ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-27 17:22:35    
ທ່ານ​ຫູ​ຈິນ​ທາວ​ເວົ້າ​ວ່າ,​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະນາ​ໂດຍ​ສັນຕິ​ພາບ​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ບັນລຸ​​ເປົ້າ​ໝາຍ​ພັດ​ທະນາ​ຂອງ​ຈີນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 26 ສິງຫາ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ປະ​ເທດຈີນ​​ເວົ້າວ່າ, ຍຶດໝັ້ນ​ເດີນຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິພາບ​ແມ່ນ​ເສັ້ນທາງ​ທີ່​ຖືກຕ້ອງ​ໃນ​ການ​ບັນລຸ​​ເປົ້າໝາຍ​ພັດທະນາ​ຂອງ​ຈີນ.

ມື້​ດຽວ​ກັນ ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຮ່ຳຮຽນ​ເປັນໝູ່​ຄະນະ​​ເພື່ອ​ຫວນ​ຄືນ​ແລະ​ພິຈາລະນາ​ສົງຄາ​ມ​ໂລກ​ຕ້ານ​ຟັດ​ຊິດ.ທ່ານ​ຫູ​ຈິນທາວ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ສະຫຼຸບ​ບົດຮຽນ​ປະຫວັດສາດ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​​ຍີ່ປຸ່ນ.

ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ,ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​​ຍີ່ປຸ່ນ​ແມ່ນ​ພາກ​ປະກອບສ່ວນ​ທີ່​ສຳຄັນ​ຂອງ​ສົງຄາມ​ໂລກ​ຕ້ານ​ຟັດ​ຊິດ.

ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ,ຈີນ​ຈະ​ຊູ​ທຸງ​ສັນຕິ​ພາບ ພັດ​ທະນາ​ແລະ​ຮ່ວມ​ມືຢ່າງ​ສູງໆ,ປະ​ຕິບັດ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອກະ​ລາດ ເປັນ​ເຈົ້າຕົນ​ເອງ,ຍຶດ​ໝັ້ນຢູ່​ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ດ້ວຍ​ໄມຕີ​ຈິດ​ບົນ​ພື້ນຖານ 5 ຫຼັກ​ການ​ທີ່​ຢູ່ນຳ​ກັນ​ໂດຍ​ສັນຕິ,​ພ້ອມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ຂອງ​ໂລກ​ຊຸກຍູ້​ພາລະກິດ​ອັນສູງ​ສົ່ງ​ຂອງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ.