ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-28 20:00:13    
ພັກ​ກອມ​ມູນິດ​ຈີນ​ແລະ​ກອງ​ທັບ​ປະຊາ​ຊົນ​ທີ່​ນຳ​ໂດຍ​ພັກ​ແມ່ນ​ຜູ້​ລິ​ເລີ່​ມ​ແລະ​ຜູ້​ປະຕິ​ບັດ​ນ້ຳ​ໃຈ​​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງ​​ຊາດ​ຈີນ

cri Author: da
​ຕາມ​ຂ່າວ​CRI: ວັນ​ທີ 27 ສິງຫາ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິ​ນທາວ ​ເລຂາທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ປະທານ​ປະ​ເທດ ປະທານ​ຄະນະ​ກຳມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ເນັ້ນວ່າ, ພັກ​ກອມ​ມູນິດ​ຈີນ​ແລະ​ກອງທັບ​ປະຊາ​ຊົນທີ່​ນຳ​ໂດຍ​ພັກ​ແມ່ນ​ຜູ້​ລິ​ເລີ່​ມ​ແລະ​ຜູ້​ປະຕິບັດ​ນ້ຳ​ໃຈ​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງ​​ຊາດ​ຈີນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

​ໃນກອງ​ປະຊຸມ​ສົນ​ທະນາ​ລະ​ລຶກສົງ​ຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້​ຮັບ​ໄຊ​ຊະນະ​ຄົບ​ຮອບ 6​0 ປີທີ່​ຈັດ​ໂດຍຄະນະ​ກຳມະ​ການ​ການ​ທະຫານ​ສູນ​ກາງ​ຈີນ​ ທ່ານ​ຫູ​ຈິນທາວ​ເວົ້າ​ວ່າ,​ສົງ​ຄາມ​ປະຊາ​ຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແມ່ນ​ພາກ​ປະ​ກອບ​ສ່ວນ​ທີ່​ສຳຄັນ​ໃນ​ສົງ​ຄາມ​ໂລກ​ຕ້ານ​ຟັດ​ຊິດ,​ແມ່ນ​ສະ​ໜາມ​ລົບ​ສຳຄັນ​ຂອງ​ຝ່າຍ​ຕາ​ເວັນ​ອອກ​ໃນ​ສົງຄາມ​ດັ່ງ​ກ່າວ.ພັກ​ກອມ​ມູນິດ​ຈີນ​ແມ່ນ​​ເສົາ​ຄ້ຳໃນ​ສົງຄ​າມ​ທົ່ວ​ທັງ​ຊາດ​ສາ​ມັກຄີ​ຕໍ່ຕ້ານ​ຍີ່ປຸ່ນ,​ໄດ້​ວາງ​ແລະ​ປະຕິບັດ​ນະ​ໂຍບາຍ​ແນວ​ໂຮມ​ເອກະ​ພາບ​​ແຫ່ງ​ຊາດ​ຕໍ່ຕ້ານ​ຍີ່ປຸ່ນ​ຢ່າງ​ຖືກ​ຕ້ອງ.

ທ່ານ​ເວົ້າວ່າດ​ໃຕ້​ເງື່ອນ​ໄຂ​ປະ​ຫວັດ​ສາດ​ໃໝ່,​ພວກ​ຂ້າພະ​ເຈົ້າຈະ​ອອກ​ແຮງ​ສົ່ງ​ເສີມ​ນ້ຳ​ໃຈ​ຊາດ​ທີ່​ຍິ່ງ​ໃຫຍ່​ທີ່​ຖື​ລັດທິ​ຮັກ​ຊາດ​ເປັນ​ແກນ​ກາງ,​ພະຍາ​ຍາມ​ສ້າງ​ຜົນງານ​ໃໝ່.