ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-26 15:07:16    
ສະພາ​​ແຫ່ງ​ຊາດ​ຂ້າມ​ຜ່ານ​ຂອງອີ​ຣັກ​​​ເລື່ອນເວລາ​​ລົງ​ຄະ​ແນນ​ສຽງຕໍ່ຮ່າງ​ລັດຖະທຳ​ມະນູນ​ອີກ​ເທື່ອ​ໜຶ່ງ

cri Author: min
ຕາມ​ຂ່າວCRI: ວັນ​ທີ 25 ສິງຫາ, ທ່ານ​ຮັດ​ຊາ​ນີ​ ປະທານ​ສະພາ​​ແຫ່ງ​ຊາດ​ຂ້າມ​ຜ່ານ​ຂອງ​ອີ​ຣັກ​ໄດ້​ປະ​ກາດ​ວ່າ, ສະພາ​ແຫ່ງ​ຊາດ​ຕົກລົງ​​ເລື່ອນ​ເວລາລົງ​ຄະ​ແນນ​ສຽງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ທີ່​ກະ​ໃສ່​ໃນ​ວັນ​ທີ 25 ນັ້ນ​ໄປອີກ​ມື້ໜຶ່ງ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ ​ໃນ​ວັນ​ທີ 25 ສິງຫາ, ທ່ານ​ຮັດ​ຊາ​ນີ​ເວົ້າ​ວ່າ ການ​ຕົກລົງ​ດັ່ງກ່າວ​ແມ່ນ​ເພື່ອ​ໃຫ້​ຜູ້ນຳ​ນິກາຍ​ຕ່າງໆຂອງ​ອີຣັກ​ມີ​ເວລາ​ປຶກ​ສາ​ຫາລື​ກັນ​ຢ່າງ ພຽງພໍ​​, ​ເພື່ອ​​​ແກ້​ໄຂ​ຄວາມ​ເຫັນ​ຂັດກັນ​ຂອງ​ຝ່າຍ​ຕ່າງໆກ່ຽວ​ກັບເນື້ອ​ໃນ​ບາງ​ສ່ວນ​​ໃນຮ່າງ​ລັດຖະທຳ​ມະນູນ​.
 
ພ້ອມ​ກັນ​ນັ້ນ ສະພາບຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ອີຣັກ​ກໍ​ຍັງ​​ຂ້ຽວ​ຂາດ​ຢູ່. ວັນ​ທີ 25 ສິງ​ຫາ, ​ຂະ​ບວນລົດ​ຂອງ​ທ່ານທາລາ​ບາ​ນີ ປະ​ທານາ​ທິບໍ​ດີ​ອີຣັກ​ໄດ້​ຖືກ​ພວ​ກ​ປະ​ກອບ​ອາວຸດຫຼອມ​ໂຈມ​ຕີ​ຢູ່​ເຂດ​ພາກ​ເໜືອ​ອີຣັກ, ​ເຮັດ​ໃຫ້​ຜູ້​ປ້ອງ​ກັນ​ 8 ຄົນ​​ເສຍ​ຊີວິດ, 15 ຄົນ​ບາດ​ເຈັບ. ທ່ານ​ທາລາ​ບາ​ນີ​ບໍ່​ຢູ່​ບ່ອນ​ເກີດ​ເຫດ, ຈຶ່ງ​ໄດ້​ພົ້ນ​ຈາກ​ເຫດ​ຮ້າຍ​ເທື່ອ​ນີ້.