ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-26 14:47:47    
ຜູ້​ຊ່ຽວ​ຊານ​ກ່າວ​ວ່າ​​ຄອມ​ພິວ​ເຕີ​ມື​ຖື​ມີ​ຂໍ້​ຂາດ​ຕົກ​ບົກ​ພ່ອງ​ຫຼາຍ​ໃນ​ດ້ານ​ອອກ​ແບບ ​ມັກ​ເປັນ​ໂທດ​ຕໍ່​ສຸ​ຂະ​ພາບ

cri Author: li

ໃນ​ຊູ່​ມື້​ນີ້​ທີ່​ເສດຖະກິດ​ພັດທະນາ​ຢ່າງ​ໄວ​ພະລັນ,​ຄອມ​ພິວ​ເຕີ​ມື​ຖື​ນັບ​ມື້​ນັບ​ກາຍ​ເປັນສິ່ງ​ຕິດ​ຕົວ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊັ້ນ​ຄົນຄໍ​ຂາວ​ຈຳນວນ​ໜຶ່ງ. ​ແຕ່​ວ່າ,​ໃນ​ຂະນະ​ທີ່​ທ່ານ​ເປີດ​ຄອມ​ພິວ​ເຕີ​ມື​ຖືນັ້ນ​ທ່ານ​ເຄີຍ​ຄິດ​ບໍ່​ວ່າມັນ​ຈະ​ກະທົບ​ກະ​ເທືອນ​ເຖິງ​ສຸຂະພາບ​ຂອງ​ທ່ານ?

ປັດຈຸບັນ,ຄົນ​ນັບ​ມື້​ນັບຫຼາຍ​​ໄດ້​ໃຊ້​ຄອມ​ພິວ​ເຕີ​ມື​ຖື​ເປັນ​ພາຫະນະ​ເຮັດ​ການ,​ພ້ອມ​ກັນນັ້ນ ຄອມ​ພິວ​ເຕີ​ຊະນິດ​ນີ້​ກໍ​ໄດ້​ນຳ​ເອົາ​ຄວາມ​​ເຈັບ​ໄຂ້​ທີ່​ລຳ​ຄານ​ໃຈມາ​ໃຫ້​ພວກ​ເຂົາ​ເຈົ້າ. ​ຕົວຢ່າງ​ຄື​​ຄໍ​ແລະ​ຄໍ່​ມື​ມັກ​ເຈັບ,​ກະດູກ​ເສື່ອມລົງ​ໄວ​ກວ່າ​ເກົ່າ.

​ເມື່ອ​ທຽບ​ກັບ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ​ແລ້ວ,ຄອມ​ພິວ​ເຕີ​ມື​ຖື​ມີ​ຂໍ້​ບົກພ່ອງ​​ໃນ​ການ​ອອກ​ແບບ​ຢ່າງ​ເດັ່ນ​ຊັດ,​ໃນ​ນັ້ນ ຂໍ້​ຂາດ​ຕົກບົກ​ພ່ອງ​ທີ່​ແກ້​ໄຂ​ຍາກ​ແມ່ນ​ຄີບອດ​ຫ່າງ​ຈາກ​ໜ້າ​ຈໍ​ໃກ້​​ໂພດ. ຜູ້​ຊ່ຽວຊານ​ຂອງ​ສະມາຄົມ​ກິດຈະການ​ເຄື່ອງ​ຈັກ​ມະນຸດ​ຂອງ​ອາ​ເມ​ລິ​ກາ​ເວົ້າວ່າ,"​ໃນ​ເວລາ​ທ່ານ​ໃຊ້​ຄອມ​ພິວ​ເຕີ​ມື​ຖືນັ້ນ,​ທ່ານ​ຫວັງ​ໃຫ້​ຫົວ​ແລະ​ຄໍ​ຂອງ​ທ່ານ​ຮັກສາ​ທ່າ​ສະບາຍ​ຫຼື​ທ່ານ​ສາມາດ​ເຮັດ​ໃຫ້​ແຂນ​ຂອງ​ທ່ານ​ສະບາຍ,​ແຕ່​ວ່າ​ໃນ​ເວລາ​ໃຊ້​ຄອມ​ພິວ​ເຕີ​ມືຖື​ນັ້ນ ຢາກ​ເຮັດ​ທັງສອງ​ຢ່າງ​ດັ່ງກ່າວ​ພ້ອມ​ກັນ​ແມ່ນ​​ເປັນ​​ໄປ​ບໍ່​ໄດ້."

