ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-27 18:14:42    
ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ປ່ອຍ​ຊາວ​ອີຣັກທີ່​ຖືກ​ກັກ​ຂັງໜຶ່ງ​ພັນ​ຄົນ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 27 ສິງຫາ ກອງທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ກ່າວ​ວ່າ,​ໂດຍ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ລັດຖະ​ບານ​ອີຣັກ,​ພາຍ​ໃນ​ສາມ​ມື້​ທີ່​ຜ່ານ​ມາ ກອງ​ທະ​ຫານ​ອາ​ເມ​ລິ​ກາ​ໄດ້​ປ່ອຍ​ຊາວ​ອີຣັກ​ທີ່​ຖືກ​ກັກ​ຂັງ​ປະມານ 1 ພັນ​ຄົນ.

ນີ້​ແມ່ນ​ເທື່ອ​ໜຶ່ງ​ທີ່ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປ່ອຍ​ຊາວ​ອີຣັກ​ທີ່​ຖືກ​ກັກ​ຂັງ​ຫຼາຍ​ກວ່າ​ຍາມ​ໃດ​ໝົດ.​ກອງທະ​ຫານ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼ​ງການ​ກ່າວ​ວ່າ,ຜູ້​ທີ່​ປ່ອຍຕົວ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ແມ່ນ​ຊາວ​ອາ​ລັບ​ນິກາຍ​ຊຸນ​ນິດ,​ພວກ​ເຂົາ​ເຈົ້າບໍ່​ໄດ້​ກໍ່​ໂທດ​ກຳອັນ​ໜັກ​ໜ່ວງ​ຄືການ​ລະ​ເບີດ ຈີ້​ຕົວ​ປະກັນ​ແລະ​ລອບ​ຄາດ​ຕະກຳ​ເປັນ​ຕົ້ນ.

ນອກ​ນີ້​ຂ່າວ​ແຈ້ງ​ວ່າ,ວັນ​ທີ 27 ສິງ​ຫາ​,ທ່ານ​ຮາ​ຊັງ​ນີ ປະທານ​ສະພາ​ອີ​ຣັກ​ເວົ້າ​ວ່າ,ວັນ​ທີ 26 ສິງຫາ ຜູ້​ແທນ​ເຈ​ລະຈາ​ຮ່າງ​ລັດ​ຖະທຳ​ມະນູນ​ຂອງ​​ນິກາຍ​ຊຸນ​ນິດ​ຍັງ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ສຸດ​ທ້າຍ​ກັບ​ຜູ້​ແທນ​​ເຈລະ​ຈາ​ຂອງ​ນິກາຍ​ຊິອິດ​ແລະ​ຝ່າຍ​ເຄິດ​.ທ່ານ​ເວົ້າ​ວ່າ,ບັນດາ​ຝ່າຍ​ທີ່ກ່ຽວ​ຂ້ອງ​ອາດ​ຈະ​ທຳ​ການ​ຕົກລົງ​ຂັ້ນສຸດ​ທ້າຍ​ໃນ​ວັນ​ທີ 28 ສິງຫາ.