ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 14:52:16    
ຝ່າຍ​ຈີນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈີ​ງລະຫວ່າງ​ຈີນກັບ​ອາ​ຟຼິກາ​​ໃຫ້ຂະຫຍາຍ​ໄປ​ສູ່​ລະດັບສູງ​ກວ່າ​ເກົ່າ

cri Author: cai
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 28 ສິງຫາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ສູ​ຈີ້​ງຮູ ຫົວໜ້າພະ​ແນ​ກອາ​ຟຼິກາ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຝ່າຍ​ຈີນ​ຈະ​ຊຸກຍູ້​ການ​ຮ່ວມ​ມືທີ່ຕິດ​ແທດຕົວ​ຈີ​ງລະຫວ່າງ​ຈີນ​​ອາ​ຟຼິກາ​ໃຫ້​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ ຂົງ​ເຂດ​ກວ້າງຂວາງ​ກວ່າ​ເກົ່າ​ແລະ​ຂອບ​ເຂດ​​ໃຫຍ່​ກວ່າ​ເກົ່າ.

ໃນ​ເວລາໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ນາງສູ​ຈີ້​ງຮູ​ໄດ້ສະ​ເໜີ​ໃຫ້​ຮູ້​ວ່າ,ຝ່າຍ​ຈີນ​ໄດ້​ໃຊ້​ມາດ​ຕະການຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈີ​ງ​ຈຳນວນ​ໜຶ່ງ​ແລ້ວ,ຕົວຢ່າງ​ຄື,ຫຼຸດ​ຫຼື​ຍົກ​ເວັ້ນໜີ້​ສິນ​ຂອງ​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ສຸດ​ຂອງ​ອາ​ຟຼິກາ ປະຕິບັດ​ນະ​ໂຍບາຍປອດພາສີຕໍ່​ສິນ​ຄ້າສ່ວນໜຶ່ງຂອງ​ປະ​ເທດ​ດ້ອຍ​ພັດທະ​ນາ​ທີ່​ສຸດ​ຂອງ​ອາ​ຟຼິກາ​ທີ່ສົ່ງ​ມາຂາຍ​ຢູ່​ຈີນ ​ແລະ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ປະ​ເພດຕ່າງໆ​ໃຫ້​ປະ​ເທດ​ອາ​ຟຼິກາ​ເປັນ​ຕົ້ນ.ນອກ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຟຼິກາ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ ວັດທະນະທຳ​ການ​ສຶກສາ ສາທາລະນະ​ສຸກ​ແລະ​ການ​ອະ​ນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ​ກໍ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ.