|
 |
(GMT+08:00)
2005-08-23 11:00:48
|
ອິສຣາແອນໄດ້ສຳເລັດວຽກງານການຖອນອອກຈາກຈຸດຕັ້ງຖິ່ນຖານຂອງຊາວຢິວ21ແຫ່ງຢູ່ແຖບກາຊາ
cri
Author: min
ຕາມຂ່າວCRI: ວັນທີ 22 ສິງຫາ ທ່ານແດນ ຮາເຣີຍ ຜູ້ບັນຊາການເຂດທະຫານພາກໃຕ້ຂອງກອງທະຫານປ້ອງການປະເທດອິສຣາແອນໄດ້ປະກາດຢູ່ແຖບກາຊາວ່າ ຕອນບ່າຍມື້ດຽວກັນ ອິສຣາແອນໄດ້ສຳເລັດວຽກງານຖອນອອກຈາກຈຸດຕັ້ງຖິ່ນຖານ ນິຊາລິມ ທີ່ເປັນຈຸດສຸດທ້າຍຢູ່ແຖບກາຊາ
ທ່ານຮາເຣີຍເວົ້າວ່າ ທະຫານອິສຣາແອນຈະໃຊ້ເວລາຫຼາຍອາທິດມ້າງເຮືອນຢູ່ໃນຈຸດຕັ້ງຖິ່ນຖານ21ແຫ່ງຂອງຊາວຢິວຢູ່ແຖບກາຊາ ຊຳລະວຽກງານຕາມຫຼັງໃຫ້ດີສົມບູນ ແລ້ວມອບແຖບກາຊາໃຫ້ແກ່ຝ່າຍປາເລັດສຕີນ
|
|
|