ປີ 2004 ຈຳນວນ​ຄອມ​ພິວ​ເຕີ​ມື​ຖື​ທີ່​ຈຳໜ່າຍ​ໃນ​ທົ່ວ​ໂລກ​ແມ່ນ 49 ລ້ານ​​ເຄື່ອງ,​ເກືອບ​ເປັນ 2 ​ເທົ່າ​ຂອງ​ປີ 2000. ບຸກຄົນ​ວິ​ເຄາະ​ຄາດ​ວ່າ,​ເມື່ອ​ຮອດ​ປີ 2008,ຈຳນວນ​ຈຳໜ່າຍ​ຄອມ​ພິວ​ເຕີ​ມືຖື​ຈະ​ລື່ນ​ກາຍ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ.



ນັກຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ກິດຈະການ​ເຄື່ອງ​ຈັກ​ມະນຸດ​ແຫ່ງ​ມະຫາ​ວິທະຍາ​ໄລ​ລັດ​ໂອ​ໄຮ​ໂອ​ເວົ້າວ່າ,"​ປັດຈຸບັນ​ຍັງ​ບໍ່​ໄດ້​ລົງ​ເລິກ​ຄົ້ນຄວ້າ​ຜົນ​ສະທ້ອນ​ຂອງ​ຄອມ​ພິວ​ເຕີ​ມື​ຖືທີ່​ມີ​ຕໍ່​ສຸຂະພາບ,​ແຕ່​ການ​ຄົ້ນຄວ້າ​ລາຍ​ໜຶ່ງ​ໃນ​ປີ 2002 ສະ​ແດງ​ໃຫ້​ເຫັນ​ວ່າ,ຈຳນວນ​ຄົນ​ໃຊ້​ຄອມ​ພິວ​ເຕີ​ມື​ຖື​ທີ່​ຈົ່ມ​ວ່າ​ເຈັບ​ຮ່າງກາຍ​ພ້ອມ​ດ້ວຍ​ບ່ອນ​ເຈັບ​ຫຼາຍ​ກວ່າ​ຜູ້​ໃຊ້​ຄອມ​ພິວ​ເຕີ​ຕັ້ງ​ໂຕະ."

