ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 14:33:26    
ອະນາ​ຄົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ຂອງ​ອີຣັກ​ຍັງ​ບໍ່​ຮູ້​ເທື່ອ(ສຽງ)

cri Author: dacai

ຕາມ​ຂ່າວCRI:ວັນ​ທີ 28 ສິງຫາ,ສະພາຂ້າ​ມຜ່ານ​ຂອງ​ອີຣັກ​ໄດ້​ຮັບ​​ເອົາຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ທີ່​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນຍື່ນໃຫ້​ໃນ​ມື້​ດຽວ​ກັນ​,​ແຕ່​ວ່າ,ນິກາຍຊຸນ​ນິດຍັງຄົງ​ປະຕິ​ເສດ​ບໍ່​ຮັບ​ເອົາ​ຮ່າງລັດຖະທຳ​ມະນູນສະບັບດັ່ງກ່າວ.

ວັນ​ທີ 28 ສິງຫາ,ສະພາ​​ຂ້າມ​ຜ່ານ​ບໍ່​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງ​ລັດຖະທຳ​ມະນູນ.​ໃນ​ງານ​ຖະ​ແຫຼ​ງການ​ທີ່​ຈັດ​ຂຶ້ນ​ຫຼັງ​ຈາກ​ນັ້ນ,ທ່ານ​ທາລາ​ປານີ ປະທານາທິບໍດີ​ອີຣັກ​ເວົ້າວ່າ,ຮ່າງລັດຖະທຳ​ມະນູນ​ອີຣັກ​​ໄດ້​ຮ່າງອອກ​ຢ່າງ​ເປັນ​ທາງ​ການ​ແລ້ວ,ບໍ່​ຕ້ອງ​ລົງ​ຄະ​ແນນ​ສຽງ,​ອີຣັກຈະ​​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນກ່ຽວ​ກັບ​ຮ່າງລັດຖະທຳ​ມະນູນສະບັບ​ດັ່ງກ່າວ​ໃນ​ກາງ​ເດືອນ​ຕຸລາຕາມ​ເວລາ​ກຳນົດ.ທ່ານ​ທາລາ​ປານີ​ກ່າວ​ວ່າ,ນິກາຍຊຸນ​ນິດສະຫງວນ​ຄວາມ​ເຫັນ​ຂອງ​ຕົນທີ່​ມີ​ຕໍ່​ຮ່າງ​ລັດຖະທຳ​ມະນູນ​ນັ້ນ,ພຽງ​ແຕ່​​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຂະ​ບວນວິວັດ​ປະຊາທິປະໄຕ​ເທົ່າ​ນັ້ນ,ທ່ານ​ຮຽກຮ້ອງ​ໃຫ້​ປະຊາ​ຊົນ​ອີຣັກຮັບ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ສະບັບດັ່ງກ່າວ,​ເພື່ອ​ເຮັດ​ໃຫ້​ຂະ​ບວນວິວັດ​ທາງການ​ເມືອງ​ກ້າວ​ເຂົ້າ​ສູ່​ໄລຍະ​​ໃໝ່​ຢ່າງ​ສະດວກ.

ວັນ​ທີ 28 ສິງຫາ,ທ່ານ​ບຸ​ສ ປະທານາ​ທິບໍດີ​ອາ​ເມ​ລິ​ກາ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງ​ວ່າ,ຮ່າງລັດຖະທຳ​ມະນູນສະບັບ​ໃໝ່​ຂອງ​ອີຣັກ​ໄດ້​ຮ່າງອອກ​ນັ້ນ​​ແມ່ນອີຣັກ​ໄດ້​ຢ່ວງ​ບາດກ້າວ​ໜຶ່ງ​​ໄປ​ສູ່​ປະຊາທິປະ​ໄຕ​ລ້ວນໆ.ທ່ານ​ຮຽກຮ້ອງ​ໃຫ້​ຊາວ​ອີຣັກຕັ້ງໜ້າ​ເຂົ້າຮ່ວມ​ຂະ​ບວນວິວັດ​ທາງການ​ເມືອງ​ໃນ​ບາດ​ກ້າວຕໍ່​ໄປ,​ແລະທຳ​ການ​ຕົກລົງ​ຢ່າງ​ສະຫລາດ​ໃນ​ການ​ເອົາ​ປະຊາມະຕິ​ທົ່ວ​ປວງ​ຊົນ​ຕໍ່​ຮ່າງ​ລັດຖະທຳ​ມະນູນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ.

