ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 15:25:47    
ທິດ​ທາງ​ພື້ນຖານ​ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຊົມ​ເຊີຍ​ທ່ານ​ເຂົ້າຮ່ວມ​ລາຍການ​ເສັງ​ຄວາມ​ຮູ້​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​​ໄຕ້​ຫວັນ ​ເກາະ​ປະ​ເສີດ​ຂອງ​ຈີນ. ​ໃນ​ລາຍການ​ພາກ​ກ່ອນ, ພວກ​ເຮົາ​ໄດ້​ແນະນຳ​ປະຫວັດສາດ​ກ່ຽວ​ກັບ​ໄຕ້​ຫວັນ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນ​ແລະ​ຄວາມ​ເປັນ​ມາ​ຂອງ​ບັນຫາ​ໄຕ້​ຫວັນ, ​ໃນ​ລາຍການ​ພາກ​ນີ້, ພວກ​ເຮົາ​ຈະ​ແນະນຳ​ທິດ​ທາງ​ພື້ນຖານ​ແລະ​ຄວາມ​ພະຍາຍາມຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ ​ເພື່ອ​ໂຮມປະ​ເທດ​​ເຂົ້າ​ເປັນ​ເອກະ​ພາບ​ກັນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບທີ່​ພວມ​​ຟັງຢູ່​ນີ້ ​ແມ່ນ​ຕອນ​ສຳຄັນ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ທີ່​ກ່າວ​ເມື່ອ​ເດືອນ​ມີນາ​ປີ​ 2005 ນີ້ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ. ​ໃນ​ຄຳ​ປາ​ໄສ, ທ່ານ​ກ່າວ​ວ່າ, ພວກ​ຂ້າພະ​ເຈົ້າຊົມ​ເຊີຍ​ຄວາມ​ພະຍາຍາມ​ຂອງ​ບຸກຄົນ​ໃດໆ ພັກ​ການ​ເມືອງ​ໃດໆ​ຂອງ​ໄຕ້​ຫວັນທີ່​ໄປ​ຕາມ​ທິດ​ຮັບຮອງຫຼັກການ​ປະ​ເທດ​ຈີນ​ດຽວ. ທະ​ແນມ​ແຕ່​ຮັບຮອງຫຼັກການ​ປະ​ເທດ​ຈີນ​ດຽວ, ​ແລ້ວບໍ່​ວ່າ​ແມ່ນ​ບຸກຄົນ​ໃດ​ໆ ພັກ​ການ​ເມືອງ​ໃດໆ, ກໍ່​ບໍ່​ວ່າ​ພວກ​ເຂົາ​ເຈົ້າ​ເຄີຍ​ເວົ້າຫຍັງ ​​ແລະ​ເຄີຍເຮັດຫຍັງ​ໃນ​​ເມື່ອ​ກ່ອນ, ພວກ​ຂ້າພະ​ເຈົ້າລ້ວນ​ແຕ່​ຍິນ​ດີ​​ເຈລະຈາ​ກັບ​ພວກ​ເຂົາ​ເຈົ້າກ່ຽວ​ກັບ​ບັນຫາ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ ຊຸກ​ຍູ້​ການ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ດ້ວຍ​ສັນຕິ​ວິທີ.

ຕັ້ງ​ແຕ່​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1949 ​ເປັນຕົ້ນມາ, ລັດຖະບານ​ຈີນ​ບໍ່​ໄດ້​ປະລະ​ຄວາມ​ພະຍາຍາມ​ທີ່​ສະ​ແຫວ​ງຫາ​ການໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຢ່າງ​ສົມບູນ​ໂດຍ​ຕະຫຼອດ. ທິດ​ທາງ​ພື້ນຖານ​ຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ແມ່ນ "​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ ປະ​ເທດ​ດຽວ​ສອງ​ລະ​ບອບ". ​ເນື້ອ​ໃນ​ແກນ​ກາງຂອງ​ທິດ​ທາງ​ນີ້​ແມ່ນ: ຍາດ​ແຍ່ງ​ບັນລຸ​ໃຫ້​ສອງ​ຝັ່ງ​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ຜ່ານ​ການ​ສົນທະນາ​ສັນຕິພາບ, ພາຍຫຼັງ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລ້ວ, ອົງ​ປະກອບ​ສຳຄັນ​ແຫ່ງ​ລັດແຜ່ນດິນ​ໃຫຍ່ຂອງ​ຈີນ ຍຶດໝັ້ນລະບອບ​ສັງ​ຄົມ​ນິ​ຍົມ, ສ່ວນ​ໄຕ້​ຫວັນ​ຈະ​ຮັກສາ​ລະບອບ​ທຶນ​ນິຍົມ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ ​ແລະ​ບໍ່ປ່ຽນ​ແປງ​ໃນ​ໄລຍະ​ຍາວ​ນານ.

​ໃນຫຼາຍປີ​ມາ​ນີ້, ລັດຖະບານ​ຈີນ​ຕັ້ງໜ້າ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຂະ​ຫຍາຍ​ຕົວ. ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ, ​ເມື່ອ​ທ້າຍ​ຊຸມ​ປີ 80 ສະ​ຕະ​ວັດ​ທີ່​ແລ້ວ, ສະພາບ​ທີ່ສອງ​ຝັ່ງ​ຊ່ອງ​ແຄບ​ບໍ່​ໄປມາຫາສູ່​ກັນເປັນ​ເວລາ​ເກືອບ 40 ປີ​ໄດ້​ຖືກ​ທັບ​ມ້າງ, ການ​ແລກປ່ຽນ​ທາງ​ເສດຖະກິດ​ ​ວັດທະນະທຳ​ແລະ​ການ​ໄປມາຫາສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ​ລະ​ຫວ່າງ​ສອງ​ຝັ່ງ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໃຫຍ່. ຕາມ​ສະຖິຕິ, ​ໃນ 10 ກວ່າປີ​ມາ​ນີ້, ນັບ​ລວມ​ແລ້ວ ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ໄດ້​ບັນລຸ 400 ຕື້​ໂດ​ລາ​ສະ​ຫະ​ລັດ, ​ໃນ​ນັ້ນ ຝ່າຍ​ໄຕ້​ຫວັນ​ເກີນ​ດຸນ​ປະມານ 300 ຕື້​ໂດ​ລາ​ສະຫະລັດ. ຝ່າຍ​ແຜ່ນດິນ​ໃຫຍ່​ຍັງ​ຕັ້ງ​ໜ້າ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ມາ​ ​​ຢາມ​ພີ່ນ້ອງ ທ່ອງ​ທ່ຽວ​ແລະ​ດຳ​ເນີນ​ທຸລະ​ກິດ​ຢູ່​ແຜ່ນ​ດິນ​ໃຫຍ່. ປະຈຸ​ບັນ ມີ​ຄົນ​ໄຕ້​ຫວັນຫຼາຍ​ແສນ​ຄົນ​ເຮັດ​ວຽກ​ ຮ່ຳຮຽນຫຼືຕັ້ງພູມລຳ​ເນົາຢູ່​ແຜ່ນດິນ​ໃຫຍ່. ​ເພື່ອ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບທຳ​ຂອງ​ຄົນ​ໄຕ້​ຫວັນ​ຢູ່​ແຜ່ນດິນ​ໃຫຍ່, ອົງການ​ນິຕິບັນຍັດ ລັດຖະບານ​ກາງ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ສ້າງ​ກົດໝາຍ ກົດ​ບັນ​ຍັດ​ຫຼາຍສະບັບ, ​ແລະ​ປະຕິບັດ​ຢ່າງ​ແທ້​ຈິງ. ພ້ອມ​ກັນນັ້ນ ລັດຖະບານ​ຈີນ​ຍັງ​ພະ​ຍາ​ຍາມ​ຊຸກ​ຍູ້​​ສອງ​ຝັ່ງດຳ​ເນີນ​ການ​ສົນທະນາ​ທາງ​ການ​ເມືອງ.