ນີ້​ແມ່ນ​ຍ້ອນ​ວ່າ,ຜູ້​ໃຊ້​ຄອມ​ພິວ​ເຕີ​ຕັ້ງ​​ໂຕະ​ສາມາດ​ປັບ​ຄວາມ​ສູງ​ຂອງ​ໜ້າ​ຈໍ​ໃຫ້​ຢູ່​ບ່ອນ​ສູງ​ດຽວ​ກັນ​ກັບ​ຕາ,​ແລະ​ວາງ​ຄີບ​ອດຢູ່​ລຸ່ມ​ໜ້າ​ຈໍ​ປະມານ 20 ນິ້ວ,​ເມື່ອ​ເປັນ​ແນວ​ນີ້ ການ​ໃຊ້​ຄອມ​ພິວ​ເຕີ​ກໍ​ສາມາດ​ຮັກສາ​ທ່າ​ທີ່​ຂ້ອນ​ຂ້າງ​ສະບາຍ. ຜູ້​ຊ່ຽວຊານ​ເຕັກນິກ​ກ່າວ​ວ່າ,"ຜູ້​ໃຊ້​ຄອມ​ພິວ​ເຕີ​ຕັ້ງ​ໂຕະ​ກໍ​ມີຫຼາຍໆ​ຄົນ​ຈົ່ມວ່າ​​ເຈັບກ້າມ​ເນື້ອ​ແລະ​ກະດູກ​,​ແຕ່​ຂໍ້​ຂາດ​ຕົກ​ບົກພ່ອງ​ໃນ​ການ​ອອກ​ແບບ​ຄອມ​ພິວ​ເຕີ​ມື​ຖື​​ແຮ່ງ​ພົ້ນ​ເດັ່ນ,​ແລະ​ເປັນ​ໂທດ​ຕໍ່​ສຸຂະພາບ​ຮ້າຍ​ແຮງ​ກວ່າ." ຜູ້​ຊ່ຽວຊານ​ດ້ານ​ວິທະຍາສາດ​ກິດຈະການ​ເຄື່ອງ​ຈັກ​ມະນຸດ​ກ່າວ​ວ່າ,​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສົມ​ເຫດ​ສົມ​ຜົນ​ໃນ​ການ​ອອກ​ແບບ​ຄອມ​ພິວ​ເຕີ​ມື​ຖື,​ໃນ​ເວລາ​​ແກ້​ໄຂ​ນັ້ນ ຄວນ​ຖອດ​ຖອນ​ບົດຮຽນ​ຂອງ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ,​ໃຫ້​ຜູ້​ໃຊ້​ຄອມ​ພິວ​ເຕີ​ມື​ຖື​ສາມາດ​ຮັກສາ​ທ່າ​​ຄ່ອງ​ແຄ້ວ​ໃນ​ເວລາ​ໃຊ້​ຄອມ​ພິວ​ເຕີ​ມື​ຖື.

​ເຄື່ອງ​ປະກອບ​ຂອງ​ຄອມ​ພິວ​ເຕີ​ມື​ຖື​ທີ່​ໝາຍ​ຈະ​ປ່ຽນ​ແປງ​ສະພາບ​ທີ່​ກິດຈະ​ການ​ເຄື່ອງ​ຈັກ​ມະນຸດ​ບໍ່​ສົມ​ເຫດ​ສົມ​ຜົນ​ນັ້ນກໍ​ໄດ້​ປະກົດ​ອອກ​ມາ​ເລື້ອຍໆ. ​ໃນ​ດ້ານ​ນີ້,ມາວ​ສ໌​ແລະ​ຄີບ​ອດບໍ່​ມີ​ສາຍ​ທີ່​ບໍລິສັດ​ໂລກີ​ເທັກ​ອາ​ເມ​ລິ​ກາ​ຜະລິດ​ນັ້ນ​ໄດ້​ນຳ​ໜ້າ​ຜູ້​​ເຮັດ​ວຽກ​ງານ​ຂະ​ແໜງ​ດຽວ​ກັນ. ​ໂຮງງານ​ຜະລິດ​ບາງຫຼັງ​ຍັງ​ໄດ້​ຜະລິດຂາ​ຕັ້ງຄອມ​ພິວ​ເຕີ​ມືຖື. ​ບໍລິສັດ​ເທ​ໂບ​ໂທ​ເທ​ໄດ້​ຈຳໜ່າຍ​ຂາຕັ້ງ​ປຼາສ໌ຕິກ​ທີ່​ມີ​ຂາ​ຫົດ​ຫູ່​ໄດ້,​ລາຄາ 50 ​ໂດ​ລາ​ສະຫະລັດ,​ຫຼັງຈາກ​ພັບ​ເຂົ້າ​​ແລ້ວ,​ໃຫຍ່​ສ່ຳ​ຄອມ​ພິວ​ເຕີ​ມື​ຖື,​ໜັກ 3 ປອນ. ​ແຕ່​ບຸກຄົນ​ວິ​ເຄາະ​ຕະຫຼາດ​ຈຳນວນ​ໜຶ່ງ​ເຫັນ​ວ່າ,ຜະລິດ​ຕະພັນ​ເຫຼົ່ານີ້​ບໍ່​ມີ​ປະ​ໂຫຍດ​ຫຍັງ​ຕໍ່​ຜູ້​​ໃຊ້​ຄອມ​ພິວ​ເຕີ​ມີ​ຖື​ທີ່​ເຮັດ​ວຽກ​ຢູ່​ນອກ​ປະຈຳ.

