|
![](/images/spacer.gif) |
(GMT+08:00)
2005-08-24 15:13:06
|
![](/images/shim.gif) |
ທ່ານນາງໄລສ໌ພົບປະລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີ
cri
ຕາມຂ່າວສານຊິນຮວາ,ວັນທີ23ສິງຫາ,ກະຊວງການຕ່າງປະເທດອາເມລິກາໄດ້ອອກຖະແຫຼງການວ່າ,ໃນມື້ດຽວກັນ,ທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ເຈລະຈາກັບທ່ານບານກີມູນ ລັດຖະມົນຕີການຕ່າງປະເທດແລະການຄ້າສ.ເກົາຫຼີທີ່ໄປຢ້ຽມຢາມ,ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບກອງປະຊຸມໄລຍະທີສອງຂອງການເຈລະຈາຫົກຝ່າຍຮອບສີ່ກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີທີ່ຈະຈັດຂຶ້ນໃນໄວໆນີ້.
ຖະແຫຼງການຂຽນວ່າ,ໃນການເຈລະຈາ,ທ່ານນາງໄລສ໌ແລະທ່ານບານກີມູນເປັນເອກະສັນກັນເຫັນວ່າ,ກອງປະຊຸມໄລຍະທີໜຶ່ງຂອງການເຈລະຈາຫົກຝ່າຍຮອບສີ່ໄດ້ມີການຄືບໜ້າ,ພວກທ່ານຄອງຄອຍກອງປະຊຸມໃໝ່.ໃນເວລາເຈລະຈາ,ທ່ານບານກີມູນຍັງໄດ້ແຈ້ງໃຫ້ທ່ານນາງໄລສຊາບເຖິງສະພາບຫຼ້າສຸດຂອງການສົນທະນາລະຫວ່າງສ.ເກົາຫຼີກັບສ.ປ.ປ.ເກົາຫຼີ.
ການເຈລະຈາຫົກຝ່າຍຮອບສີ່ກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີເມື່ອໄດ້ເຈລະຈາແລະປືກສາຫາລືກັນເປັນເວລາ13ມື້ແລ້ວໄດ້ພັກປະຊຸມໃນວັນທີ7ສິງຫາ,ແລະຈະຈັດກອງປະຊຸມຄືນໃໝ່ໃນອາທິດໜ້າເຊິ່ງຈະເລີ່ມແຕ່ວັນທີ29ສິງຫາ.
|
|
|