​ແຕ່​ກົງກັນຂ້າມ, ຝ່າຍ​ໄຕ້​ຫວັນ​ຊ້ຳພັດ​ວາງ​ອຸປະສັກ​ຫຼວງຫຼາຍຂັດຂວາງຄົນ​ແຜ່ນດິນ​ໃຫຍ່​ໄປ​ຢາມ​ພີ່ນ້ອງ ທັດສະນາຈອນ​ແລະ​​ເຮັດທຸລະ​ກິດຢູ່ໄຕ້​ຫວັນ​, ​​ເປັນ​ສິ່ງ​ກີດຂວາງ​ຕໍ່​ການ​ແລກປ່ຽນ​ຕື່ມ​ອີກ​ລະຫວ່າງ​ພີ່ນ້ອງ​ຮ່ວມ​ຊາດ​ທັງ​ສອງ​ຝັ່ງ. ​ໂດຍ​ສະ​ເພາະ​ແມ່ນ​ໃນຫຼາຍປີ​ມໍ່ໆ​ມາ​ນີ້, ຄຽງ​ຄູ່​ກັບ​ພັກ​ກົກ​ມິນ​ຕັງ​ຈີນ​ເສຍ​ສິດ​ນຳພາ​ສູງ​ສຸດ​ຢູ່​ໄຕ້​ຫວັນ, ອິດ​ທິກຳລັງ​ແບ່ງ​ແຍກ​ຢູ່ເກາະ​ໄຕ້​ຫວັນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮຸນ​ແຮງຂຶ້ນຢ່າງບໍ່​ຢຸດ​ຢັ້ງ, ຜູ່​ຄອງ​ອຳນາດ​ອອກ​ແຮງປະຕິບັດ​ນະ​ໂຍບາຍທີ່​ມີ​ຈຸດປະສົງ​ແຍກ​ໄຕ້​ຫວັນ​ອອກຈາກ​ຈີນໃຫ້​ເປັນ​ເອກະລາດ​, ບໍ່​ຮັບຮອງ​ໄຕ້​ຫວັນ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຈີນ, ພາ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ປະກົດ​ມີ​ສະຖານະ​ພາບ​ເຄັ່ງ​ຕຶງ​ຂຶ້ນ.

​ເຖິງ​ຈະ​ເປັນ​ແນວ​ນີ້​ກໍ່ຕາມ, ລັດຖະບານ​ຈີນ​ຍັງ​ບໍ່​ປະລະ​ຄວາມ​ພະຍາຍາມ​ທີ່​ສະ​ແຫວ​ງຫາ​ການ​ໂຮມ​ສອງ​ຝັ່ງ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ. ​ໃນ​ຄຳ​ປາ​ໄສ​ກ່ຽວ​ກັບ​ການ​ແກ້​ໄຂບັນຫາ​ໄຕ້​ຫວັນທີ່​ກ່າວ​ເມື່ອ​ເດືອນ​ມີນາ​ປີ 2005 ນີ້, ທ່ານ​ຫູຈິນທາວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ: ​ແຜ່ນດິນ​ໃຫຍ່​ຈະ​ບໍ່​ປະລະ​ຄວາມ​ພະຍາຍາມ​ທີ່​ຍາດ​ແຍ່ງ​ໂຮມ​ສອງ​ຝັ່ງ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ. ທະ​ແນມ​ແຕ່​ແມ່ນ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ, ທະ​ແນມ​ແຕ່​ແມ່ນ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ, ທະ​ແນມ​ແຕ່​ແມ່ນ​ເລື່ອງ​ທີ່ມີຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ເຂດ​ຊ່ອງ​ແຄບທະ​ເລ​ໄຕ້​ຫວັນ, ທະ​ແນມ​ແຕ່​ແມ່ນ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ, ຝ່າຍ​ແຜ່ນດິນ​ໃຫຍ່​ຈະ​ພະຍາຍາມ​ຈົນ​ສຸດ​ຂີດ, ​ແລະ​ຈະ​ພະຍາຍາມ​ເຮັດ​ໃຫ້​ດີ​ຢ່າງ​ເດັດຂາດ.

​ແນ່ນອນ​ແລ້ວ, ​ໂດຍ​ແນ​ໃສ່​ກາ​ນກະທຳ​ຂອງ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ທີ່​​ເຈດ​ຕະນາ​ແຍກ​ໄຕ້​ຫວັນ​ອອກ​​ເປັນເອກະລາດ​ໄດ້​ເລື່ອນ​ຂັ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ເຈດ​ຕະນາ​ຂອງ​ບາງອິດ​ທິກຳລັງ​ຕ່າງປະ​ເທດທີ່ແຊກ​​ແ​ຊງການ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຂອງ​ຈີນ, ລັດຖະບານ​ຈີນ​ກໍໄດ້​ປະກາດ​ຢ່າງ​ເຄັ່ງຂຶມຫຼາຍ​ເທື່ອ​ວ່າ, ​ເພື່ອ​ປົກ​ປັກ​ຮັກສາຄວາມ​ເປັນ​ເອກະ​ພາບ​ແຫ່ງ​ຊາດ, ລັດຖະບານ​ຈີນ​ບໍ່​ຮັບປາກຈະ​ປະລະ​ການ​ໃຊ້​ກຳລັງ​ອາວຸດ. ​​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ທີ່​ກ່າວ​ເມື່ອ​ເດືອນ​ມີນາ​ປີ 2005 ນີ້, ທ່ານ​ໄດ້​ກ່າວ​ລື້​ມຫຼັກໝັ້ນອັນໝັ້ນໜຽວ​ດັ່ງກ່າວ​ອີກ. ທ່ານ​ເວົ້າວ່າ: ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແຫ່ງ​ຊາດ, ​ແມ່ນ​ຜົນ​ປະ​ໂຫຍ​ດ​ແກນ​ກາງຂອງ​ລັດ. ຜູ່ໃດຢາກ​ທຳລາຍ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ປະຊາຊົນ​ຈີນ​ 1 ຕື້ 300 ລ້ານ​ຄົນ​ຈະ​ບໍ່​ຍອມ​ຢ່າງ​ເດັດຂາດ. ​ໃນ​ບັນຫາຫຼັກການ​ສຳຄັນ​ທີ່​ຄັດຄ້ານ​ການ​ແບ່ງ​ແຍກ​ປະ​ເທດ​ນັ້ນ, ພວກຂ້າພະ​ເຈົ້າຈະ​ບໍ່​ລັ່ງ​ເລ​ໃຈ​ ບໍ່ປະນີປະນອມຈັກ​ເມັດຢ່າງ​ເດັດຂາດ. ຈີນ​ແມ່ນ​ເປັນຂອງ​ປະຊາຊົນ​ຈີນ 1 ຕື້ 300 ລ້ານ​ຄົນ ​ເຊິ່ງລວມທັງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ 23 ລ້ານ​ຄົນ, ບັນຫາ​ໃດໆ​ທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ແລະ​ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຈີນ, ຕ້ອງ​ຕົກລົງ​ໂດຍ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ 1 ຕື້ 30​0 ລ້ານ​ຄົນ.

ກໍ່​ແມ່ນ​ໃນ​ເດືອນ​ມີນາ​ປີ 2005 ນີ້, ອົງການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ຍັງ​ໄດ້​ສ້າງ​ກົດໝາຍທີ່​ພາດ​ຫົວ​ເລື່ອງວ່າ "ກົດໝາຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ", ​ແລ້ວ​ໄດ້​ຕົກລົງ​ທິດ​ທາງ​ພື້ນຖານ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແລະ​ຄວາມ​ຕັດສິນ​ໃຈ​ຕ້ານ​ການ​ແບ່ງ​ແຍກ​ຂອງ​ລັດຖະບານ​ຈີນ​ດ້ວຍ​ຮູບ​ແບບ​ກົດໝາຍ.

​ເພື່ອ​ສະ​ແຫວ​ງຫາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບທະ​ເລ​ໄຕ້​ຫວັນ, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງຝັ່ງຂະຫຍາຍຕົວ, ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ພັກ​ກອມ​ມູນິດ​ຈີນ​ແລະ​ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຊື້ອ​ເຊີນ​ທ່ານ​ລຽນ​ຈ້າ​ນ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ ​ເຊິ່ງ​ແມ່ນ​ພັກ​ບໍ່​ຄອງ​ອຳນາດ​ໃຫຍ່​ກວ່າ​ໝູ່​ຂອງ​ໄຕ້​ຫວັນ​ມາ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່. ທ້າຍ​ເດືອນ​ເມສາ, ຜູ່​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ໄດ້​ເຈລະຈາ​ກັນ​ເປັນຄັ້ງທຳ​ອິດຢູ່​ປັກ​ກິ່ງ​ ຕັ້ງ​ແຕ່ລະຫວ່າງ​ສອງ​ຝັ່ງ​ໄດ້​ຕົກ​ຢູ່​ສະພາບ​ການ​ເປັນ​ປໍ​ລະ​ປັກ​ກັນ​ໃນ 56 ປີ​ມາ​ນີ້, ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ກວ້າງ​ຂວາງ​ໃນການຊຸກ​ຍູ້ສອງ​ຝັ່ງ​ຟື້ນ​ຟູ​ການປຶກສາ​ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ​ໂດຍ​ໄວ​ບົນ​ພື້ນ​ຖານ​ຍຶດ​ໝັ້ນ​ຫຼັກ ການ​ປະ​ເທດ​ຈີນ​ດຽວ ​ແລະ​ບັນຫາ​ອື່ນໆ. ພາຍຫຼັງປະທານ​ພັກ​ກົກ​ມິນ​ຕັງ​ມາ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່​ແລ້ວ, ປະທານ​ຂອງພັກບໍ່​ຄອງ​ອຳນາດ​ອີກສອງພັກ​ຄື ພັກ​ຊິນ​ມິນ​ແລະ​ພັກ​ຊິນ​ຕັງ​ກໍ່​ມາ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່​ຢ່າງ​ຕໍ່​ເນື່ອງ​ກັນ, ​​ແລະ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນທີ່ຄ້າຍຄື​ກັນ​ກັບ​ທ່ານ​ຫູ​ຈິນທາວ.

​ໃນ​ຕອນ​ມ້ວນທ້າຍ​ລາຍການ​ພາກ​ນີ້, ພວກ​ເຮົາ​ໄດ້​ຕັ້ງຄຳ​ຖາມ​ສອງ​ຂໍ້​ຄື​ດັ່ງ​ລຸ່ມ​ນີ້: ໜຶ່ງ ທິດ​ທາງ​ພື້ນຖານ​ຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແມ່ນ​ຫຍັງ? ສອງ ​ເມື່ອ​ເດືອນມີນາ​ປີ​ນີ້, ອົງການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ໄດ້​ສ້າງ​ກົດໝາຍ​ສຳ​ຄັນ​ສະບັບ​ໜຶ່ງ​, ​ໄດ້​ຕົກລົງ​ທິດ​ທາງ​ພື້ນຖານ​ຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ແລະ​ຄວາມ​ຕັດສິນ​ໃຈ​ຕ້ານ​ການ​ແບ່ງ​ແຍກ​ດ້ວຍ​ຮູບ​ແບບ​ກົດໝາຍ. ຂໍ​ຖາມ​ວ່າ​ກົດ​ໝາຍ​ສະ​ບັບ​ນີ້​ມີ​ຫົວ​ຂໍ້​ແນວ​ໃດ? ຕໍ່​ໄປ​ຂໍ​ອ່ານ​ສອງ​ຄຳ​ຖາມ​ດັ່ງກ່າວ​ອີກ​ເທື່ອ​ໜຶ່ງ: ໜຶ່ງ ທິດ​ທາງ​ພື້ນ​ຖານ​ຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແມ່ນ​ຫຍັງ? ສອງ ​ເມື່ອ​ເດືອນ​ມີ​ນາ​ປີ​ນີ້, ອົງ​ການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ໄດ້​ສ້າງ​ກົດໝາຍ​ສຳ​ຄັນ​ສະ​ບັບ​ໜຶ່ງ​, ​ໄດ້​ຕົກ​ລົງ​ທິດ​ທາງ​ພື້ນຖານ​​ຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແລະ​ຄວາມ​ຕັດ​ສິນ​ໃຈ​ຕ້ານ​ການ​ແບ່ງ​ແຍກດ້ວຍ​ຮູບ​ແບບ​ກົດໝາຍ. ຂໍ​ຖາມ​ວ່າ​ກົດໝາຍ​ສະບັບ​ນີ້​ມີ​ຫົວ​ຂໍ້​ແນວ​ໃດ?