ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-23 11:15:37    
ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ແລະ​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ໃນ​ສາຍ​ຕາ​ຂອງ​ຊາວ​ໜຸ່ມ​ຈີນ(ສຽງ)

cri

ປີ​ນີ້​ແມ່ນສົງຄາມຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ​60​ປີ.​ໃນ​ຂະນະ​ທີ່​ຄົນ​ທັງຫຼາຍ​ຈັດການ​ເຄື່ອນ​ໄຫວ​ລະ​ລຶກດ້ວຍ​ຮູບ​ການ​ຕ່າງໆ,​ ກໍ​ໄດ້​ຮັບ​ຮູ້​ອີກ​ເທື່ອ​ໜຶ່ງ​ຕໍ່​ສົງຄາມ​ບັ້ນນັ້ນ​ເຊິ່ງບໍ່ພ​ຽງ​ແຕ່​ເຮັດ​ໃຫ້​ປະ​ເທດ​ຖືກ​ຮຸກ​ຮານ​ປະສົບ​ໄພ​ພິ​ບັດ​ແລະ​ກໍ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຜູ້​ຮຸກ​ຮານ​ປະ​ສົບ​​ເຄາະ​ຮ້າຍ​ເຊັ່ນ​ດຽວ​ກັນ,​ຮັບ​ຮູ້​ຜົນ​ສະ​ທ້ອນ​ຂອງ​ສົງ​ຄາມ​ຮຸກ​ຮານ​ແລະ​ຕ້ານ​ການ​ຮຸກ​ຮານ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ທີ່​ມີ​ຕໍ່​ການ​ພົວ​ພັນ​ຈີນ​ຍີ່​ປຸນ. ພວກ​ເຮົາ​ຈະ​ສະ​ເໜີ​ຊາວ​ໜຸ່ມ​ຈີນ​ແມ່ນ​ຮັບ​ຮູ້​ສົງ​ຄາມ​ບັ້ນ​ນັ້ນ​ແນວ​ໃດ,​ແລະ​ມີ​ທັດ​ສະ​ນະ​ແນວ​ໃດ​ຕໍ່​ຜົນ​ສະ​ທ້ອນ​ຕໍ່​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ຂອງ​ສົງ​ຄາມ​ບັ້ນ​ນັ້ນ.

ແຕ່​ເຫດການ​ຂົວ​ລູ​ໂກ່​ວສ້ຽວ​ເມື່ອ​ວັນ​ທີ7​ກໍລະກົດ​ປີ1937​ເຊິ່ງຍີ່​ປຸ່ນກໍ່​ສົງຄາມ​ຮຸກ​ຮານ​ຈີນ​ຢ່າງ​ຮອບ​ດ້ານ,​ຕະ​ຫຼອດ​ຮອດ​ຍີ່​ປຸ່ນ​ປະ​ກາດ​ຍອມ​ຈຳນົນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ໃນ​ວັນ​ທີ15​ສິງຫາ​ປີ1945,ປະ​ຊາ​ຊົນ​ຈີນ​ໄດ້​ດຳ​ເນີນ​ການ​ຕໍ່ສູ້​ຢ່າງ​ລຳບາກ​ກາກ​ກຳ​ເປັນ​ເວລາ8​ປີ,​ໄດ້​ເສຍ​ຄ່າ​ຕອບ​ແທນ​ອັນ​ໜັກໜ່ວງ.ຕາມ​ສະຖິຕິ,​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ,​ຈີນ​ມີ​ທະ​ຫານ​ແລະ​ປ​ະ​ຊາ​ຊົນ​35​ລ້ານ​ກວ່າ​ຄົນຕາຍ​ແລະ​ບາດ​ເຈັບ,ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ແລະ​ການ​ສິ້ນ​ເປືອງ​ໃນ​ສົງ​ຄາມ​ບັນ​ລຸ​560​ຕື້​ກວ່າ​ໂດ​ລາ​ສະຫະລັດ.​ເຖິງ​ວ່າ​ສົງ​ຄາມ​ໄດ້​ຜ່ານ​ໄປ​ເປັນ​ເວ​ລາ​60​ປີ​ແລ້ວ,​ແຕ່​ວ່າ​ບາດ​ແຜ​ສົງ​ຄາມ​ຂອງ​ປະຊາຊົນ​ຈີນ​ຄື​ວ່າ​ຍັງ​ບໍ່​ທັນ​ໄດ້​ຮຳ​ໃຫ້​ດີ​ເທົ່າ​ທີ່​ຄວນ.

