ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-27 18:22:05    
ຈີນ​ອາ​ເມ​ລິ​ກາ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ທີ​ສີ່​ກ່ຽວ​ກັບ​ບັນ​ຫາ​ສິ່ງ​ປັ່ນ​ທໍ​ໃນ​ອາ​ທິດ​ໜ້າ

cri
ຕາ​ມຂ່າວສານ​ຊິນ​ຮວາ,ວັນ​ທີ27​ສິງຫາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ການ​ຄ້າ​ຈີນ​ວ່າ,ຈີນ​ອາ​ເມ​ລິ​ກາ​ຕົກລົງ​ຈະ​ຈັດການ​ປຶກສາ​ຫາລື​ບັນຫາ​ສິ່ງ​ປັ່ນ​ທໍ​ຄັ້ງ​ທີ​ສີ່​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ30​ແລະ​ວັນ​ທີ​31​ສິງຫາ.

ການ​ເຈລະຈາ​ຮອບ​ສາມ​ກ່ຽວ​ກັບ​ການ​ຄ້າ​ສິ່ງ​ປັ່ນ​ທໍ​ຈີນ​ອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ຊານ​ຟຼານ​ຊິ​ສ​ໂກໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ17​ສິງຫາ​ຕາມ​ເວລາ​ທ້ອງ​ຖິ່ນ.ສອງ​ຝ່າຍ​ຍັງ​ບໍ່ທັນ​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ໃດໆ​.

ພາຍຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ​ແລ້ວ,​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຄ້າ​ຈີນ​​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ນີ້,ພ້ອມ​ກັນ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ບັນຫາ​,ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​​ໃຫ້​ແກ່​ການຄ້າ​ສິ່ງ​ປັ່ນ​ທໍລະ​ຫວ່າງ​ສອງ​ຝ່າຍ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ.