ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 18:00:42    
ຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ຈີນ​ໄດ້​ຂຶ້ນ​ສະ​​ແຕມ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ສິງຫາ, ພະນັກງານ​ໄປສະນີ​ວາງສະ​ແດງສະ​ແຕມລະ​ລຶກ"ຈີນ​ຜະລິດຮູບ​ເງົາ​ຄົບຮອບ 100 ປີ". ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຈີນ​ຜະລິດຮູບ​ເງົາ​ຈີນ​ກຳ​ເນີ​ດຄົບຮອບ 100 ປີ, ​​ໃນ​ວັນ​ທີ 28 ສິງຫາ, ໄປສະນີ​ແຫ່ງ​ຊາດ​ຈີນ​ໄດ້​ພິມ​ຈຳໜ່າຍ​ສະ​ແຕມ​ລະ​ລຶກຊຸດ​ໜຶ່ງ​ທີ່​ເອົາ​ຮູບ​ພາບ​ຂອງ​ຮູບ​ເງົາ"ຕີ້ນຈຸ່ນຊານ"​​ເຊິ່ງ​ເປັນ​ຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ຈີນ​ເປັນ​ພາບສະ​ແຕມ​. ສະ​ແຕມຊຸດ​ດັ່ງກ່າວ​ມີ​​ໃບ​ໜຶ່ງ, ລາຄ່າ0,8ຢວນ, ຍອດ​ປະລິ​ມານ​ຈຳໜ່າຍ​ມີ 12 ລ້ານ​ໃບ.

ປີ 1905, ​ຮ້ານ​ຖ່າຍຮູບ ​ເຟີ​ນທ້າ​ຍປັກ​ກິ່ງ​ໄດ້​ຖ່າຍ​ແລະ​ຜະລິດ​ຮູບ​ເງົາ​ບໍ່​ມີ​ສຽງ"ຕີ້​ນຈຸ່ນ​ຊານ" ທີ່ສະ​ແດງ​ໂດຍ​ທ່ານ​ຖານ​ຊິງ​ເຜນັກ​ສິນລະປິນ​ງິ້ວປັກ​ກິ່ງ, ນັ້ນ​ແມ່ນ​ຮູບ​ເງົາ​ເລື່ອງ​ທຳ​ອິດ​ທີ່​ຄົນ​ຈີນ​ຜະລິດທີ່​ມີ​ການບັນທຶກ​ໄວ້, ​ເປັນ​ຂີ​ດໝາຍ​ສະ​ແດງ​ໃຫ້​ວ່າ​ຮູບ​ເງົາ​ຈີນ​ກຳ​ເນີ​ດ​ເກີດຂຶ້ນ.