ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-23 16:51:48    
ຈີນ​ຈະ​ລົງ​ມື​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ລາຍ​ໄດ້​ສ່ວນ​ບຸກ​ຄົນ​ເພື່ອ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ລາຍ​ໄດ້​ຂອງ​​ພົນລະ​ເມືອງ

cri
ຕາມ​ຂ່າວCRI,ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ລາຍ​ໄດ້​ສ່ວນ​ບຸກ​ຄົນ​ສະ​ບັບ​​ດັດ​​ແກ້​ທີ່​ມີ​ຈຸດ​ປະ​ສົງ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ລາຍ​ໄດ້​ຂອງ​ພົນ​ລະ​ເມືອງ​ຈີນ​ນັ້ນ​ຈະ​ຍື່ນ​ໃຫ້​ອົງ​ການ​ນິ​ຕິ​ບັນ​ຍັດ​ຈີນ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ໃນ​ວັນ​ທີ​23​ສິງ​ຫາ.

ການປັບປຸງ​ກົດໝາຍ​ເທື່ອ​ນີ້​ແມ່ນ​ອົງການ​ນິຕິ​ບັນຍັດ​ຈີນ​ທຳ​ການ​ປັບປຸງ​ເປັນ​ເທື່ອ​ທີ​ສອງ​ຕໍ່​ກົດ​ໝາຍ​ວ່າ​ດ້ວຍ​ພາສີ​ລາຍ​ໄດ້​ສ່ວນບຸກຄົນ​ທີ່​ວາງ​ອອກ​ເມື່ອ​ປີ1993.ຕາມ​ໄດ້​ຊາບ,ຮ່າງ​ກົດ​ໝາຍ​ສະ​ບັບ​ດັດ​ແກ້ໄດ້​ຍົກ​ສູງ​ມາດຖານ​ຕ່ຳ​ສຸດ​​ໃນ​ການ​ເກັບ​ພາສີ​ລາຍ​ໄດ້​ສ່ວນບຸກຄົນ,​ເພື່ອ​ຫຼຸດ​ຄວາມ​ຫາບ​ແບກ​ຂອງ​ຜູ້​ມີ​ລາຍ​ໄດ້ຕ່ຳ​ແລະ​ຜ້ານ​ກາງ,ອັດ​ຕາ​ຕ່ຳ​ສຸດ​ໃນ​ການ​​ເກັບ​ພາສີ​ລາຍ​ໄດ້​ບຸກ​ຄົນ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຈີນ​ກໍ​ໄດ້​ຍົກ​ສູງ​ຂຶ້ນ​ໄປ​ພ້ອມ.ພ້ອມ​ກັນ​ນັ້ນ,ຮ່າງກົດໝາຍ​ຍັງ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ເກັບ​ພາສີ​ຕໍ່ຜູ້​ມີ​ລາຍ​ໄດ້​ສູງ.