ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-26 15:38:54    
ພະຍາດ​ທີ່​ເປັນ​ໃນ​ຍາມ​ໜາວ​ຕ້ອງ​ປົວ​ໃນ​ຍາມ​ຮ້ອນ

cri Author: li
ແພດສາດ​ພື້ນ​ເມືອງ​ຈີນ​ຖື​ວ່າ​ພະຍາດ​ທີ່ເປັນ​ໃນ​ຍາມ​ໜາວ​ນັ້ນ​ຕ້ອງ​ປົວ​ໃນ​ຍາມ​ຮ້ອນ, ນີ້​ແມ່ນ​ວິທີ​ປິ່ນ​ປົວ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ແພດສາດ​ຈີນ​ຄື​ພະຍາດ​ບາງ​ຢ່າງ​ທີ່​ມັກ​ເປັນ​ຫຼື​ໜັກ​ເຂົ້າ​ໃນ​ຍາມ​ໜາວ​ນັ້ນ,ຕ້ອງ​ປົວ​ໃນ​​ເວລາ​ອາການ​ພະຍາດ​ຜ່ອນຄາຍ​ລົງ​ແດ່​ໃນ​ຍາມ​ຮ້ອນ,​ໃຊ້​ວິທີ​ປິ່ນປົວ​ບາງ​ຢາ​ງ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ເປັນ​ຄືນ​ໃນຍາມ​ໜາ​ວ​ຫຼື​ຜ່ອນຄາຍ​ອາການ​ໃນ​ເວລາ​ພະຍາດ​ກຳ​ເລີບ.

ການ​ປິ່ນປົວ​ພະຍາດ​ແບບ​ນີ້​ແມ່ນ​ອີງ​ໃສ່​ຫັຼກມູນ​ຂອງ​ແພດສາດ​ຈີນ. ​ແພດສາດ​ຈີນ​ຖື​ວ່າ,​ໃນ​ຮ່າງກາຍ​ຂອງ​ຄົນ,ມີ​ອາຍ​ລົບແລະ​ອາຍບວກ,​ມີ​ແຕ່​ອາຍ​ສອງ​ຢ່າງ​ນີ້​ດີ​ສະໝໍ່າ​ສະ​ເໝີ​ກັນ,​ຄົນ​ເຮົາ​ຈຶ່ງ​ຈະ​ມີ​ສຸຂະພາບ​ແຂງ​ແຮງ. ຍາມ​ຮ້ອນ​ແມ່ນ​ຍາມ​ທີ່​ອາຍ​ບວກ​ແຮງ​,ສ່ວນ​ຍາມ​ໜາວ​ພັດ​ແມ່ນ​ຍາມ​ທີ່​ອາຍ​ລົບ​ແຮງ​ກວ່າ​,ສະນັ້ນ​ພະຍາດ​ບາງ​ຢາງ​ທີ່​ເປັນ​ໃນ​ຍາມໜາວ​ມາ​ຮອດ​ຍາມ​ຮ້ອນ​ພັດ​ຮູ້ສຶກ​ໄຄ​ແດ່,ກໍ່​ແມ່ນ​ຍ້ອນ​ອາຍ​ລົບ​ໃນ​ຮ່າງກາຍ​ຖືກ​ອາຍ​ຮ້ອນ​ເຕັງ​ລົງ. ​ຖ້າ​ຖື​​​ເວລາ​ຍາມ​ຮ້ອນ​ ​ອາຍ​ບວກ​ໃນ​ຮ່າງ​ກາຍ​ແຮງ​ແລ້ວ​,​ໃຊ້​ຢາ​ມາ​ປັບໃຫ້​ອາຍ​ບວກ​ກັບ​ອາຍ​ລົບ​ໃນ​ຮ່າງກາຍ​ໃຫ້​ສຳ​ໝ່ຳສະ​ເໝີ​ກັນ​ກໍ່​ສາມາດ​ເຮັດ​ໃຫ້​ພະຍາດ​ຫາຍ​ໄປ​ໄດ້. ນອກ​ນີ້ ​ໃນ​ຍາມ​ຮ້ອນ​ເຫື່ອ​ອອກ​ຫຼາຍ,ຈຸດ​ປັກເຂັມ​ແລະ​ເສັ້ນ​ເລືອດ​ລົມ​ໃນ​ຮ່າງກາຍ​ກໍ່​​ແຮ່ງ​ສະດຸ້ງ​ໄວ. ການ​ເລືອກ​ເອົາ​ຍາມ​ນີ້​ປົວ​ດ້ວຍ​ວິທີ​ຕິດ​ຢາງ​ກາວ,ພອກ​ຢາ​ຈີນ​ຫຼື​ປັກເຂັມ​ຮ່າງກາຍ​ຈະ​ຮັບ​ເອົາ​ລິດ​ຢາ​ໄດ້​ດີ​ກວ່າ. ທ່ານໝໍ ຫຼີກົວະ​ຊິນ ຫົວໜ້າ​ພະ​ແນ​ກລະບົບ​ຫາຍ​ໃຈ​ຂອງ​ໂຮງໝໍ​ແພດສາດ​ຈີນ​ກວາງ​ອ່ານ​ເມິນ​ປັກ​ກິ່ງ​ແນະນຳ​ວ່າ:

