ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-28 17:49:42    
ຈີນ​ສ້າງກົດໝາ​ຍສາມ​ສະບັບ​ທີ່​ດັດ​ແກ້​ໃໝ່​ເຊັ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສິດ​​ແລະ​ຜົນປະ​ໂຫຍ​ດ​ຂອງແມ່ຍິງ​ສະບັບ​ປັບປຸງເປັນ​ຕົ້ນ

cri
ຕາມ​ຂ່າວcri: ວັນ​ທີ 28 ສິງຫາ,ກອງ​ປະຊຸມຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 17 ສະ​ໄໝ​ທີ 10 ໄດ້​ອັດ​ລົງຢູ່​ປັກ​ກິ່ງ​,ກອງ​ປະຊຸມ​ໄດ້​ສ້າງ​ກົດໝາຍ​ສາມ​ສະບັບ​ເຊັ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແລະ​ລົງ​ໂທດໃນ​ການ​ປ້ອງ​ກັນ​ຄວາ​ມສະຫງົບ ກົດໝາຍ​ວ່າ​ດ້ວຍ​ທຳນຽມ​ສານ​ແລະ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ​​ປັບປຸງ​ປັບປຸງ.

ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສິດ​​ແລະ​ຜົນປະ​ໂຫຍ​ດຂອງ​ແມ່ຍິງ​ສະບັບປັບປຸງມີ​ວັດຖຸ​ປະສົງ​ບູລະນະ​ລະບອບ​ປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ​ໃຫ້​ສົມບູນ​ຂຶ້ນ​ຕື່ມອີກ,ສະ​ແດງ​ໃຫ້​ເຫັນ​ຫລັກການ​ຍິງ​ຊາຍສະ​ເໝີ​ພາບ​ກັນ;ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແລະ​ການ​ລົງ​ໂທດໃນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ດ້ານ​ນິຕິ​ກຳ​ທີ່​ໃຫ້​ຄວາມ​ສຳຄັນ​ເທົ່າ​ທຽມ​ກັນ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ແລະ​ການ​ເຄົາລົບ​ສິດທິ​ມະນຸດ,ການສ້າງ​ກົດໝາຍ​ດັ່ງກ່າວ​ກໍ່​ໄດ້​ເຮັດ​ໃຫ້​ລະບອບກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແລະ​ການ​ລົງ​ໂທດ​​ໃນ​ການ​ປ້ອງ​ກັນ​ຄວາ​ມ ສະຫງົບ​ຂອງ​ຈີນ​ສົມບູນ​ຂຶ້ນ;ສ່ວນ​ການສ້າງ​ກົດໝາຍ​ວ່າ​ດ້ວຍ​ທຳນຽມ​ສານ​​ໄດ້​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຮັບຮອງ​ຂອງ​ຈີນ​ເປັນ​ແບບ​ສະບັບ​ຕື່ມ​ອີກ,​ເຮັດ​ໃຫ້​ລະບອບ​ທຳ​ນຽມ​ສານ​ສົມບູນ​ຂຶ້ນ,ຮັບປະກັນ​ສິດ​​ແລະ​ຜົນປະ​ໂຫຍ​ດທາງ​ແພ່ງ​ຂອງ​ພົນລະ​ເມືອງ​ແລະ​ນິຕິບຸກຄົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

ນອກ​ນີ້,ກອງ​ປະຊຸມ​ຍັງ​ໄດ້​ອະນຸມັດ​ສົນທິສັນຍາ​ລະຫວ່າງ​ຊາດ​ແລະລະຫວ່າງ​ສອງ​ຝ່າຍ 4 ສະບັບ​ເຊັ່ນ​ສົນທິສັນຍາ​ຂອບ​ຄວບ​ຄຸມ​ໃບ​ຢາເປັນ​ຕົ້ນ.