ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-27 19:42:00    
ທ່ານ​ບຸ​ສ​ໂທລະສັບ​ລົມ​ກັບ​ຜູ້ນຳ​ນິກາຍ​ຊີ​ອິດ​ຂອງ​ອີຣັກ ຫາລື​ບັນຫາ​ຮ່າງ​ລັດຖະທຳ​ມະນູນ

cri
ຕາມ​ຂ່າວcri: ​ໃນ​ເວລາ​ອີຣັກ​ຮ່າງ​ລັດຖະທຳ​ມະນູນ​​ໃນ​ສະ​ເພາະ​ໜ້າ​ນີ້​ຕົກ​ຢູ່​ໃນ​ສະພາບ​ແຂງ​ກະດ້າງນັ້ນ,ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ແຊກ​ແຊງ,ວັນ​ທີ 26 ສິງຫາ,ທ່ານ​ດັບ​ຟີ ​ໂຄສົກ​ທຳນຽບຂາວ​ອາ​ເມກ​ລິ​ກາ​ເວົ້າວ່າ,ວັນ​ທີ 25,ທ່ານ​ປະທານາທິບໍດີ​ບຸ​ສ​ໄດ້​ໂທລະສັບ​ລົມ​ກັບທ່ານ​ຮາ​ກິມ ​ຜູ້ນຳພັກ​ການ​ເມື​ອງທີ່​ໃຫຍ່​ກວ່າ​ໝູ່​ຂອງ​ນິກາຍ​ຊີ​ອິດ​ອີຣັກ,ຫາລື​ກັບ​ທ່ານ​ກ່ຽວ​ກັບບັນຫາ​ຂ້ຽວ​ເລັ່ງ ຮ່າງ​ລັດຖະທຳ​ມະນູນ​ອີຣັກ​ເປັນ​ຕົ້ນ.

ມື້​ດຽວ​ກັນ,ທ່ານ​ອາບັສ ສະມາຊິກ​ນິກາຍ​ຊີ​ອິດ​ຂອງ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ອີຣັກກໍ່​ຢືນຢັນ​ວ່າ,ທ່ານ​ບຸ​ສ​ເຄີບ​ໂທລະສັບ​ກັບ​ຜູ້ນຳ​ສະຫະພັນ​ສາມັກຄີ​ອີຣັກ ພັກ​ການ​ເມືອງ​ນິກາຍ​ຊີ​ອິດ​ອີກ​ພັກ​ໜຶ່ງ,ລົມ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ປະ​ນິປະນອມ​ຕໍ່​ນິກາຍ​ຊຸນ​ນີ​ໃນ​ບັນຫາ​ລະບອບ​ສະຫະພັນ​ແລະ​ການ​ລົບ​ລ້າງ​ຜົນ​ສະທ້ອນ​ຂອງ​ພັກ​ບາ​ອາສ໌.