ທ້າວ​ຊົ້ງ​ຈ່ຽງນານ ນັກ​ສຶກສາ​ປີ​ທີ​ສາມ​ຂອງ​ມະຫາວິທະຍາ​ໄລ​ອຸດ​ສາ​ຫະ​ກຳ​ການ​ຊ່າງນານ​ກິ່ງ​ເຫັນ​ວ່າ,ສົງຄາມ​ບັ້ນນັ້ນ​ແມ່ນ​ສົງຄາມ​ລອງລິດ​ກັນ​ລະຫວ່າງ​ຄວາມ​ເປັນ​ທຳ​ກັບ​ຄວາມ​ຊົ່ວ​ຮ້າຍ.​ທ້າວ​ຊົ້ງ​ຈ່ຽງ​ນານ​ກ່າວ​ວ່າ:"ສົງຄາມ​ບັ້ນນັ້ນ​ແມ່ນ​ຄົນ​ຈີນ​ຜູ້​ໃດ​ກໍ​ບໍ່​ຄວນ​ຫຼົງ​ລືມ.​ເຖິງ​ວ່າ​ຂ້ອຍ​ບໍ່​ໄດ້​ປະ​ສົບ​ສົງ​ຄາມ​ບັ້ນ​ນັ້ນ,​ແຕ່​ຜ່ານ​ຈາກ​ໂທລະພາບ​,ຮູບ​ເງົາ​ແລະ​ປຶ້ມ​ໜັງ​ສື,​ຂ້ອຍ​ໄດ້​ຮັບ​ຮູ້​ວ່າ​ປະ​ຫວັດ​ສາດ​ຕອນ​ນັ້ນ​ເປັນ​ໜ້າສັງ​ເວດ.​ໃນ​ນາມ​ເປັນ​ຊາວ​ໜຸ່ມ​ຍຸກ​ປັດ​ຈຸ​ບັນ, ພວກ​ເຮົາ​ຄວນ​ຈື່​ຈຳ​ປະ​ຫວັດ​ສາດ​​ໄວ້ໃຫ້​ດີ."

ບັນຫາ​ປະຫວັດສາດ​ໄດ້​ກ່ຽວ​ພັນ​ກັບ​ບັນຫາ​ຮັບ​ຮູ້​ສົງຄາມ​ບັ້ນ​ນັ້ນ​ທີ່​ນຳ​ເອົາ​​ໄພພິບັດ​ອັນ​ໜັກໜ່ວງ​ມາ​ສູ່​ປະຊາຊົນຈີນ​ແລະ​ຍີ່​ປຸ່ນ,ຍິ່ງ​ກ່ຽວ​ພັນ​ກັບ​ຄວາມ​ຮັກ​ແພງ​ປະຊາ​ຊາດ​ຂອງ​ປະຊາຊົນ​ຈີນ.ການ​ສຳ​ຫຼວດລາ​ຍໜຶ່ງ​ຂອງ​ເວ​ບ​ໄຊ​​ໂຊ​ຮູ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ເວ​ບ​ໄຊ​ພາສາ​ຈີນ​ທີ່​ມີຄົນເຂົ້າ​ຊົມຫຼາຍ​ກວ່າ​ໝູ່​ໃນ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ66%ຂຶ້ນ​ໄປ​ເຫັນ​ວ່າ​ຈະ​ປະຕິບັດ​ຕໍ່​ບັນຫາ​ປະຫວັດສາດ​​ແນວ​ໃດ​ແມ່ນ​ປັດ​​ໄຈ​ສຳຄັນ​ທີ່​ກະທົບກະ​ເທືອ​ນການຂະຫຍາຍຕົວ​ຂອງການ​ພົວພັນຈີນ​ຍີ່​ປຸ່ນ.ການ​ສຳ​ຫຼວດຍັງ​ສະ​ແດງ​ໃຫ້​​ເຫັນ​ວ່າ,ຜູ້​ເຂົ້າ​ຮ່ວມ​ການ​ສຳ​ຫຼວດຫຼາຍ​ກວ່າ97%ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່ຜູ້ນຳ​ຍີ່​ປຸ່ນທີ່​ໄປ​ນະ​ມັດຊະ​ການ​ວັດ​ຢາ​ຊືຄູ​ນິທີ່ບູຊາປ້າຍດວງ​ວິນ​ຍານ​ຂອງ​ອາ​ຊະ​ຍາກ​ອນຂັ້ນ​ກ.​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ທ້າວ​ຫານ​ປິ່ນ​ຈ້າວ ນັກ​ສຶກສາ​ປີ​ທີ​ສອງ​ຂອງ​ວິທະຍາ​ໄລ​ສ້າງ​ຄູ​ອານ​ຢາງ​ແຂວງ​​ເຮີ​ນານ ພາກ​ກາງຂອງ​ຈີນ​ແມ່ນ​ໜຶ່ງ​ໃນ​ຊາວ​ໜຸ່ມ​ຈຳນວນ​ຫຼວງ​ຫຼາຍ​ທີ່ຜ່າ​ນຈາກ​​ອິນເຕິ​ເນັດ​ກ່າວ​ປະນາມ​ແລະ​ປະ​ທ້ວງທ່ານ​ໂຄ​ອີ​ຈູ​ມີ​ຈູ​ນີຊີ​ໂລ ນາຍົກລັດຖະມົນຕີຍີ່ປຸ່ນ​ໄປ​ນະ​ມັດສະການ​ວັດ​ຢາ​ຊືຄູ​ນິ​ແລະ​ພວກ​ປີກ​ຂວາ​ສ່ວນ​ໜ້ອຍ​ຂອງ​ຍີ່​ປຸ່ນ​ເຈດ​ຕະນາ​ບິດ​ເບືອ​ນປະຫວັດ​ການ​ຮຸກ​ຮານ​ຈີນ.ທ້າວ​ຫານ​ປິ່ນ​ຈ້າວ​ກ່າວ​ວ່າ,​​ຕາບ​ໃດ​ຄົນ​ຍີ່​ປຸ່ນສ່ວນ​ໜ້ອຍ​ບິດ​ເບືອນ​ແລະ​ປະຕິ​ເສດ​ບໍ່​ຮັບ​ຮູ້​ປະຫວັດ​ການ​ຮຸກ​ຮານ​ຈີນ,​ເຂົາ​ກັບ​ພວກ​ໝູ່​ຮຽນ​ລ້ວນ​ແຕ່ຈະ​ສືບ​ຕໍ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ອິນ​ເຕິ​​ເນັດ​ສາກົນ,ກ່າວ​ປະນາມ​ແລະ​ປະ​ທ້ວງ​ຕໍ່​ຄົນ​ຍີ່​ປຸ່ນ​ເຫຼົ້ານີ້.ທ້າວ​ຫານ​ປິ່ນ​ຈ້າວ​ກ່າວ​ວ່າ:

"ການ​ກະທຳ​ຂອງ​ຄົນ​ຍີ່​ປຸ່ນສ່ວນ​ໜ້ອຍ​ເຫຼົ່າ​ນັ້ນ​ແມ່ນ​ຕົວະຕົນ​ເອງ​ທັງ​ຫຼອກ​ຕົ້ມ​ຜູ້​ອື່ນ,ຫຼັກ​ຖານ​ປະຫວັດສາດ​ຫຼາຍ​ຢ່າງ​ຈົນ​ຮອດ​ປັດຈຸບັນ​ກໍ​ບໍ່​ສາມາດ​ລຶບລ້າງ​ໄດ້,​ເຊິ່ງລວມທັງ​ການ​ສັງຫານ​ໂຫດ​ທີ່​ນານ​ກິ່ງ,​ລູກ​ລະ​ເບີດ​ອາຍ​ພິດ​ທີ່​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​ປະ​ຖິ້ມ​ຢູ່​ເມືອງ​ສີ​ສີ​ຮາ​ເອີ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຈີນ​ເຊິ່ງທຳຮ້າຍ​ປະຊາຊົນ​ຈີນ​ໃນ​ປັດຈຸບັນ,ຍັງ​ມີ​ລູກ​ລະ​ເບີດ​ອາຍ​ພິດ​ຂອງ​ກອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ​ທີ່​ປະ​ຖິ້ມ​ຢູ່​​ແຂ​ວງກວາງ​ຕຸ້ງ​ໄດ້​ທຳຮ້າຍ​ປະຊາຊົນ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້.​ເລື່ອງ​ຈິງ​ເຫຼົ່າ​ນີ້​,ພວກ​ເຂົາ​ເຈົ້າ​ຈະ​ລຶບລ້າງ​ບໍ່​ໄດ້​​ເລີ​ຍ."

