປະຕິບັດການຖອນໜີແຕ່ຝ່າຍດຽວ.
ຖະແຫຼງການສະບັບໜຶ່ງຂອງຫ້ອງການທ່ານຊາລອນຂຽນວ່າ ທ່ານອັບບາສສັນລະເສີນໃນໂທລະສັບວ່າ ການເຄື່ອນໄຫວຖອນອອກຈາກກາຊາຂອງອີສຣາແອນແມ່ນເລື່ອງທີ່ມີຄວາມອົງອາດກ້າຫານແລະເປັນປະຫວັດການ ນີ້ຍ່ອມຈະສ້າງເລື້ອງໃໝ່ໃນການພົວພັນລະຫວ່າງປາເລັສຕິນກັບອີສຣາແອນ. ທ່ານຊາລອນກໍ່ກ່າວວ່າຈະສືບຕໍ່ສຸດກຳລັງເຂົ້າໃນການບັນລຸສັນຕິພາບລະຫວ່າງປາເລັສຕິນກັບອີສຣາແອນ. ສ່ອງຝ່າຍຍັງເຫັນດິເປັນເອກະພາບກັນວ່າຈະຈັດການເຈລະຈາໃນໄວໆນີ້.
ມື້ດຽວກັນ ອີສຣາແອນປະກາດວ່າ ວຽກງານຖອນໜີຈາກບ່ອນຕັ້ງຖິ່ນຖານທັງໝົດ21ແຫ່ງໄດ້ສຳເລັດໃນຂັ້ນພື້ນຖານແລ້ວ..
|
|
|