ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 20:48:24    
ແຕ່ເຂດ​ຕິ​ເບ​ດ​ປົກ​ຄອງ​ຕົນ​ເອງ​ສ້າງ​ຕັ້ງ​ຂຶ້ນ​40​ປີ​ມາ​ນີ້,ພາ​ລະ​ກິດ​ການ​ສຶກ​ສາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ

cri
ຕາມ​ຂ່າວCRI,ວັນ​ທີ29​ສິງຫາ,ຢູ່​ນະຄອນ​ລາຊາ,ທ່ານ​ເຢິຕີ້​ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ແຕ່ເຂດ​ຕິ​ເບ​ດປົກຄອງ​ຕົນ​​ເອງສ້າງ​ຕັ້ງ​ຂຶ້ນ40​ປີ​ມາ​ນີ້,ພາລະກິດ​ການ​ສຶກສາ​ໄດ້​ຮັບຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ.

ວັນ​ທີ29​ສິງຫາ,ທ່ານ​ເຢິຕີ້​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາຊາ​ຂອງ​ຄະນະ​ຜູ້​ແທນ​ສູນ​ກາງ​ຈີນ​ໄປ​ຢາມນັກຮຽນ​ແລະ​ຄູ​ອາ​ຈານ​ອັນ​​ໄພສານ​ຂອງ​ໂຮງຮຽນ​ປະຖົມ​ໂຕ​ຕີ​ນະຄອນ​ລາຊາ​,​ແລະ​ໄດ້​ມອບ​ຂອງຂວັນ​ໃຫ້​ພວກ​ເຂົາ​ເຈົ້າ.ທ່ານ​ເຢີ​ຕີ້​ກ່າວ​ວ່າ,ລັດຖະບານ​ກາງ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳພາ​ລະ​ກິດ​ການ​ສຶກສາ​ຂອງ​ເຂດ​ຕິ​ເບ​ດ.​ແຕ່​ເຂດ​ຕິ​ເ​ບດປົກຄອງ​ຕົນ​ເອງ​ສ້າງ​ຕັ້ງ​ຂຶ້ນ​ມາ​ເປັນ​ເວລາ40​ປີ,ລັດຖະບານ​ກາງ​ໄດ້​ລົງທຶນ​ນັບ​ເປັນ10​ຕື້​ກວ່າ​ຢວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ສຶກສາ​ຂອງ​ເຂດ​ຕິ​ເບ​ດ.

ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,​ເຂດ​ຕິ​ເບ​ດ​ໄດ້​ມີ​ໂຮງຮຽນ​ທຸກຂັ້ນ​ທຸກ​ປະ​ເພດ1ພັນ​ກວ່າ​ແຫ່ງ.​ອັດຕາ​ເຂົ້າ​ຮຽນ​ຂອງເດັກ​ເຖິງ​​ໄວຮຽນ​ໄດ້​ບັນລຸ94,7%.

ອັດຕາ​ບໍ່​ຮູ້​ໜັງສື​ຂອງ​ຊາວ​ໜຸ່ມ​ໄວ​ລ້ຳ​ສັນ​ໄດ້​ຫຼຸດ​ລົງ​ຫຼວງ​ຫຼາຍ​ເມື່ອ​ທຽບ​ກັບ40​ປີ​ກ່ອນ.