ປັດຈຸບັນ,ຊາວ​ໜຸ່ມ​ຈີນ​ຈຳນວນ​ຫຼວງ​ຫຼາຍ​ລ້ວນ​ແຕ່​ໄດ້​ຜ່ານ​ຈາກ​ເວທີ​ປາ​ໄສ​ເທິງ​ເວັບ​ໄຊ,​ເວັບ​ໄຊ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​​​ແລະເວັບ​ໄຊ​ຕ່າງໆ,ປະກາດ​ຄວາມ​ເຫັນ​ສ່ວນ​ຕົວ​ຢູ່​ເທິງ​ອິນ​ເຕີ​ເນັດ.​ເວັບ​ໄຊ​ຂໍ້​ມູນ​ປະຫວັດສາດ​ກ່ຽວ​ກັບ​ເຫດການ​ສັງຫານ​ໂຫດ​ທີ່​ນານ​ກິ່ງ​ແມ່ນ​ເວັບ​ໄຊ​ແຫ່ງ​ໜຶ່ງ​ໃນ​​ເວັບ​ໄຊ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຈຳນວນ​ຫຼວງ​ຫຼາຍ​ຂອງ​ຈີນ.ຕາມ​ໄດ້​ຊາບ,​ເວັບ​ໄຊ​ດັ່ງກ່າວ​ຫາ​ກໍ່​ສ້າງ​ຂຶ້ນໃນ​ຕົ້ນ​​ເດືອນ​ກໍລະກົດ,ພາຍ​ໃນ​ເວລາ​ບໍ່​ຮອດ​ໜຶ່ງ​ເດືອ​ນ,ກໍ​ມີ5​ແສນເທື່ອ​ຄົນ​ເຂົ້າ​ຊົມ​ເວັບ​ໄຊ​ຕໍ່​ມື້.

ຍີ່ປຸ່ນ​ບໍ່​ຮັບ​ຮູ້​ແລະ​ຊຳລະ​ບັນຫາ​ປະຫວັດສາດ​ຢ່າງ​ຖືກຕ້ອງ​ເຊິ່ງ​ເປັນ​ມູນ​ເຫດ​ໂດຍ​ກົງ​ທີ່​ພາ​ໃຫ້​ຊາວ​ໜຸ່ມ​ຈີນ​ຂັດ​ໃຈ​ຕໍ່​ຍີ່​ປຸ່ນທີ່​ຢາກ​ກາຍ​ເປັນ​ປະ​ເທດ​ມົນ​ຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.ນາງ​ວາງ​ອິງ ນັກ​ສຶກສາ​ປະລິຍາ​ໂທ​ປີ​ທີ​ສາມ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໂດຍ​ກ່າວ​ວ່າ:

"ປະ​ເທດ​ໜຶ່ງ​ທີ່​ຢາກຕາງໜ້າ​ອາຊີ,​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ສະຫະ​ປະຊາ​ຊາດ,​ແຕ່​ຊ້ຳພັດບໍ່​ສາມາດ​ຊຳລະ​ການ​ພົວພັນ​ກັບປະ​ເທດ​ໃກ້​ຄຽງ​​ເປັນ​ຢ່າງ​ດີ,ຄັນ​ຊັ້ນ,​ລັກ​ສະ​ນະ​ຕົວ​ແທນ​ຂອງ​ປະ​ເທດ​ນັ້ນ​ໃນ​ສະຫະ​ປະຊາ​ຊາດ​ແມ່ນ​ເປັນ​ໜ້າ​ສົງ​ໃສ.ປີ​ນີ້​ຄ້ອມ​ພໍດີ​ແມ່ນ​ຍີ່​ປຸ່ນ​ປະ​ລາ​ໄຊ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຄົບຮອບ60​ປີ,​ເວົ້າ​ສຳ​ລັບ​ຍີ່​ປຸ່ນ​ແລ້ວ,ພໍດີ​ແມ່ນ​ໂອກາດ​ດີ​ທີ່​ສຸດ​ສຳ​ລັບ​ເຂົາ​ຊຳລະບັນຫາ​ປະຫວັດສາດ​ຂອງ​ຕົນ​ໃຫ້​ດີ."