"ຍາມ​ຮ້ອນ​ປົວ​ພະຍາດ​ຍາມໜາວ​ສາມາດ​ຍົກ​ພູມ​ຕ້ານທານ​ຂອງ​ຮ່າງກາຍ​ໃຫ້​ສູງ​ຂື້ນ​ໄດ້,​ເມື່ອ​ປົວ​ແບບ​ນີ້​ແລ້ວ​,ອັດຕາ​ພະຍາດ​ເປັນ​ຄືນ​ຈະ​ຫຼຸດ​ລົງ​ປະມານ 80%"

ຈະ​ປົວ​ພະຍາດ​ຍາມໜາວ​ຕ້ອງ​ເລືອກ​ຍາມ​ທີ່​ຮ້ອນ​ທີ່​ສຸດ​ໃນ​ປີ​ໜຶ່ງ.​ໃນ​ໄລຍະ​ນີ້,​ຕ້ອງ​ປົວ​ສາມ​ເທື່ອ,​ແຕ່ລະ​ເທື່ອ​ບາ​ກັນ 7ມື້​ຮອດ 10​ມື້,​ຍຶດໝັ້ນ​ປົວ​ແບບ​ນີ້​ສາມປີ​ລຽນຕິດ.​ວິທີ​ປິ່ນປົວ​ແມ່ນ​ປ່ຽນ​ແປງ​ຕາມ​ອາການ​ພະຍາດ,​ສຳຄັນ​ແມ່ນຕິດ​ຢາ​ຈີນ​ແລະປັກ​ເຂັມ,​ບາງທີ​ນາຍ​ໝໍ​ກໍ່​ຈະ​ໃຫ້​ຄົນ​ເຈັບ​ກິນຢາ​ບາງ​ຢາງ​ແຕ່​ກໍ່​ບໍ່​ແມ່ນ​ພະຍາດ​ທຸກ​ຊະ​ນິດ​ທີ່​ມັກ​ເປັນ​ໃນ​ຍາມໜາວ,​ຈະ​ປົວ​ໃນ​ຍາມ​ຮ້ອນ​ໄດ້​ໝົດ. ປັດຈຸບັນ,​ວິທີ​ນິ້ສ່ວນ​ຫຼາຍ​ແມ່ນ​ໃຊ້​ໃນ​ການ​ປົວ​ພະຍາດ​ລະບົບ​ຫາຍ​ໃຈ​ເຊັ່ນ:​ພະຍາດ​ເປັນ​ຫືດ,ປະດົງ​ຄໍ່​ແລະ​ດັງ​ອັກ​ເສບ​ເປັນຕົ້ນ,​ໄດ້​ຮັບ​ຜົນ​ຢ່າງ​ເດັ່ນ​ຊັດ​ແລະ​ຖາວອນ. ຕໍ່​ໄປ​ນີ້​ພວກ​ເຮົາ​ຂໍ​ຍົກ​ຕົວຢ່າງ ປົວ​ພະຍາດ​ເປັນ​ຫືດ​ໃນ​ຍາມຮ້ອນ​ແມ່ນ​ປົວ​ແນວ​​ໃດ.

