ຕາມຂ່າວCRI: ພາຍຫຼັງກອງທະຫານອິສຣາແອນຍິງຄົນປາເລັສຕິນຕາຍ 5 ຄົນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນຕອນກາງຄືນວັນທີ 24 ສິງຫາແລ້ວ, ວັນທີ 25 ສິງຫາ, ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ອອກຖະແຫຼງການ, ກ່າວປະນາມຢ່າງຮຸນແຮງຕໍ່ຝ່າຍອິສຣາແອນທີ່ທຳລາຍສະຖານະການອັນສະຫງົບລະຫວ່າງປາເລັສຕິນກັບອິສຣາແອນໃນສະເພາະໜ້ານີ້.
ທ່ານຄູໄລ ນາຍົກລັດຖະມົນຕີລັດຖະບານປາເລັສຕິນປົກຄອງຕົນເອງກໍ່ໄດ້ໃຫ້ສຳພາດ, ຕິຕຽນຝ່າຍອິສຣາແອນທີ່ທຳການຕົກລົງໃນຫວ່າງມໍ່ໆນີ້ວ່າຈະເກນໃຊ້ດິນປາເລັສຕິນເພື່ອສ້າງກຳແພງຂັ້ນຢູ່ເຂດມໍ່ມາ ອາເລ ອາດູມິມ ຈຸດຕັ້ງຖິ່ນຖານຂອງຊາວຢິວທີ່ໃຫຍ່ກວ່າໝູ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ອົງການຈີຮາດແລະກອງພົນນ້ອຍຜູ່ເສຍສະຫຼະອານ ອັກຊາຕ່າງໄດ້ອອກຖະແຫຼງການ, ຂົ່ມຂູ່ວ່າຈະແກ້ແຄ້ນກອງທະຫານອິສຣາແອນ.
|