ເຖິງ​ວ່າ​ແນວ​ນັ້ນ​ກໍ​ຕາມ,ຊາວ​ໜຸ່ມ​ຈີນ​ສ່ວນ​ຫຼາຍ​ຍັງ​ຄົງ​ຖື​ທ່າ​ທີ​ທີ່ອ່າວ​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ​ໃນ​ດ້ານ​ກວມ​ລວມຕໍ່​ການ​ຂະຫຍາຍການ​ພົວພັນ​ຈີນ​ຍີ່ປຸ່ນ.ການ​ສຳ​ຫຼວດ​ຂອງ​ໜັງ​ສື​ພິມ​ສະ​ຕະ​ວັດ​ທີ​21ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ມີ​ຜູ້​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​51%​ຂຶ້ນ​ໄປ​ກ່າວ​ວ່າ,ຍິນ​ດີ​ໄປ​ມາ​ຫາ​ສູ່​ກັນກັບຊາວ​ໜຸ່ມ​ເຍົາວະ​ຊົນ​ຍີ່​ປຸ່ນ​ແລະ​ເປັນ​ເພື່ອນ​ກັນ.

ທ້າວ​ຫານ​ປິ່ນ​ຈ້າວ​ກ່າວວ່າ,ດຽວ​ນີ້​ແມ່ນ​ຍຸກ​ສະ​ໄໝ​ສັນຕິພາບ,​ເຊື່ອ​ວ່າມ​ວນຊົນ​ຍີ່​ປຸ່ນ​ສ່ວນ​ຫຼາຍ​ທີ່​ສຸດ​ແມ່ນ​ເຫັນ​ດີ​ເຫັນ​ພ້ອມ​ນຳຈີນ​ຍີ່​ປຸ່ນສ້າງການພົວພັນ​ໄມ​ຕີ​ຈິດ.ທ້າວ​ຫານ​ປິ່ນ​ຈ້າວ​ກ່າວ​ວ່າ:"ຊາວ​ໜຸ່ມ​ໄດ້​ເປັນ​ເຈົ້າ​ຂອງ​ອະນາຄົດ​ໃນ​ລະດັບ​ສ່ວນ​ ​ຫຼາຍ,ຈີນ​ຍີ່ປຸ່ນ​ຄວນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ຊາວ​ໜຸ່ມ,​ໃຫ້​ຊາວ​ໜຸ່ມທຳ​ຄວາມ​ເຂົ້າ​ໃຈ​ກັນ​ໃນ​ການ​​ແລກ​ປ່ຽນ,​ແລະ​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ,ອວ່າຍໜ້າ​ໄປ​ສູ່​ອະນາຄົດ​ຢ່າງ​ຖືກ​ຕ້ອງ."

ຕໍ່​ບັນຫາ​ທີ່​ປະ​ກົດ​ອອກ​ມາໃນ​ການ​ພົວພັນ​ຈີນ​ຍີ່​ປຸ່ນ,ຜູ້​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ສ່ວນ​ຫຼາຍ​ລ້ວນ​ແຕ່​ໄດ້​ປະຕິບັດ​ຕໍ່​ຢ່າງ​ຖືກ​ຕ້ອງ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ທ່ານ​ນາງ​ວາງ​​ຫາຍ​ອິງ ພະ​ນັກ​ງານ​ຈີນ​ຂອງ​ກຸ່ມ​ບໍລິສັດ​ດຼາກັອນ ສີສ໌(Dragon Ease Groop ) ສາ​ຂາ​ຊຽງ​ໄຮ້​ເຫັນ​ວ່າ:

"ການ​​ແລກປ່ຽນ​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຈຳ​ນວນ​ຫຼວງ​ຫຼາຍ​ມາ​ໃຫ້​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ,​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ແນວ​ນີ້​ແມ່ນ​ເຮັດ​ໃຫ້​ສອງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ,​ຫວັງ​ວ່າ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ຈົ່ງ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ​ແລະ​ໝັ້ນ​ທ່ຽງ.​ພ້ອມ​ກັນ​ນັ້ນ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ພົວ​ພັນ​ພື້ນ​ເມືອງ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ,​ການ​ພົວ​ພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຈີນ​ຍີ່​ປຸນ​ຍ່ອມ​ຈະ​ພົ້ນ​ຈາກ​ເງົາ​ມືດ​ຂອງ​ບັນ​ຫາ​ປະ​ຫວັດ​ສາດ."