ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-23 17:19:59    
ສິ​ລະ​ປະ​ແຕ້ມ​ຮູບ​ຂອງ​ຕິ​ເບດ(ພາບ)

cri

ສິລະປະແຕ້ມຮູບຂອງຕິເບດແມ່ນມີມາແຕ່ດົນນານ,ມາຮອດມື້ນີ້ກໍມີປະຫວັດ2000ກວ່າປີ
ແລ້ວ.

                           ຮູບແຕ້ມໃສ່ຝາຜະໜັງ

ການແຕ້ມຮູບຂອງເຜົ່າຕິເບດແມ່ນມີກົກເຄົ້າມາແຕ່ຮູບແຕ້ມໃສ່ໂງ່ນຫີນທີ່ສືບທອດມາແຕ່ປະ
ເທດຈີນສະໄໝບູຮານ.ສິ່ງທີ່ແຕ້ມນັ້ນສ່ວນຫຼາຍແມ່ນຮູບສັດຕ່າງໆ,ເປັນຕົ້ນແມ່ນກວາງ,ງົວ,
ແບ້,ມ້າແລະພາບລ່າເນື້ອ,ຕະຫຼອດຮອດເນື້ອໃນດ້ານສາສະໜາທ້ອງຖິ່ນບາງແຫ່ງຂອງເຜົ່າຕິ
ເບດ.ແຕ່ເນື່ອງຈາກມູນເຫດໄພທຳມະຊາດແລະໄພທີ່ຄົນກໍ່ຂຶ້ນຮູບແຕ້ມເດີມເຫຼົ່ານີ້ແມ່ນເສຍ ຫາຍໄປແລ້ວຮູບແຕ້ມຕິເບດທີ່ຄົນທັງຫຼາຍມັກເວົ້າກັນຢູ່ດຽວນີ້ແມ່ນໝາຍເຖິງຮູບແຕ້ມພຸດທະ
ສາສະໜານິກາຍຕິເບດທີ່ກຳເນີດຂຶ້ນພາຍຫຼັງພຸດທະສາສະໜາໄດ້ແຜ່ເຂົ້າເຂດຕິເບດເມື່ອສະ
ຕະວັດທີ6ທີ7.


ຮູບແຕ້ມໃສ່ຝາຜະໜັງແມ່ນຮູບການສະແດງສຳຄັນຊະນິດໜຶ່ງຂອງສິນລະປະຮູບແຕ້ມຕິເບດ.ຕົ້ນຕໍແມ່ນແຕ້ມຢູ່ໃນວັດວາອາຮາມນ້ອຍໃຫຍ່ໃນເຂດຕິເບດຂະໜາດຮູບແຕ້ມຝາຜະໜັງແມ່ນ
ໃຫຍ່ໂຕມະໂຫຖານເຊິ່ງກ່ຽວພັນກັບຂົງເຂດອັນກວ້າງຂວາງເປັນຕົ້ນແມ່ນສາສະໜາ,ການເມືອງ,
ປະຫວັດສາດ,ເສດຖະກິດ,ວັດທະນະທຳແລະຊີວິດສັງຄົມເຊິ່ງມີເກືອບໝົດທຸກດ້ານເຊັ່ນພະສູດ,
ເທບນິຍາຍ,ພື້ນສືບ,ນິທານປະຫວັດສາດ,ພາບຊີວິດຕະຫຼອດຮອດທັດສະນີຍະພາບ.ເນື້ອໃນກໍອຸ
ດົມສົມບູນທີ່ສຸດ,ໃນນັ້ນຮູບແຕ້ມຝາຜະໜັງກ່ຽວກັບບຸກຄົນປະຫວັດສາດກໍກວມອັດຕາສ່ວນຫຼາຍ​ສົມ​ຄວນ,​ຮູບ​ແຕ້ມ​ຝາ​ຜະ​ໜັງ​ປະ​ເພດ​ນີ້​ສ່ວນ​ຫຼາຍ​ແມ່ນ​ມີ​ເນື່ອ​ໃນ​ທີ່​ເປັນ​ຂໍ້​ມູນ​ປະ​ຫວັດ​ສາດ​ຫຼາຍ​ທີ່​ສຸດ.​ໂດຍ​ຜ່ານ​ຄຸນງາມຄວາມດີ​ຂອງ​ສ່ວນ​ບຸກຄົນ​ມາ​ສ່ອງ​ແສງ​ໃຫ້​ເຫັນ​ຊີວິດ​ການ​ເມືອງ,​ການ​ຂະ​ຫຍາ​ຍຕົວ​ທາງ​ສາ​ສະໜາ​ແລະ​ຂະ​ບວນວິວັດ​ສັງຄົມ​ໃນ​ສະ​ໄໝ​ນັ້ນ.ຕົວຢ່າງ​ຄື​ວັງ​ບຸດຕະລາ​ທີ່​ມີ​ຊື່​ສຽງ​ໃນ​ໂລກ,​ຈົນ​ຮອດ​ດຽວ​ນີ້​ກໍ​ຍັງ​ຮັກສາ​ຮູບ​​ແຕ້ມ​ຝາ​ຜະໜັງ​ຂະ​ໜາດ​ໃຫຍ່​ກ່ຽວ​ກັບ​ເຈົ້າ​ຊົງ​ຈານ​ການ​ປູ ຜູ້​ນຳ​ເຜົ່າ​ຕິ​ເບ​ດ​ໃນ​ສະ​ຕະ​ວັດ​ທີ7,​ຮູບ​ແຕ້ມ​ຝາ​ຜະ​ໜັງ​ດັ່ງກ່າວ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ໂສມ​ໜ້າ​ສັງຄົມ​ແລະ​ຊີວິດ​ການ​ເມືອງ​ໃນ​ສະ​ໄໝ​ນັ້ນ​ຕະ​ຫຼອດ​ຮອດ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ວຍ​ໄມ​ຕີ​ຈິດ​ລະ​ຫວ່າງຊົນ​ເຜົ່າ​ແລະ​ການ​​ແຜ່​ຜາຍ​ພຸດ​ທະ​ສາ​ສະ​ໜາ​ເຂົ້າ​ສູ່​ເຂດ​ຕິ​ເບ​ດ​ໃນ​ສະ​ໄໝ​ຫົວທີ.


1  2