ບໍລິສັດ​ຜະລິດ​ຄອມ​ພິວ​ເຕີ​ສຳຄັນ​ຈຳນວນ​ໜຶ່ງ​ກໍ​ເລີ່​ມ​ເອົາ​ໃຈ​ໃສ່​ນຳ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ. ​ໃນຕົ້ນປີ​ນີ້ ບໍລິສັດ​ໂທ​ຊີ​ບາ​ຍີ່​ປຸ່ນ​ປະກາດ​ວ່າ,ຈະ​ຜະລິດ​ຄອມ​ພິວ​ເຕີ​ມື​ຖື​ທີ່​ແບ່ງ​ໜ້າ​ຈໍ​ກັບ​ຄີບ​ອດ​ເປັນ​ສອງ​ພາກສ່ວນ,​ຜູ້​ໃຊ້​ຄອມ​ພິວ​ເຕີ​ດັ່ງກ່າວ​ຈະ​ສາມາດ​ຮັກສາ​ທ່າຄ່ອງ​ແຄ້ວ​ກວ່າ​ເກົ່າ. ບາງ​ບໍລິສັດ​ພວມ​ທົດ​ລອງ​ຄີບ​ອດ​ລາ​ແຊ​ຊະນິດ​ໜຶ່ງ,ສາມາດ​ສ່ອງ​ແສງ​ພາບ​ຂອງ​ຄີ​ບອດ​ຢູ່​ໜ້າ​ພຽງໃດໆ,​ເຮັດ​ໃຫ້​ຜູ້​ໃຊ້​ສາມາດ​ໃຊ້ຄອມ​ພິວ​ເຕີ​​ຢ່າງ​ສະບາຍ,​ປ່ຽນ​ແປງ​ຄວາມ​ບໍ່​ສົມ​ເຫດ​ສົມ​ຜົນ​​ໃນ​ການ​ອອກ​ແບບ​ຄອມ​ພິວ​ເຕີ​ມື​ຖື. ​ເຕັກນິກ​ລາຍ​ນີ້​ນັບ​ມື້​ນັບ​ສຸກ​ງອມ​ແລ້ວ.

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ,​ເຕັກນິກ​ລາຍ​ນີ້​ປະກົດ​ຕົວອອກ​ມາ​ຍິ່ງ​ໄວ​ຍິ່ງ​ດີ,​ເພາະວ່າ​ພວກ​ເຂົາ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​​ແລ້ວວ່າ, ​ຄອມ​ພິວ​ເຕີ​ມື​ຖືມີຜົນ​ສະທ້ອນ​ທາງ​ລົບຕໍ່​ພວກ​ເດັກນ້ອຍ​ນັບ​ມື້​ນັບ​ໜັກໜ່ວງ. ​ສິ່ງ​ຮ້າຍ​ແຮງ​ກວ່າ​ນັ້ນ​ແມ່ນ,​ຫຼາຍຄົນ​ເປັນ​ຫ່ວງ​ວ່າ,ຜູ້​ທີ່​ສອດຄ່ອງ​ກັບ​ຄອມ​ພິວ​ເຕີ​ມື​ຖື​ທີ່​ມີ​ຂໍ້​ຂາດ​ຕົກບົກ​ພ່ອງ​ຢ່າງ​ເດັ່ນ​ຊັດໃນ​ດ້ານ​ອອກ​ແບບ​ໃນຄາວ​ຍັງໜຸ່ມ​ນັ້ນ ຕໍ່​ໄປພາຍໜ້າ​ຈະ​ປະກົດ​ເຫັນ​ວ່າ​ຢາກ​ປ່ຽນ​ແປງ​ທ່າ​ທາງ​ຂອງ​ຕົນ​ແມ່ນ​ເລື່ອງ​ຍາກ​ທີ່​ສຸດ.