ພະຍາດ​ຫືດ​ແມ່ນ​ພະຍາດ​ຫຼອດລົມ​ຫາຍ​​ໃຈຊຳ​ເຮື້ອ​ຊະນິດ​ໜຶ່ງ,​ເມື່ອ​ຄົນ​ເຈັບ​ຖືກ​ອາ​ກາດ​ພາຍ​ນອກ​ກະຕຸກ​ຫຼື​ເປັນຫວັດ,​ຫຼອດລົມ​ຫາຍ​ໃຈກໍ່​ຈະ​ອັກ​ເສບ,ບວມ, ຕີບ​ເຂົ້າ,​ແລະ​ພາ​ໃຫ້​ຫາຍ​ໃຈ​ຝືດ. ທ່ານ​ຕູ້​ເຄີ້​ເຊິ່ງ ປີ​ນີ້​ອາຍຸ 40 ປີ,ກໍ່​ເປັນຫືດ,ທ່ານ​ແນະນຳ​ໃຫ້​ນັກຂ່າວ​ຮູ້​ວ່າ

ແຕ່​ກ່ອນ,ຖ້າ​ຂ້າພະ​ເຈົ້າ​ເປັນຫວັດ​ເທື່ອ​ໃດ​ກໍ່​ຫາຍ​ໃຈ​ຟືດ​ໂລດ,​ໃນ​ເວລາ​ຫາຍ​ໃຈ,​ທ້ອງ​ເບັງ​ຫຼາຍ,​ໃນ​ຮູ​ຄໍ​ຄື​ວ່າ​ເອົາຫຍັງ​ມາຍັດ​ໃສ່,ຫາຍ​ໃຈ​ຍາກ​ຫຼາຍຢູ່​ຍາກ​ທີ່​ສຸດ​ມີ​ຄວາມ​ຣູ້ສຶກ​ຄື​ວ່າ​ໃກ້​ຈະ​ຕາຍນີ້​ແຫຼະ.

ວິທີ​ປົວ​ພະຍາດຫືດ​ໃນ​ຍາມ​ຮ້ອນ​ສຳຄັນ​ແມ່ນ​ຕິດ​ຢາ​ຈີນ,ນາຍ​ໜໍ​ຈະ​ໃຊ້​ຫວ້ານ​ຢາ​ຈີນ​ຂ້ຽວ​ເປັນ​ຢາງ​ກາວຕິດ​ໃສ່​ຕາມ​ຮູປັກ​ເຂັມ 6 ບ່ອນ ຢູ່​ຫຼັງ​ຄົນ​ເຈັບ​ບັດ​ນັ້ນ​ຄົນ​ເຈັບກໍ່​ຈະມີ​ຄຄວາມ​ຮູ້ສຶກ​ຄັນ​ຄາຍ,ຢູ່​ບ່ອນ​ຕິດ​ຢາ,ບາງ​ຄົນ​ອາດ​ຈະມີ​ປະກົດ​ການ​ແດ​ງ​ແລະ​ບວມ​ເປັນ​ຕົ້ນ,ທັງ​ໝົດ​​ເຫົ່ຼານີ້​ລ້ວນ​ແຕ່​ແມ່ນ​ອາການ​ປົກກະຕິ. ​ຕິດ​ຢາ​ຈີນ​ແຕ່ລະ​ເທື່ອ​ຕ້ອງຕິດ 3 ຊົ່ວ​ໂມງ​ຮອດ 10 ຊົ່ວ​ໂມງ,​ໃນ​ໄລຍະ​ຕິດ​ຢາຕ້ອງ​ຄະລຳ​ອາຫານ​ທະ​ເລ,​ເຄື່ອງດື່ມ​ເຢັນ,​ອາຫານ​ເຜັດ​ແລະ​ຊີ້ນ​ມັນ​ເປັນຕົ້ນ.

