ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 10:46:54    
ໂຮງຮຽນ​ສາກົນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ນະຄອນ​ປັກ​ກິ່ງ​ເປີດ​ຮຽນ

cri Author: da
ໜັງສື​ພິມ​ຊາວ​ໜຸ່ມ​ປັກ​ກິ່ງ​ລາຍ​ງານ​ວ່າ: ວັນ​ທີ 28 ສິງ​ຫາ,​ໂຮງ​ຮຽນ​ສາກົນ​ເລີ້​ເຊີງ​ປັກ​ກິ່ງ ຊຶ່ງ​ເປັນ​ໂຮງ​ຮຽນ​ສາກົນ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ນະ​ຄອນ​ປັກ​ກິ່ງ​ໄດ້​ເປີດ​ຮຽນ​ຢ່າງ​ເປັນ​ທາງ​ການ,​ນັກ​ຮຽນ 100 ກວ່າ​ຄົນ​ຂອງ 22 ປະ​ເທດ​​ໄດ້ກາຍ​ເປັນ​ນັກ​ຮຽນ​ຊຸດ​ທຳ​ອິດ​ຂອງ​ໂຮງ​ຮຽນ​ສາກົນ​ຫຼັງນີ້.

​ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ເສດ​ຖະກິດ​​ໄດ້ພັດ​ທະນາ​,ວິ​ສາ​ຫະກິດ​ຂ້າມ​ຊາດ​ຢູ່​ປັກ​ກິ່ງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ບັນ​ຫາ​ການ​ສຶກສາ​ລູກ​​ເຕົ້າ​ຂອງ​ຄົນ​ຕ່າງປະ​ເທດ​ໄດ້​ພາ​ໃຫ້​ວົງ​ການ​ຕ່າງໆ​ນັບ​ມຶ້ນັບ​ເອົາ​ໃຈ​ໃສ່.​ພາຍ​ໃຕ້​ການ​ສະ​ໜັບສະ​ໜູນ​ຂອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ,​ໂຮງ​ຮຽນ​ສາກົນ​ເລີ້​ເຊີງ​ທີ່​ລົງທຶນ​ 460 ລ້ານ​ຢວນ​ໄດ້​ເລີ່ມກໍ່​ສ້າງ​ໃນ​ປີ​ກາຍ​ນີ້,​ແລະ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ປີ​ນີ້.

ຕາມ​ແນະນຳ​ວ່າ,​ໂຮງ​ຮຽນ​ຫຼັງ​ນີ້​ໄດ້​ຈັດ​ຕັ້ງ​ຫຼັກສູດ​​ແຕ່​ຊັ້ນກຽມ​ຮອດ​ຊັ້ນມັດ​ທະ​ຍົມປາຍ.​ເພື່ອ​ຮັບ​ປະກັນ​ເອກະ​ລັກ​ສາກົນ​ຂອງ​ໂຮງ​ຮຽນ,​ຈຳ​ນວນ​ນັກ​ຮຽນທີ່​ມີ​ສັນຊາດ​ດຽວ​ກັນ​ບໍ່​​ໃຫ້​ເກີນ 25% ຂອງ​ຍອດ​ຈຳນວນ​ນັກ​ຮຽນ.​ພາ​ສາທີ່​ໃຊ້​ໃນການ​ຮ່ຳຮຽນ​ແລະ​ຊີວິດ​ປະຈຳ​ວັນ​ຢູ່​ໃນ​ໂຮງຮຽນ​ລ້ວນ​ແຕ່​ໃຊ້ພາ​ສາ​ອັງ​ກິດ.ສຳ​ລັບ​ນັກຮຽນ​ຕ່າງປະ​ເທດ,​ມື້​​ໃດ​ກໍ່ມີ​​​ຊົ່ວ​ໂມງ​ສອນ​ພາສາ​ຈີນ​ໜຶ່ງຊົ່ວ​ໂມງ,ຍັງຈະ​ຮຽນ​ວັດທະ​ນະທຳ​ຈີນ​ອາທິດ​ລະເທື່ອ,​ເພື່ອໃຫ້​ນັກ​ຮຽນ​ສຳ​ຜັດ​ກັບ​ວັດທະ​ນະທຳ​​ຈີນ.