ວັນ​ທີ 28 ສິງຫາ,​ເຖິງ​ວ່າ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ຈະ​ປັບ​ປຸງ​ເນື້ອ​ໃນ​ສ່ວນ​ໜຶ່ງ​ອີກ​ກ່ອນ​ຍື່ນຮ່າງລັດຖະທຳ​ມະນູນ​ໃຫ້ສະພາກໍ່ຕາມ,​ແຕ່​ຜູ້​ແທນ​ນິກາຍ​ຊຸນ​ນິດ 15 ຄົນ​ຂອງ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ຍັງ​ຄົງ​ເຫັນ​ວ່າ,ການ​ປັບປຸງ​ໃນ​ສຸດ​ທ້າຍ​ຍັງ​ບໍ່​ສາມາດ​ເຮັດ​ໃຫ້​ນິກາຍ​ຊຸນ​ນິດ​ພໍ​ໃຈ.ທ່ານ​ຢາ​ວາ ຜູ້ນຳ​ທາງ​ການ​ເມືອງ​ນິກາຍ​ຊຸນ​ນິດ ຮອງ​ປະທານາທິບໍດີ​ແລະ​ທ່ານ​ຮາ​ຊັນ​ນີ ປະທານ​ສະພາ​ບໍ່​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຂອງ​ສະພາ​ຂ້າມຜ່ານ​ໃນ​ວັນ​ທີ 28 ສິງຫາ.ພາຍຫລັງ​ສະພາ​ຂ້າມ​ຜ່ານ​ຮັບ​ເອົາ​ຮ່າງລັດຖະທຳ​ມະນູນ​ແລ້ວ,ຜູ້​ແທນ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ສັງກັດ​ນິກາຍ​ຊຸນ​ນິດ​ໄດ້​ອອກ​ຖະ​ແຫລ​ງການ,ປະກາດ​ປະຕິ​ເສດ​ບໍ່​ຮັບ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ນີ້.

ບຸກຄົນ​ວິ​ເຄ​າະ​ເຫັນ​ວ່າ,ຍ້ອນ​ມີ​ສາຍ​ເຫດ​ຕ່າງໆ,​ເຖິງ​ວ່າ​ຮ່າ​ງລັດຖະທຳ​ມະນູນ​ສະບັບ​​ໃໝ່​ນີ້​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ແລ້ວກໍ່​ຕາມ,​ແຕ່​ອະນາຄົດ​ເປັນ​ແນວ​ໃດ​ຍັງ​ບໍ່​ຮູ້​ເທື່ອ.

ກ່ອນ​ອື່ນ,ຮ່າງ​ລັດຖະທຳ​ມະນູນ​ສະບັບ​ນີ້​ບໍ່​ໄດ້​ແກ້​ໄຂ​ບັນຫາ​ລະບອບ​ສະຫະພັນ ​ເຊິ່ງ​ເປັນຈຸດ​ສຸ​ມຂອງ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ນິກາຍ​ຊິ​ອິດ ຊາວ​ເຄິດ​​ແລະນິກາຍ​ຊຸ​ນນິດ,ຫາກ​ແມ່ນ​ເລື່ອນ​ເວລາ​ຕົກລົງ​ບັນຫາ​ຈະປະຕິບັດ​ລະບອບ​ສະຫະພັນ​ຢ່າງ​ລະອຽດແນວ​ໃດ​ຫຼື​ສ້າງຕັ້ງ​ເຂດ​ປົກຄອງ​ຕົນ​ເອງ​ແນວ​ໃດ​ເປັນຕົ້ນ ​ໄປ​ຮອດ​ພາຍຫຼັງ​ການ​ເລືອກ​ຕັ້ງສະພາ​ໃນ​ທ້າຍ​ປີ​ນີ້.ທັງ​ນີ້​ໄດ້ຝັງ​"ໝາກ​ໝີ່​ນ"​ໃຫ້​ຂະ​ບວນການ​ສ້າງສາ​ອີຣັກທາງ​ການ​ເມືອງ​ຄືນ​ໃໝ່​ໃນ​ຂ້າງ​ໜ້າ.