ເມື່ອທ່ານ​ຕູ້​ເຄີ້​ເຊິ່ງ​ໄດ້​ປົວ​ໄລຍະ​ໜຶ່ງ​ແລ້ວ,​ຄືປົວ​ໃນ​ຍາມ​ຮ້ອນ 3 ປີ ອາການກໍ​ທຸ​ເລົາ​ລົງ​ຫຼາຍ​ທີ່​ສຸດ.​ທ່ານ​ເວົ້າ​ວ່າ:

"​ເມື່ອ​ຕິດ​ຢາຈີນນີ້​ແລ້ວ,​ໃນ​ສາມ​ປີ​ມາ​ນີ້ ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ເຕີບ. ​ແຕ່​ກ່ອນ​ແລ່ນ​ບໍ່​ຮອດ 10,20 ​ແມັດ​ກໍ່​ບໍ່​ໄຫວ​ແລ້ວ​ຄື​ໃຈ​ສິຂາດ​ດຽວ​ນີ້​ໄຄ​ແລ້ວ,ຍັງ​ເຮັດ​ວຽກ​ໜັກ​ບາງຢ່າງ​ໄດ້,​ຫິ້ຼນ​ກິລາ​ບາງ​ຢ່າງ​ກໍ່​ໄດ້,​ ນັບວ່າ​ເປັນ​ປົກກະຕິ​ແລ້ວ"

ມີ​ຂໍ້​ໜຶ່ງ​ຕ້ອງ​ອະທິບາຍ​ພິ​ເສດ​ຄື,ຢາທີ່​ຕິດ​ສຳລັບ​ປົວ​ເປັນຫືດ​ນັ້ນ,​ແພດ​ຈີນ​ຈະ​ແບ່ງ​ອອກ​ເປັນ​ຫຼາຍ​ປະ​ເພດ​ຕ່າງ​ກັນ,​ອາການ​ຕ່າງ​ກັນ​,ຕ້ອງ​ໃຊ້​ຕຳລາ​ຢາ​ຕ່າງ​ກັນ. ທ່ານ​ທູ​ຈີ້ນ​ເວີນ ນາຍ​ໝໍ​ແພດສາດ​ຈີນ​ແຂວງ​ຫູ​​ໄປ​ເວົ້າ​ວ່າ:

"​ເວົ້າ​ສຳລັບ​ຜູ້​ເປັນຫືດ​ແລ້ວ,ທາດ​ຮ່າງກາຍ​ຕ່າງ​ກັນ,ອາການ​ກໍຕ່າງ​ກັນ,ມູນ​ເຫດ​ທີ່​ພາ​ໃຫ້​ເປັນ​ພະຍາດ​ຕ່າງ​ກັນ​ແລະ​ອະ​ໄວຍະ​ວະທີ່​ຖືກ​ລ່ວງ​ລໍ້າ​ກໍ​ບໍ່​ຄື​ກັນ,ສະ​ນັ້ນ ຈຶ່ງ​ບໍ່​ແມ່ນ​ວ່າ​ຢາ​ຊະນິດ​ດຽວ,ຈະ​ໃຊ້​ປົວ​ຫືດ​ໄດ້​ໝົດ​ຊູ່ຢ່າງ. ຖ້າ​ເຮັດ​ແບບ​ນັ້ນ​ມັນ​ກໍ່ລະ​ເມີດ​ຫຼັກການ​ສັດຈະ​ວິພາກ​ຂອງ​ແພດສາດ​ຈີນ"

 ຕາມຊາບ​ວ່າ,ປັດຈຸບັນ, ບັນດາ​ຜູ້​ຊ່ຽວຊານ​ດ້ານ​ຢາ​ຈີນ​ແລະ​ແພດສາດ​ຈີນ​ພວມ​ປະສານ​ກັບ​ຄວາມ​ຮູ້​ແພດສາດ​ຍຸກ​ປະຈຸ​ບັນ,ຄົ້ນ​ຄົ້ວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພື່ອ​ເປີດ​ກ້ວາງ​ຂອບ​ເຂດ​ໃຊ້​ວິທີ​ປິ່ນປົວ​ພະຍາດ​ຍາມໜາວ​ໃນ​ຍາມ​ຮ້ອນ,​ແລະ​ເຮັດໃຫ້​​ໄດ້​ຮັບຜົນ​ດີ​ຂື້ນ​ເລື້ອຍໆ.