ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 18:21:54    
ແຂວງ​ຢຸນ​ນານ​ຈັດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ທາງ​ຫຼວງ​ຢຸນ​ນານ​ມຽນ​ມາ

cri

ວັນ​ທີ29​ສິງຫາ,ຜູ້​ຊົມ​ຈຳນວນ​ໜຶ່ງ​ພວມ​ຊົມ​ຮູບ​ພາບ​ວາງສະ​ແດງ.​ເພື່ອ​ລະ​ລຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະຄົບຮອບ60ປີ,ວັນ​ທີ29​ສິງຫາ,ຢູ່​ທີ່​ນະຄອນ​ຄຸນ​ມິ​ງ,​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ຢຸນນານ​ຈີນ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ທີ່​ມີ​ຫົວ​ຂໍ້​ວ່າ,​ທາງ​ຫຼວງ​ຢຸນ​ນານ​ມຽນມາ---ອະນຸສາວະລີໃນ​ດວງ​ໃຈ​ຂອງ​ຄົນ​ທັງ​ຫຼາຍ.​ຜ່ານ​ຈາກ​ການ​ວາງ​ສະ​ແດງ​ຮູບ​ພາບ​ແລະ​ໜັງ​ສື​ອະທິ​ບາຍ​ຈຳນວນ​ຫຼວງ​ຫຼາຍ,​ໄດ້​ສະ​ເໜີ​ເນື້ອ​ໃນ​ຕ່າງໆ​ເຊັ່ນ​ການ​ກໍ່​ສ້າງ​ທາງ​ຫຼວງ​ຢຸນ​ນານ​ມຽນມາພ້ອມ​ດ້ວຍ​ບົດບາດ​​ໃນປະ​ຫວັດ​ສາດ​ແລະ​ການ​ປ່ຽນ​ແປງ​ຂອງ​ທາງ​ຫຼວງ​ເສັ້ນ​ນີ້.​ທາງ​ຫຼວງ​ຢຸນນານ​ມຽນມາ​ແມ່ນ​ເລີ່​ມ​ແລ່ນ​ລົດ​ໃນປີ1938,​ເປັນ​ຊ່ອງ​ທາງ​ລະ​ຫວ່າງ​ຊາດ​ທີ່​ມີ​ຊື່​ສຽງ​ຍ້ອນ​ການ​ຂົນ​ສົ່ງ​ວັດ​ສະດຸ​ຊ່ອຍ​ເຫຼືອ​ຈີນ​ງວດ​ໃຫຍ່​ໂດຍ​ຜ່ານ​ການ​ອັດ​ຕັນ​ຂອງ​ກອງ​ທະ​ຫານ​ຍີ່​ປຸ່ນ.​ໃນ​ສົງຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ,​ໄດ້​ມີ​ວັດ​ສະ​ດຸ​ປະ​ມານ​4​ແສນ​9​ໝື່ນ​ໂຕນ​​ເຂົ້າ​ຈີນ​ໂດຍ​ຜ່ານ​ຈາກ​ທາງ​ຫຼວງ​ຢຸນນານ​ມຽນມາ.