ສອງ,ອີງ​ຕາມ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ຊົ່ວຄາວ,​ໃນ​ການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ທີ່​ຈະຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້​,​ຖ້າວ່າ​ຜູ້​ມີ​ສິດ​ເລືອກ​ຕັ້ງສອງ​ສ່ວນ​ສາມ​ຂອງ 3 ​ແຂວງ​​ໃດໃນ 18 ​ແຂວງ​ຂອງ​ອີຣັກ​ໄດ້​ປ່ອນ​ບັດ​ຄັດຄ້ານ​ແລ້ວ,ຮ່າງ​ລັດຖະທຳ​ມະນູນ​ກໍ​ຈະໄດ້​ຖືກ​ຢັບຢັ້ງ.ປະຈຸ​ບັນ ຊາວອາ​ລັບ​ນີກາຍ​ຊຸນ​ນິດກວມ​ຈຳນວນ​ສ່ວນ​ຫຼາຍທີ່​ສຸດ​ໃນ 4 ​ແຂວງຂອງ​ອີຣັກ.ວັນ​ທີ 28 ສິງຫາ,ທ່ານ​ຮູ​ເຊັນ ອານ ຟາ​ລູຈີ ຜູ້​ແທນ​ຮ່າງ​ລັດຖະທຳ​ມະນູນຂອງ​ນິກາຍ​ຊຸນ​ນິດ​ເວົ້າວ່າ,ນິກາຍ​ຊຸນ​ນິດຈະ​ປະຕິ​ເສດ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ນີ້​ໃນ​ການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ.​ໃນ​ຂະນະ​ດຽວ​ກັນ,ມື້​ດຽວ​ກັນ ຜູ້​ແທນ​ຝ່າຍ​ການ​ເມືອງທີ່​ນຳ​ໂດຍ​ທ່ານ​ມຸກ​ທາດາ ອານ ຊາ​​ເດີ ຜູ້ນຳ​ຫົວ​ຈັດ​ນິກາຍ​ຊິ​ອິດ​ກໍ​ປະກາດ​ວ່າ,ພວກ​ເຂົາ​ເຈົ້າຈະ​ປ່ອນ​ບັດ​ຄັດຄ້ານ ຮ່າງ​ລັດຖະທຳ​ມະນູນສະບັບ​ນີ້​ໃນ​ການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​.

ສາມ,ພາຍຫຼັງ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ໃນທ້າຍ​ເດືອນ​ມັງກອນ​ປີ​ນີ້​ແລ້ວ,​ໂດຍ​ສວຍ​ໃຊ້​ຄວາມ​ບໍ່ພໍ​ໃຈ​ຂອງ​ປວງ​ຊົນ​ນິກາຍ​ຊຸນ​ນິດ​ຍ້ອນຖື​ໂດດດ່ຽວ​ທາງ​ການ​ເມືອງ,ກອງ​ປະກອບ​ອາວຸດຂອງ​ນິກາຍ​ຊຸນ​ນິດ​ໄດ້ກໍ່​ການ​ເຄື່ອນ​ໄຫວ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢ່າງ​ຕໍ່​ເນື່ອງ,​ເຮັດ​ໃຫ້​ສະຖານະ​ພາບ​ຄວາມສະຫງົບ​ຊຸດ​ຮ້າຍ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ສ້າງສາ​ເສດຖະກິດຄືນ​ໃໝ່​ກໍ​ຢຸດຊະ​ງັກ.​ຖ້າຂະ​ບວນການທາງ​ການ​ເມືອງ​ໃນ​ຕໍ່​ມາ​ຍັງ​ບໍ່​ສາມາດ​​ເຮັດ​ໃຫ້​ນິກາຍຊຸນ​ນິດ​ພໍ​ໃຈ,ສະຖານະ​ພາ​ບຄວາມ​ສະຫງົບ,ຂະ​ບວນການ​ສ້າງສາ​ການ​ເມືອງ​ແລະ​ເສດຖະກິດຄືນ​ໃໝ່​ຂອງ​ອີຣັກບໍ່​ພຽງ​ແຕ່​ບໍ່​ສາມາດ​​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ທໍ່​ນັ້ນ,ຫາກ​ຍັງ​ຈະຊຸດ​ຮ້າຍ​ລົງ​ຕື່ມ​ອີກ.​

ຈາກ​ນີ້​ເຫັນ​ໄດ້​ວ່າ,​ເຖິງ​ວ່າອີຣັກ​ໄດ້​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ແລ້ວກໍ່ຕາມ,​ແຕ່​ຍັງ​ມີ​ຄວາມ​ບໍ່​ຄັກ​ແນ່​ຢູ່.​ເຖິງ​ວ່າ​ເປັນ​ແນວ​ນີ້​ກໍ່ຕາມ,ປະຊາ​ຄົມ​ໂລກ​ຍັງຫວັງ​ໂດ​ຍທົ່ວ​ໄປ​​ໃຫ້​ບັນດາ​ຝ່າຍ​ຂອງ​ອີຣັກຈົ່ງ​ຖື​ຄວາມ​ສາມັກຄີ​ຊາ​ດ​ເປັນ​ເດີມ​ພັນ,ສືບ​ຕໍ່ຫາລື​ກັນ,ຊຸກຍູ້​ຂະ​ບວນວິວັດ​ທາງການ​ເມືອງ,​ເພື່ອ​ບັນລຸ​ໃຫ້"ຊາວ​ອີຣັກປົກຄອງ​ອີຣັກ"ຢ່າງ​ແທ້​ຈິງ​ໂດຍ​ໄວ.