ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 10:03:14    
ທ່ານ​ອັບບາສຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຂອງ​ປາ​​ເລັສຕີນ​ຮັກສາ​ຄວາມ​ອົດ​ກັ້ນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 28 ສິງຫາ,ທ່ານ​ອັບ​ບາສ ປະທານອົງການ​ອຳນາດ​ແຫ່ງ​ຊາດ​ປາເລັສຕີນ​ໄດ້ອອກ​ຖະ​ແຫຼ​ງການ,ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ປາ​ເລັສຕີ​ນຮັກສາ​ຄວາມ​ອົດ​ກັ້ນ,​​ເພື່ອຮັກສາ​ຄວາມ​ສະຫງົບ​ຂອງ​ສະຖານະ​ການ​ປາ​ເລັສຕີນ​ແລະ​ອິດ​ສະລະ​ແອນ.

ໃນ​ຖະ​ແຫຼ​ງການ,ທ່ານ​ອັບ​ບາສຍັງ​ໄດ້​ກ່າວ​ປະນາມ​ເຫດການ​ລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເບ​ຍ​ເຊ​ວາ ພາກ​ໃຕ້ອິດ​ສະລະ​ແອນ​ໃນ​ວັນ​ທີ 28 ສິງ​ຫາ,ຮຽກຮ້ອງ​ໃຫ້​ອິດ​ສະລະ​ແອນ​ຢຸດຕິ​ນະ​ໂຍບາຍ​ຮຸກຮານ​ໃນ​ທັນທີ.

ພາຍຫຼັງ​ເຫ​ດການລະ​ເບີດ​ໄດ້​​ເກີດ​ຂຶ້ນ​ແລ້ວ,ທ່ານ​ແດວິດ ​​​ແບ​​ເຄີ ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ຫ້ອງການທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລະ​ແອນ​ເວົ້າວ່າ,ກ່ອນ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີ​ນສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຫຼອນໂຈມ​ຕີ​ຕ້ານ​ອິດ​ສະລະ​ແອນ​ຢ່າງ​ບັງ​ເກີດ​ຜົນ,ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​​ເລັສຕີນ​​ແລະ​ອິດ​ສະລະ​ແອນ​ບໍ່ຫ່ອນ​ຊິ​ມີ​ການ​ຄືບ​ໜ້າ​ໃດໆ.

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 28 ສິງຫາ,ຊາວ​ປາ​ເລັສຕີນ​ຜູ້​ໜຶ່ງ​ໄດ້​ປະຕິບັດ​ການລະ​​ເບີດ​ແບບ​ຂ້າ​ໂຕ​ຕາຍ​ຢູ່​ເມືອງ​ເບ​ຍ​ເຊ​ວາ,​​ເປັນ​ເຫດ​ພາ​ໃຫ້​ຫຼາຍ​ສິບ​ຄົນ​ບາດ​ເຈັບ.ຕາມ​ສື່​ມວນ​ຊົນ​ອິດ​ສະລະ​ແອນກ່າວ​ວ່າ,ອົງການ​ຈີ​ຮັດ​ແຫ່ງ​ປາ​ເລັສຕີນ​ໄດ້​ປະກາດ​ຮັບຜິດຊອບ​ຕໍ່​​ເລື່ອງ​ນີ້.