ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-24 18:47:42    
ບັນດິດສະພາ​ບັນດິດ​ວິທະຍາສາດ​ຈີນ​ປະກາດ​ຫລັກ​ຖານຄັກ​ແນ່​ກ່ຽວກັບ​ກອງ​ທະຫານ​ຍີ່​ປຸ່ນຮຸກ​ຮານ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ສິງຫາ,ຢູ່​ນະຄອນ​ທຽນ​ສິນ,ທ່ານ​ເຊີນ​ປ້ານ​ເຫວີ​ນ ບັນດິດ​ສະພາ​ບັນດິດ​ວິທະຍາສາດ​ຈີນ ສາດສະດາຈານມະຫາວິທະຍາ​ໄລ​ນານ​ຄາຍ​ທີ່​ອາຍຸ 90 ປີ​ໄດ້​ປະກາດ​ຫລັກ​ຖານ​ຄັກ​ແນ່ທີ່​ກອງ​ທະຫານ​ຍີ່​ປຸ່ນຖິ້ມ​ລະ​ເບີດ​ທຳລາຍ​ມະ​ຫາວິທະຍາ​ໄລ​ນານ​ຄາຍ​ຄື​​ໃນຮູບ​ຖ່າຍ​ 13 ​ໃບ​ທີ່​ບັນທຶກຊາກອາຄານມະຫາວິທະຍາ​ໄລ​ນານ​ຄາຍພາຍຫລັງ​ກອງ​ທະຫານ​ຍີ່ປຸ່ນ​ຖິ້ມ​ລະ​ເບີດ​ໃສ່.ຕາມ​ຮູ້​ວ່າ,ຮູບ​ຖ່າຍ 13 ​ໃບ​ທີ່​ປະກາດ​ເທື່ອ​ນີ້​ແມ່ນ​ເພື່ອນ​ຍີ່​ປຸ່ນ​ເອົາ​ໃຫ້,​​ຖ່າຍ​​ໃນປະມານປີ 1941.ຈາກຮູບ​ເຫົ່ຼານີ້ສາ​ມາດ​ເບິ່ງ​ເຫັນ​ຊາກ​ອາຄານ​ມະຫາວິທະຍາ​ໄລ​ນານ​ຄາຍ​ພາຍຫລັງ​ຖືກ​ກອງ​ທະຫານຍີ່​ປຸ່ນ​ຖິ້ມ​ລະ​ເບີດ​ໃສ່​ຢ່າງ​ຈະ​ແຈ້ງ.ນອກ​ນີ້,ຮູບ​ຖ່າຍ​ເຫົ່ຼານີ້​ຍັງ​ໄດ້​ບັນທຶກ​ຫລັກ​ຖານ​ໂທດ​ກຳ​​ທີ່ກອງ​ທະຫານ​ຍີ່​ປຸ່ນຍຶດຄອງ​ມະຫາວິທະຍາ​ໄລ​ນານ​ຄາຍ,ລວມທັງ​ພາບ​ພວກ​ຍີ່​ປຸ່ນຜູ້​ຮຸກ​ຮານ​ນັ່ງຕຶກ​ເບັດ​ໃນ​ມະຫາວິທະຍາ​ໄລ.