ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 11:14:20    
ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຂອງ​ຈີນ​ຢູ່​ລາວ​(ສຽງ)

cri Author: zhangshuo

ພວກ​ເຂົາ​ເຈົ້າ​ແມ່ນ​ຊາວ​ໜຸ່ມ11ຄົນ​ທີ່​ມາ​ຈາກນະຄອນ​ຊຽງ​ໄຮ້ ​ເມືອງ​ທັນ​ສະ​ໄໝ​ຂອງ​ຈີນ​;
ພວກ​ເຂົາ​ເຈົ້າ​ແມ່ນ​ຜູ້​ປະຕິບັດນ້ຳ​ໃຈ​ອາສາ​ສະໝັກ​ສາກົນ;
ພວກ​ເຂົາ​ເຈົ້າ​ແມ່ນ​ທູດ​ປະຊາຊົນ​ທີ່​ເຜີຍ​ແຜ່​ວັດທະນະ​ທຳ​ຈີນ,ຊ່ອຍ​​ເຫຼືອປະຊາຊົນ​ລາວ, ກ່າຍຂົວ​ມິດຕະພາບ​ຈີນລາວ;
​ໃນ180​ເຊົ້າຄ່ຳຢູ່​ແຄມ​​ແມ່ນ້ຳຂອງ,ພວກ​ເຂົາ​ເຈົ້າ​ໄດ້​ບັນ​ເລງ​ເພງ​ແຫ່ງຄວາມ​ຮັກ​ທີ່​ມ່ວນຈັບ​ໃຈຢູ່​ລາວ​ດ້ວຍ​​ໄວ​ຄະນອງແລະ​ກາ​ນອຸທິດຂອງ​ພວກ​ເຂົາ​ເຈົ້າ.
​ເຊີນທ່ານ​ຕິດຕາມ​ລາ​ຍການ​ສຳພາດ​ຄະນະ​ຊາວ​ໜຸ່ມອາສາ​ສະໝັກ​​ຊຽງ​ໄຮ້​ຈີນງວດ​ທີສີ່​ທີ່​ໄປ​ຮັບ​ໃຊ້​ຢູ່​ລາວທີ່​ພາດ​ຫົວ​ເລື່ອງ​ວ່າ ຊາວ​ໜຸ່ມອາສາ​ສະໝັກ​ຂອງ​ຈີນ​ຢູ່​ລາວ.

​ເພື່ອ​ເພີ່ມ​ການ​ໄປມາຫາສູ່​ກັນດ້ວຍ​ໄມຕີ​ຈິດລະຫວ່າງປະຊາຊົນ​​ໃນໂລກ,ສົ່ງ​ເສີມ​ນ້ຳ​ໃຈ​ອາສາ​ສະໝັກ​ຮັບ​ໃຊ້​ສາກົນ,ສະ​ແດງ​ພາບ​ພົດ​ອັນ​ດີງາມ​ຂອງ​ຊາວ​ໜຸ່ມ​ຈີນ​ສະ​ໄໝ​ປະຈຸ​ບັນ,​​​ໃນຕົ້ນປີ2003,ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນຂອງ​ນະຄອນຊຽງ​ໄຮ້​ແລະສະມາຄົມ​ຊາວ​ໜຸ່ມອາສາ​ສະໝັກ​ຊຽງ​ໄຮ້​ໄດ້​ສົ່ງ​ຄະນະຊາວ​ໜຸ່ມອາສາ​ສະໝັກ​ຊຽງ​ໄຮ້ງວດທຳ​ອິດ​ໄປ​ຮັບ​ໃຊ້​ຢູ່​ລາວ.​ໃນ​​ເວລາ​ເຄິ່ງປີ​ທີ່​ຮັບ​​ໃຊ້​ຢູ່​ລາວ​, ​ຊາວ​ໜຸ່ມ​ອາສາ​ສະໝັກຂອງຈີນ​​ແຕ່​ລະ​ງວດ​ຕ່າງ​ກໍໄດ້ຮັບ​ຄວາມຍ້ອງຍໍ​ຊົມ​ເຊີຍຈາກ​ປະຊາຊົນ​ລາວ​ຍ້ອນ​ນ້ຳ​ໃຈ​ອົດ​ທຸກ​ທົນ​ຍາກ,ທ່າ​ທີ​ຮັບ​ໃຊ້​ທີ່​ອຸທິດ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ແລະ​ຄວາມ​ຊຳນານ​ດ້ານ​ວິຊາ​ການ​ທີ່​ດີ​ເລີດອັນ​ໄດ້​ຫວ່ານ​ແນວ​​ແຫ່ງປູກ​ມິດ​ຕະພາບ​ຈີນ​​ລາວຢູ່​ແຄມ​ແມ່ນ້ຳຂອງ.

ວັນ​ທີ18ພຶ​ດສະພາ​ປີ2005, ​ຊາວ​ໜຸ່ມ​​11ຄົນ​ຂອງຄະນະ​​ຊາວ​ໜຸ່ມ​ອາສາ​ສະໝັກ​ຊຽງ​ໄຮ້ທີ່​ໄປ​ຮັບ​ໃຊ້​ຢູ່​ລາວງວດ​ທີ​ສີ່​ໄດ້​ສິ້ນສຸດການຮັບ​ໃຊ້​ຢູ່​ລາວ​ເຄິ່ງປີ​,​ເຊິ່ງ​ເປັນ​ເລື່ອງ​ທີ່ພວກ​ເຂົາ​ເຈົ້າບໍ່​ມີ​ວັນ​ລືມ​ໃນຕະຫຼອດຊີວິດ,​ແລ້ວຍ່າງຂຶ້ນຍົນ​ທີ່​ບິນກັບ​ຄືນ​ປະ​ເທດ​ຊາດ.​ໃນ​​ເວລາ​ທີ່​ພວກ​ເຂົາ​ເຈົ້າມໍ່ຈະ​ລາ​​ຈາກ​ລາວນັ້ນ,ນາງ​ຈັນ​ສຸກ ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ​ໄດ້​​ໄປສຳພາດ​ພວກ​ເຂົາ​ເຈົ້າ​ແລະ​ປະຊາຊົນ​ລາວ​ຈຳ​ນວນ​ໜຶ່ງ​ທີ່​​ເຄີຍ​ສຳ​ຜັດ​ກັບພວກ​ເຂົາ​ເຈົ້າ.​​ແຕ່​ມື້​ນີ້​ເປັນ ຕົ້ນ​ໄປ,​ໃນ​ລາຍ​ການ​ເພື່ອນ​ມິດ​ຜູ້​ຟັງ​ທຸກ​ວັນ​ສຸກ,​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ລາຍການ​ສຳ ພາດ​ເປັນ​ລະບົບ​ພາດ​ຫົວ​ເລື່ອງ​ວ່າ ​ຊາວ​ໜຸ່ມ​ອາສາ​ສະໝັກຂອງ​ຈີນ​ຢູ່​ລາວ.